ເຕືອນໄພ! Hacker ລະບາດໃນ Axie Infinity ເຮັດໃຫ້ມີນັກລົງທຶນຫຼາຍຄົນຖືກແຮັກ


Axie Infinity ເປັນເກມໜຶ່ງຂອງ Blockchain ທີ່ສາມາດສ້າງລາຍໄດ້ໃຫ້ຕົນເອງໄດ້ ຈຶ່ງເຮັດໃຫ້ນັກລົງທຶນຫຼາຍຄົນສົນໃຈມາລົງທຶນດ້ວຍການສ້າງ Scholarship ກັບຜູ້ຫຼິ້ນອື່ນໆ.

Scholarship ເປັນການລົງທຶນແທນຜູ້ຫຼິ້ນອີກຄົນ ເຊິ່ງຈະຜູກມັດໂດຍບັນຊີ Ronin ແລະ Metamask ຂອງເຮົາເອງ. ຍ້ອນມີການລົງທຶນ ແລະ ລາຍໄດ້ຫຼາຍຈຶ່ງເປັນເຫດເຮັດໃຫ້ Hacker ແຮັກເອົາ SLP, AXS ຫຼື ຕົວສັດລ້ຽງ (Axie) ຂອງຜູ້ຫຼິ້ນນັ້ນເອງ.

ລະບົບ ແລະ ວິທີການຂອງ Hacker ທີ່ສາມາດແຮັກບັນຊີຂອງທ່ານ ອີງຕາມຂໍ້ມູນໃນກຸ່ມຄອມມູນິຕີ້ມີຄື:

  • ແຄັບ ຫຼື ຖ່າຍຮູບ Seed Phrase ໄວ້ໃນມືຖືຂອງທ່ານ.
  • ໃຊ້ Ronin ຈາກ Discord ຫຼື ເວັບປອມຕ່າງໆ.
  • Hacker ແຝງຕົວເປັນ Scholarship ຂອງທ່ານ.
  • ແອັດມິນປອມຈາກ Discord ສົ່ງຂໍ້ຄວາມມາຂໍ Seed Phrase ຂອງທ່ານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/