VinFast ລົງທຶນກວ່າ 2 ຕື້ໂດລາເພື່ອສ້າງໂຮງງານ EV ໃນປະເທດອິນເດຍ


ບໍລິສັດ VinFast ​ເປັນ​ບໍລິສັດ​ຜະລິດ​ລົດ​ໄຟ​ຟ້າ​ຂອງ​ກຸ່ມ Vingroup ຂອງ​ຫວຽດນາມ ​ໄດ້​ປະກາດ​ການ​ລົງທຶນ 2 ຕື້​ໂດ​ລາ​ສະຫະລັດໃນການສ້າງໂຮງງານຜະລິດລົດໄຟຟ້າ ແລະ ແບັດເຕີຣີ ທີ່ມີກຳລັງຜະລິດ 150,000 ຄັນຕໍ່ປີໃນເມືອງ Thoothukudi ​ພາກ​ໃຕ້​ຂອງລັດ Tamil Nadu ປະເທດອິນເດຍ. ເຊິ່ງໂຮງງານ​ດັ່ງກ່າວ​ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ປີ​ນີ້, ໂດຍໄລຍະ 5 ປີ ທຳອິດຈະໃຊ້ເງິນ​ລົງທຶນຈຳນວນ 500 ລ້ານ​ໂດ​ລາ​.

ລັດ Tamil Nadu ເປັນຜູ້ສົ່ງອອກເຄື່ອງເອເລັກໂຕຣນິກທີ່ໃຫຍ່ທີ່ສຸດຂອງອິນເດຍ ແລະ ເປັນສູນກາງຂອງອຸດສາຫະກໍາລົດ ເຊິ່ງໄດ້ຖືກຂະໜານນາມວ່າເປັນ ‘Detroit of Asia’ ເນື່ອງຈາກວ່າມັນເປັນຈຸດຍຸດທະສາດທີ່ສໍາຄັນທີ່ຜູ້ຫຼິ້ນລົດໄຟຟ້າຫຼາຍລາຍໄດ້ເຂົ້າມາສ້າງຕັ້ງໂຮງງານຜະລິດ. ລວມທັງຜູ້ຜະລິດສອງລໍ້ຂອງອິນເດຍເຊັ່ນ Ola Electric ແລະ Ather ແລະ BYD ຂອງຈີນ.

VinFast ໄດ້ມີຄວາມມຸ່ງໝັ້ນ​ໃນ​ການ​ເຮັດ​ໃຫ້​ໂຄງການ Tamil Nadu ​ເປັນ​ສູນ​ກາງ​ການ​ຜະລິດ VinFast ລະດັບ​ First Class ​ໃນ​ອາຊີ. ໂດຍມີກຳລັງການຜະລິດເຖິງ 150,000 ຄັນຕໍ່ປີ, ເມື່ອທຽບໃສ່ກັບໂຮງງານຫຼັກຢູ່ຫວຽດນາມທີ່ສາມາດຜະລິດໄດ້ 250,000 ຄັນຕໍ່ປີ. ທັງນີີ້ VinFast ຍັງໄດ້ກຽມທີ່ຈະສ້າງເຄືອຂ່າຍຕົວແທນຈຳໜ່າຍທົ່ວປະເທດ ເພື່ອຮອງຮັບການຈໍາໜ່າຍ ແລະ ໃຫ້ບໍລິການຢ່າງຕໍ່ເນື່ອງໃນປະເທດອິນເດຍອີກດ້ວຍ.

ໃນປີທີ່ຜ່ານມາ, VinFast ໄດ້ເລີ່ມຂະຫຍາຍໂຮງງານການຜະລິດ ແລະ ເລັ່ງການຂະຫຍາຍອອກສູ່ຕະຫຼາດ EV ສາກົນ, ໂດຍມີເປົ້າໝາຍໃນການເປັນຜູ້ຜະລິດ EV ທີ່ໃຫຍ່ທີ່ສຸດອັນດັບ 3 ຂອງໂລກ. ເຊິ່ງໃນປັດຈຸ​ບັນ​ແມ່ນກຳລັງຢູ່ໃນລະຫວ່າງການ​ສ້າງ​ໂຮງງານ​ຜະລິດຍົນໄຟຟ້າໃນ North carolina ແລະ ​ອີກ​ແຫ່ງ​ໜຶ່ງ​ໃນ​ອິນ​ໂດ​ເນ​ເຊຍ

ໃນໄຕມາດສຸດທ້າຍຂອງປີ 2023, VinFast ໄດ້ປະກາດແຜນການໃນການຂະຫຍາຍທຸລະກິດໄປທົ່ວສະຫະລັດ. ໂດຍປັດຈຸບັນ, ມີຜູ້ສະໝັກເຂົ້າເປັນຕົວແທນຈຳໜ່າຍແລ້ວ 70 ກວ່າລາຍ, ພ້ອມກັບຕັ້ງເປົ້າໝາຍທີ່ຈະສ້າງເຄືອຂ່າຍຕົວແທນຈຳໜ່າຍໃນອີກ 50 ປະເທດພາຍໃນທ້າຍປີ 2024.

VinFast ໄດ້ສົ່ງມອບລົດໄຟຟ້າ 10.027 ຄັນໃນໄຕມາດ 3 ປີ 2023, ເພີ່ມຂຶ້ນປະມານ 5.2% ຈາກໄຕມາດທີສອງ, ເຊິ່ງມີຍອດຂາຍທີ່ໂດດເດັ່ນໃນແຄນາດາ.

ພາຍຫຼັງຈາການກພາບໍລິສັດເຂົ້າສູ່ Nasdaq ເປັນທີ່ຮຽບຮ້ອຍແລ້ວ, VinFast ກໍໄດ້ດຳເນີນການປັບປຸງຄະນະກຳມະການຂອງບໍລິສັດຕົນເອງ, ໂດຍຫຼ້າສຸດທ່ານ Pham Nhat Vuong ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດແມ່ VinGroup ໄດ້ກາຍເປັນ CEO ຂອງ VinFast Auto Ltd., ແທນ Le Thi Thu Thuy ຫຼື Madame Thuy ທີ່ຈະມາຮັບຕໍາແໜ່ງປະທານ. ນອກ​ນີ້​ຍັງ​ໄດ້​ແຕ່ງ​ຕັ້ງ Nguyen Thi Lan Anh ​ເປັນ CFO ຄົນ​ໃໝ່ ​ແທນ​ທ່ານ David Mansfield.

ທີ່ມາ:

ft

just-auto

cafeland

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/