Elon Musk ເສບຕິດ “ການຫຼິ້ນຢາ” ທີ່ຜິດກົດໝາຍ! ສ້າງຄວາມວິຕົກກັງວົນໃຫ້ກັບບັນດາຜູ້ບໍລິຫານ Tesla ແລະ SpaceX


ອີງຕາມການລາຍງານຈາກ Wall Street Journal ທີ່ໄດ້ລະບຸວ່າ: ໃນ 2 – 3 ປີທີ່ຜ່ານມາ, ຜູ້ບໍລິຫານ ແລະ ຄະນະກຳມະການບາງຄົນໃນບໍລິສັດຂອງ Elon Musk ແລະ ບຸກຄົນອື່ນໆທີ່ໃກ້ຊິດ ເລິ່ມມີຄວາມກັງວົນຢ່າງຮຸນແຮງວ່າ ສາເຫດທີ່ຢູ່ເບື້ອງຫຼັງພຶດຕິກຳອັນສຸດໂຕ່ງຂອງ Elon Musk ນັ້ນກ່ຽວຂ້ອງກັບການຫຼິ້ນຢາທີ່ຜິດກົດໝາຍ.

ເຊິ່ງແຫຼ່ງຂ່າວທີ່ໃກ້ຊິດກັບ Elon Musk ເປີດເຜີຍຄວາມກັງວົນກ່ຽວກັບການຫຼິ້ນຢາຂອງ Elon Musk ໃນຖານະ CEO ຂອງ Tesla ແລະ SpaceX ໂດຍກ່າວວ່າມັນອາດຈະສົ່ງຜົນສະທ້ອນທີ່ຮ້າຍແຮງຕໍ່ບໍລິສັດທັງ 6 ແຫ່ງ ແລະ ສິນຊັບຫຼາຍຕື້ໂດລາທີ່ Elon Musk ເປັນເຈົ້າຂອງ ບໍ່ແມ່ນພຽງແຕ່ສຸຂະພາບຂອງລາວເທົ່ານັ້ນ.

ໂດຍທີ່ຜ່ານມາໄດ້ມີການລາຍງານຈາກຫຼາຍແຫ່ງທີ່ກ່າວເຖິງ Elon Musk ເຄີຍໃຊ້ຢາເສບຕິດຫຼາຍຊະນິດ ລວມທັງ LSD, cocaine, ecstasy ແລະ psychedelic mushrooms. ເຊິ່ງ Elon Musk ນັ້ນມັກຈະຫຼິ້ນຢາເຫຼົ່ານີ້ຢູ່ໃນງານລ້ຽງສ່ວນຕົວ ພ້ອມ​ກັບ​ມີການ​ເຊັນ​ສັນຍາ​ໃນການຫ້າມ​ເປີດ​ເຜີຍ​ຂໍ້​ມູນດັ່ງກ່າວ.

ນອກຈາກນີ້, Elon Musk ຍັງເຄີຍສູບກັນຊາຢູ່ກາງສາທາລະນະ. ແຕ່ລາວກໍໄດ້ຢືນຢັນວ່າລາວມີໃບສັ່ງສໍາລັບຢາ Ketamine, ເຊິ່ງເປັນຢາປະເພດດຽວກັນກັບ psychedelic mushrooms

ເຖິງຢ່າງໃດກໍຕາມ, ການໃຊ້ຢາທີ່ຜິດກົດໝາຍອາດເປັນການລະເມີດນະໂຍບາຍຂອງລັດຖະບານກາງ ເຊິ່ງອາດເປັນອັນຕະລາຍຕໍ່ສັນຍາຂອງລັດຖະບານທີ່ມູນຄ່າຫຼາຍຕື້ໂດລາຂອງ SpaceX.

ໂດຍຄວາມສ່ຽງທີ່ວ່າ ການກະທໍາທີ່ຜິດກົດໝາຍຂອງ Elon Musk ນີ້ອາດຈະສົ່ງຜົນໃຫ້ບໍລິສັດ SpaceX ເກີດຄວາມເສຍຫາຍປະມານ 1 ພັນຕື້ໂດລາໃນສິນຊັບທີ່ນັກລົງທຶນຖືຄອງ ແລະ ບົດບາດທີ່ສຳຄັນຂອງໂຄງການອະວະກາດຂອງສະຫະລັດ

ທີ່ມາG

wsj

OilTraderKP

euronews

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/