LG Standby Me ໂທລະພາບພ້ອມຂາຕັ້ງທີ່ສາມາດເຄື່ອນທີ່ໄປ-ມາໄດ້


LG Standby Me ໂທລະພາບພ້ອມຂາຕັ້ງທີ່ສາມາດເຄື່ອນທີ່ໄປມາຄືກັບເປັນໝູ່ຂອງເຮົາ ເຊິ່ງຈະສາມາດນຳໄປໄດ້ທຸກບ່ອນບໍ່ວ່າຈະເປັນ ຫ້ອງນັ່ງຫຼິິ້ນ, ເຮືອນຄົວ, ຫ້ອງເຮັດວຽກ ແລະ ອື່ນໆ. ສາມາດຮອງຮັບການໃຊ້ງານຮ່ວມກັບ ແອັບເບິ່ງວິດີໂອອອນໄລນ໌ຕ່າງໆໄດ້ ເຊັ່ນ: Netflix, YouTube, TikTok ແລະ ອື່ນໆ.

LG Standby Me ມາພ້ອມກັບໜ້າຈໍສຳຜັດຂະໜາດ 27ນິ້ວ, ຄວາມລະອຽດລະດັບ Full HD, Backlight LED ແລະ ຍັງສາມາດປັບລະດັບຂອງໜ້າຈໍໄດ້, ລວມໄປເຖິງການປັບອົງສາ ໄດ້ເຖິງ 180ອົງສາ ເພື່ອຮອງຮັບການຫຼິ້ນວິດີໂອແນວຕັ້ງໄດ້ອີກ ພ້ອມທັງສາມາດໃຊ້ງານໄດ້ສູງສຸດເຖິງ 3ຊົ່ວໂມງ ໂດຍບໍ່ຈຳເປັນຕ້ອງສຽບໄຟ.

ສາມາດໃຊ້ງານຮ່ວມກັບສະມາດໂຟນໄດ້ ສະເພາະລະບົບ Android, ນອກຈາກນີ້ຍັງມີການເຊື່ອມຕໍ່ແບບ HDMI ແລະ USB ມາໃຫ້ຢ່າງລະ 1 ຊ່ອງ ເຊິ່ງສາມາດນຳໄປເຊື່ອມຕໍ່ກັບອຸປະກອນຕ່າງໆບໍ່ວ່າຈະເປັນ Computer, ເຄື່ອງຫຼິ້ນເກມ PlayStation ຫຼື Nintendo Switch.

ຕອນນີ້ LG Standby Me ຖືກວາງຂາຍພາຍໃນ ສ.ເກົາຫຼີເທົ່ານັ້ນ ເຊິ່ງລາຄາແມ່ນ 1,090,000 ວອນ ຫຼື ປະມານ 930ໂດລາ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/