ນິວຊີແລນປະກາດລັອກດາວທັນທີ ຫຼັງຈາກກວດພົບຜູ້ຕິດເຊື້ອ 1 ຄົນ


ຫຼັງຈາກທີ່ໄດ້ກວດພົບຜູ້ຕິດເຊື້ອຈາກພາຍໃນຄົນທຳອິດໃນຮອບ 6 ເດືອນ, ໃນວັນອັງຄານທີ່ຜ່ານມານີ້ ນິວຊີແລນໄດ້ປະກາດມາດຕະການລັອກດາວທົ່ວປະເທດໃນທັນທີ ໂດຍຈະແນໃສ່ອັອກແລນ ທີ່ເປັນສະຖານທີ່ພົບຜູ້ຕິດເຊື້ອ ໂດຍລັອກດາວເປັນເວລາໜຶ່ງອາທິດ ແລະ Coromandel ເມືອງທີ່ຜູ້ຕິດເຊື້ອໄດ້ໄປ. ສ່ວນເຂດອື່ນໆໃນປະເທດຈະໃຊ້ເວລາພຽງ 3ມື້. ກໍລະນີສາຍພັນເດລຕ້າທີ່ກວດພົບກ່ອນໜ້ານີ້ ແມ່ນມາຈາກຊາຍແດນ ແຕ່ຜູ້ຕິດເຊື້ອຫຼ້າສຸດນັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງກັບທາງຊາຍແດນຂອງປະເທດ. ເນື່ອງຈາກບໍ່ສາມາດຫາສາເຫດການຕິດເຊື້ອຂອງກໍລະນີ້ຫຼ້າສຸດໄດ້ ຈຶ່ງໃຫ້ປະຕິບັດມາດຕະການຄວາມປອດໄພລະດັບ 4 ຢ່າງຮີບດ່ວນ.

ເຖິງແມ່ນວ່າຈະຍັງບໍ່ສາມາດຢືນຢັນໄດ້ວ່າແມ່ນສາຍພັນເດລຕ້າກໍຕາມ ແຕ່ຄວາມເປັນໄປໄດ້ກໍສູງຫຼາຍ. ສະນັ້ນ, ທຸກຄົວເຮືອນ, ຮ້ານຄ້າ, ໂຮງຮຽນ ແລະ ທຸລະກິດຕ່າງໆ ຈະຖືກໂຈະພາຍໃຕ້ການລັອກດາວລະດັບ 4 ທີ່ເປັນລະດັບສູງສຸດ.

ທີ່ມາ: https://bbc.in/3mlmygi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/