ເກີດແຜ່ນດິນໄຫວໃນເຮຕິ ຈຳນວນຜູ້ເສຍຊີວິດຢ່າງຕ່ຳ 1,297 ຄົນ


ໃນວັນທີ 16 ສິງຫາ 2021 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ: ປະເທດເຮຕິ ປະເທດໜຶ່ງໃນກຸ່ມປະເທດຄາລິບບຽນ ຫຼື ອາເມຣິກາເໜືອ ແມ່ນໄດ້ເກີດແຜ່ນດິນໄຫວ ໂດຍມີແຮງສັ່ນສະເທືອນທີ່ຮຸນແຮງ ເຮັດໃຫ້ຕຶກອາຄານໃນບໍລິເວນດັ່ງກ່າວລົ້ມລົງເປັນວົງກວ້າງ ໂດຍສະເລ່ຍແມ່ນປະມານ 1,500ຫຼັງ ແລະ ເປ່ເພຈຳນວນໜຶ່ງປະມານ 3,000ຫຼັງ. ອີງຕາມການລາຍງານ ເຫດການດັ່ງກ່າວເຮັດໃຫ້ມີຜູ້ບາດເຈັບຢ່າງຕ່ຳ 2,800 ຄົນ ແລະ ເສຍຊີວິດແລ້ວ 1,297ຄົນ ພ້ອມກັນນັ້ນກໍຍັງມີຜູ້ສູນຫາຍເປັນຈຳນວນຫຼາຍ.

ແຜ່ນດິນໄຫວໃນຄັ້ງນີ້ ສ້າງຄວາມສູນເສຍໃຫ້ແກ່ປະຊາຊົນເຮຕິເປັນຈຳນວນ​1.2ລ້ານຄົນ ຫຼາຍຄອບຄົວບໍ່ມີທີ່ພັກອາໄສ, ຖະໜົນຫົນທາງ ແລະ ບ້ານເຮືອນຖືກທຳລາຍ ເຮັດໃຫ້ທ່ານ ອາລຽວ ອອງລີ, ນາຍົກລັດຖະມົນຕີຂອງປະເທດເຮຕິຈຳເປັນຕ້ອງປະກາດ ພາວະສຸກເສີນທົ່ວປະເທດ 1 ເດືອນ, ພ້ອມກັບສັ່ງໃຫ້ສົ່ງເຈົ້າໜ້າທີ່ໃຫ້ໄປຊ່ວຍເຫຼືອປະຊາຊົນໃນພື້ນທີ່ຕ່າງໆ ທີ່ປະສົບໄພ.

ພາຍຫຼັງທີ່ເກີດເຫດການດັ່ງກ່າວ, ສະຫະລັດອາເມລິກາກໍໄດ້ໃຫ້ຄວາມຊ່ວຍເຫຼືອເຮຕິເປັນກຸ່ມປະເທດທຳອິດ, ຫຼັງຈາກນັ້ນ ປະເທດໂດມິນິກັນ ກໍໄດ້ສົ່ງອາຫານແລະ ອຸປະກອນການແພດໄປຊ່ວຍ, ຄິວບາກໍສົ່ງທີມແພດໄປຮັກສາຜູ້ປະສົບໄພ 250ຄົນ, ເມັກຊີໂກກໍໄດ້ເລັ່ງສົ່ງອຸປະກອນກູ້ຊີບໄປເປັນຈຳນວນຫຼາຍ. ນີ້ສະແດງເຖິງນ້ຳໃຈຂອງມະນຸດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງຊາດໃກ້ຄຽງ ໃນຍາມທີ່ປະເທດໃດໜຶ່ງກຳລັງປະສົບບັນຫາ.

ທີ່ມາ:

https://bit.ly/3sweNFI

https://bit.ly/3AWm84n

ພາບ: thairath, sanook, bangkokbiznews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/