Waterlight ໂຄມໄຟທີ່ສາກດ້ວຍນ້ຳເຄັມ ຫຼື ປັດສະວະ ສາມາດໃຫ້ແສງສະຫວ່າງໄດ້ 45 ວັນ


ແສງສະຫວ່າງຖືເປັນປັດໄຈໜຶ່ງທີ່ສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາ, ບໍ່ວ່າຈະເປັນແສງສະຫວ່າງຈາກທຳມະຊາດ ຫຼື ແສງປະດິດທີ່ມະນຸດສ້າງຂຶ້ນ ໂດຍສະເພາະໃນຍາມຄ່ຳຄືນແສງສະຫວ່າງຍິ່ງຈຳເປັນຂຶ້ນໄປອີກ ແຕ່ເຖິງຢ່າງນັ້ນ ປັດຈຸບັນກໍຍັງຄົງມີປະຊາກອນເກືອບພັນລ້ານຄົນທີ່ຍັງບໍ່ສາມາດເຂົ້າເຖິງໄຟຟ້າໄດ້ ເຊິ່ງຄິດເປັນ 14% ທົ່ວໂລກ.

WaterLight ຖືກພັດທະນາຂຶ້ນມາໃຫ້ສາມາດນຳໃຊ້ພະລັງງານໝຸນວຽນໂດຍການປ່ຽນ ນ້ຳເຄັມ ຫຼື ນ້ຳປັດສະວະໃຫ້ກາຍເປັນແສງສະຫວ່າງໄດ້ ເຊິ່ງອອກແບບໃຫ້ເປັນຮູບຊົງກະບອກທີ່ສາມາດພົກພາໄດ້ງ່າຍ, ໄອເດຍດັ່ງກ່າວໄດ້ແຮງບັນດານໃຈມາຈາກຊຸມຊົນ Wayuu ເຊິ່ງເປັນຊົນເຜົ່າພື້ນເມືອງທີ່ເຮັດການປະມົງ ແລະ ງານຫັດຖະກຳເປັນອາຊີບຫຼັກ ແຕ່ບໍ່ສາມາດເຂົ້າເຖິງໄຟຟ້າໄດ້ ເຮັດໃຫ້ຊີວິດ ແລະ ການທຳມາຫາກິນຕອນກາງຄືນຂອງພວກເຂົາເປັນໄປດ້ວຍຄວາມລຳບາກ.

ໂຄມໄຟຈະໃຊ້ວັດສະດຸເປັນໄມ້ ມີຮູດ້ານຢູ່ດ້ານເທິງສຳລັບຕັກນ້ຳ ຈາກນັ້ນສານເອເລັກໂທໄລຈາກນ້ຳເຄັມກໍຈະເຮັດປະຕິກິລິຍາກັບແຜ່ນແມັກເນຊ່ຽມ ແລະ ທອງແດງດ້ານໃນ ເພື່ອປ່ຽນແປງໄຟຟ້າເປັນໄຟຟ້າ ໂດຍທີ່ນ້ຳພຽງ 500ml ສາມາດໃຫ້ແສງສະຫວ່າງໄດ້ດົນເຖິງ 45 ວັນ, ແບັດເຕີຣີ່ມີອາຍຸໃຊ້ງານໝຸນວຽນເຖິງ 5,600 ຊົ່ວໂມງ ນອກຈາກນີ້ຍັງມີພອດ USB ສຳລັບສາກອຸປະກອນອີເລັກໂທນິກ ຫຼື ໂທລະສັບອີກດ້ວຍ.

E-Dina ສະຕາດອັບດ້ານພະລັງງານໝູນວຽນ ແລະ Wunderman Thompson ບໍລິສັດດ້ານການສື່ສານໃນປະເທດໂຄລອມເບຍ ໄດ້ອອກມາບອກວ່າ “WaterLight” ເປັນໂຄມໄຟທີ່ມີປະສິດທິພາບສູງກວ່າໂຄມໄຟທີ່ຜະລິດພະລັງງານຈາກໂຊລ່າເຊວເພາະບໍ່ຕ້ອງຖ້າໃຫ້ຕາເວັນຂຶ້ນຈຶ່ງສາກໄດ້ ແລະ ສາມາດໃຊ້ໄດ້ທັນທີຫຼັງຈາກຕື່ມນ້ຳ ຖືໄດ້ວ່ານີ້ອາດເປັນໄອເດຍການຜະລິດທີ່ແທດເໝາະກັບພື້ນທີ່.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/