Happy Birthday G-Dragon ຫົວໜ້າວົງຊື່ດັງ Bigbang


G-Dragon ຫຼື GD ເປັນຫົວໜ້າວົງບອຍແບນຊື່ດັງ ວົງ Bigbang ຈາກສ.ເກົາຫຼີ ທີ່ຫຼາຍຄົນຮູ້ຈັກຈາກຜົນງານເພງຕ່າງໆທີ່ໂດດເດັ່ນ ທີ່ແຟນເພງໄດ້ຮັບຟັງຢູ່ສະເໝີ.

ຖ້າເວົ້າເຖິງຄວາມເປັນມາຂອງໜຸ່ມ GD ແລ້ວແມ່ນມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ ໂດຍສະເພາະໃນວົງການເພງ, ເຊິ່ງ GD ເອງກໍໄດ້ເລີ່ມເປັນເດັກຝຶກໃນ YG Entertainment ມາຕັ້ງແຕ່ອາຍຸ 12 ປີ ແລະ ໄດ້ຝຶກຝົນກັບທາງບໍລິສັດເປັນເວລາ 6 ປີ, ກ່ອນທີ່ຈະເດບິວຢ່າງເປັນທາງການໃນຖານະຫົວໜ້າວົງ Bigbang.

ຫຼັງຈາກນັ້ນ ກໍມີຜົນງານຕາມມາຢູ່ເລື້ອຍໆ ເຄີຍຮ່ວມສະແດງເພງກັບສິລະປິນຮຸ່ນເອື້ອຍອ້າຍ ທັງໃນອາລະບໍ້າ ແລະ ໃນງານຄອນເສີດເປັນຈຳນວນຫຼາຍຄັ້ງ. ພິເສດໄປກວ່ານັ້ນຍັງໄດ້ຮັບສາຍາວ່າ The King Of K-Pop ບໍ່ແປກເລີຍທີ່ໄດ້ສາຍານີ້ ເພາະ GD ທັງເກັ່ງ ແລະ ມີຄວາມສາມາດໃນດ້ານດົນຕີເປັນທີ່ສຸດ. ມີທ່າທາງທີ່ເປັນເອກະລັກທີ່ເປັນຕົວຂອງຕົນເອງ ຈົນໄດ້ເປັນໄອດໍ້ເກົາຫຼີຂອງໃຜຫຼາຍໆຄົນ, ລວມໄປເຖິງເປັນໄອດໍ້ຂອງແຣັບເປີອີກພ້ອມ.

Nike Announces Collaboration With BIGBANG's G-Dragon In His First  Activities Since Military Discharge | Soompi

ການປ່ອຍເພງຜົນງານດ່ຽວຂອງ G-Dragon ໃນວັນທີ 18 ສິງຫາ 2009 ດ້ວຍບົດເພງ Heartbreaker ກໍຜົນງານເພງທີ່ປະສົບຜົນສຳເລັດມີຄົນສົນໃຈເປັນຈຳນວນຫຼາຍ, ເປັນອາລະບໍ້າສິລະປິນດ່ຽວໃນເກົາຫຼີ ທີ່ຂາຍດີສຸດໃນເວລານັ້ນ ແລະ ຍັງໄດ້ຮັບຮາງວັນອາລະບໍ້າແຫ່ງປີ Album of the Year ຈາກງານ Mnet Asian Music Award ປະຈຳປີ 2009.

ນອກຈາກຈະຮ້ອງ, ເຕັ້ນ, ແຣັບ, ແຕ່ງເພງ ເຊິ່ງໂດດເດັ່ນທາງດ້ານດົນຕີແລ້ວ ຍັງເປັນດາວເດັ່ນແບບສຸດໆ ໃນດ້ານແຟຊັ່ນ. G-Dragon ເປັນໄອດໍ້ແຟຊັ່ນນິສຕ້າໃນວົງການເຄປັອບເລີຍກໍວ່າໄດ້ ແລະ ໄດ້ຮ່ວມງານໃຫຍ່ໆລະດັບໂລກມາແລ້ວ. ບໍ່ວ່າຈະເຮັດຊົງຜົມແບບໃດກໍເປັນກະແສໄດ້ໝົດ ໂດຍສະເພາະເຄື່ອງນຸ່ງ ບໍ່ພໍເທົ່າໃດກໍ Sold Out ຢ່າງໄວວາ ຖ້າຫາກ G-Dragon ໃສ່ໃນເວລານັ້ນ.

ເພາະມີຄວາມມັກດ້ານແຟຊັ່ນ G-Dragon ຈຶ່ງໄດ້ເປີດແບຣນເສື້ອຜ້າເປັນຂອງຕົນເອງຊື່ວ່າ Peaceminusone ແລະ ມີໂລໂກ້ເປັນດອກເດຊີ່ ທີ່ກີບດອກໄມ້ຫາຍໄປກີບໜຶ່ງ.

ໃນປີນີ້ກໍເປັນອີກປີທີ່ທາງແຟນໆຈາກທົ່ວທຸກມຸມໂລກ ໄດ້ໃຫ້ຄຳອວຍພອນວັນເກີດຢ່າງເຫຼືອລົ້ນ ແລະ ກໍລໍຖ້າຮັບຟັງຜົນງານເພງໃໝ່ໆຈາກ G-Dragon ຢູ່ສະເໝີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/