ເກົາຫຼີໃຕ້ ຜ່ານຮ່າງກົດໝາຍ ຫ້າມເພາະພັນ ແລະ ຂ້າໝາເພື່ອການບໍລິໂພກ


ລັດຖະສະພາເກົາເຫຼົາໃຕ້ ໄດ້ຜ່ານຮ່າງກົດໝາຍ ຫ້າມເພາະພັນ ແລະ ຂ້າໝາເພື່ອການບໍລິໂພກ ເພື່ອຢຸດພຶດຕິກຳການກິນຊີ້ນໝາແບບດັ້ງເດີມ ຫຼັງຈາກມີການຖົກຖຽງກັນມາຫຼາຍປີ ຮ່າງກົດໝາຍດັ່ງກ່າວໄດ້ຮັບການສະໜັບສະໜູນຈາກພັກລັດຖະບານ ແລະ ຝ່າຍຄ້ານ.

ພາຍໃຕ້ຮ່າງກົດໝາຍນີ້ ໃຜກໍຕາມທີ່ຂ້າໝາເພື່ອເປັນອາຫານອາດຈະຖືກລົງໂທດຈຳຄຸກສູງສຸດ 3 ປີ ຫຼື ປັບສູງສຸດ 30 ລ້ານວອນເກົາຫຼີ ແລະ ຫາກໃຜທີ່ລ້ຽງໝາໄວ້ເພື່ອຮັບປະທານ ຫຼື ຈົງໃຈຮັບສົ່ງອາຫານທີ່ເຮັດມາຈາກໝາ ກໍຈະມີໂທດປັບ ແລະ ຈຳຄຸກເຊັ່ນກັນ.

ໂດຍຮ່າງກົດໝາຍສະບັບນີ້ຈະສົ່ງຕໍ່ໃຫ້ກັບປະທານາທິບໍຂອງເກົາຫຼີໃຕ້ ເພື່ອລົງນາມອະນຸມັດເປັນຂັ້ນຕອນສຸດທ້າຍ ແນ່ນອນວ່າເກົາຫຼີໃຕ້ເປັນປະເທດທີ່ມີປະຫວັດສາດການບໍລິໂພກຊີ້ນໝາມາດົນນານ ເພາະເຊື່ອວ່າມັນຊ່ວຍເອົາຊະນະຄວາມຮ້ອນໃນລະດູຮ້ອນໄດ້ ແລະ ຍັງເປັນແຫຼ່ງໂປຣຕີນລາຄາຖືກ ພ້ອມກັບຫາໄດ້ງ່າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/