Vietjet ມອບໂປໂມຊັນສຸດພິເສດສຳລັບເສັ້ນທາງບິນ ວຽງຈັນ-ໂຮຈິມິນ ທຸກໆອາທິດ ລາຄາພຽງແຕ່ 0 USD ເທົ່ານັ້ນ *​ເຊົ່າເຮືອບິນເພີ່ມສີ່ລຳສຳລັບໃນ​ ເທສະການ​ບຸນ​ກຸດ​ຈີນ


(ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2024) ນັກທ່ອງທ່ຽວຈາກປະເທດລາວສາມາດຈອງປີ້ລາຄາໂປໂມຊັນ ພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທໍານຽມ) ດ້ວຍໂປໂມຊັນປະຈໍາອາທິດຂອງ Vietjet ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ຈົນຮອດເດືອນໜ້າ.

ລູກຄ້າສາມາດຈອງປີ້ໂປໂມຊັນສຳລັບທຸກສາຍການບິນຕ່າງປະເທດໄດ້ໃນທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ດ້ວຍລາຄາຕໍ່າສຸດ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ຈົນຮອດວັນທີ 10 ກຸມພາ 2024 ເຊິ່ງທ່ານຈະໄດ້ພົບກັບປະສົບການໃໝ່ໆທີ່ໜ້າສົນໃຈ ເລີ່ມຕັ້ງແຕ່ມື້ນີ້ເຖິງ 31 ທັນວາ 2024 (ບໍ່ລວມມື້ພັກທາງລັດຖະການ ແລະ ໄລຍະທ່ອງທ່ຽວ). ນີ້​ແມ່ນ​​ໂອ​ກາດ​ທີ່ດີ​​ສຳລັບທ່ານ “Real deal” ເພື່ອທ່ອງທ່ຽວຫວຽດ​ນາມ ແລະ ອີກຫຼາກຫຼາຍຈຸດ​ໝາຍ​ປາຍ​ທາງ​ໃນ​ພາກ​ພື້ນອາຊີ!

ເມື່ອບໍ່ດົນມາ​ນີ້, Vietjet ​ໄດ້​ເພີ່ມ​ເຮືອບິນ​ທີ່​ໃຫ້​ເຊົ່າ 4 ລໍາ ເຂົ້າ​ໃນກຸ່ມ​ເຮືອບິນ 103 ລໍາຂອງ​ຕົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເດີນທາງ​ທີ່​ສູງ​ໃນ​ໄລຍະ​ເທສະການ​ກຸດ​ຈີນ. ສາຍ​ການ​ບິນ​ຍັງ​ໄດ້​ເພີ່ມ​ຕູ້​ເຊັກ​ອິນ​ຕື່ມ​ອີກ​ໃນ​ສະໜາມ​ບິນ​ບາງແຫ່ງໃນໄລຍະທີ່ນັກທ່ອງທ່ຽວຫຼາຍ ​ເພື່ອ​ຄວາມ​ສະ​ດວກ​ຂອງ​ຜູ້​ໂດຍ​ສານ. ຍິ່ງໄປກວ່ານັ້ນ, ທາງສາຍການບິນຍັງໄດ້ແນະນໍາຜູ້ໂດຍສານໃຫ້ເຊັກອິນແບບອອນລາຍກ່ອນທີ່ຈະໄປສະໜາມບິນເພື່ອຫຼີກເວັ້ນຄວາມແອອັດ.

Vietjet ຈະ​ເປີດຖ້ຽວໂດຍ​ກົງ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ​ ຫາ ​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 25 ກຸມພາ​ນີ້ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ພຽງ 1 ຊົ່ວ​ໂມງ 45 ນາທີ​ຕໍ່​ຖ້ຽວ​ເທົ່າ​ນັ້ນ.

ມາຮ່ວມມ່ວນກັບການບິນຂອງ Vietjet ເພື່ອສຳຜັດກັບລົດຊາດອາຫານທີ່ແຊບຊ້ອຍ ແລະ ເປັນເອກະລັກຂອງອາຫານຫວຽດນາມ ເຊັ່ນ: ເຄັກ Chung ແລະ ເຂົ້າໜຽວ ລວມທັງອາຫານທີ່ເປັນເອກະລັກຄື: ເຝີ, Banh mi ແລະ ອາຫານແຊບໆທົ່ວໂລກ, ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມິດ ແລະ ເປັນມືອາຊີບ ທີ່ລະດັບຄວາມສູງ 10,000 ແມັດ.

ຂໍ້ມູເພີ່ມຕື່ມທີ່ www.vietjetair.com

ຕິດຕໍ່ຜູ້ປະສານງານດ້ານສື່:

Bigblue Agency Laos

Call: +85620 78911848 (ລັດ)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/