ທະນາຄານໂລກ ແນະນຳໃຫ້ລາວ ແກ້ໄຂບັນຫາເສດຖະກິດ ໜີ້ສາທາລະນະທີ່ອາດເພີ່ມຂຶ້ນ


ທະນາຄານໂລກລະບຸວ່າ ສປປ ລາວ ຄວນປັບຂຶ້ນອັດຕາພາສີມູນຄ່າເພີ່ມ (VAT) ພ້ອມທັງຂຶ້ນພາສີຢາສູບ ແລະ ເຄື່ອງດື່ມແອວກໍຮໍ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຈະຈັດການກັບພາວະເງິນເຟີ້ສູງ ແລະ ການອ່ອນຄ່າຂອງສະກຸນເງິນກີບ ພ້ອມທັງລັດຖະບານຄວນໃຊ້ຈ່າຍເງິນຫຼາຍຂຶ້ນໃນດ້ານການດູແລສຸຂະພາບ ແລະ ການສຶກສາ ເພື່ອວາງຮາກຖານສຳລັບການພັດທະນາໃນອະນາຄົດ.

ຄຳແນະນຳເລື່ອງພາສີຂອງທະນາຄານໂລກ ສ່ວນໃຫຍ່ມຸ່ງເນັ້ນໄປທີ່ການແກ້ໄຂບັນຫາເສດຖະກິດໃນປັດຈຸບັນຂອງ ສປປ.ລາວ ທັງເລື່ອງທີ່ຕ້ອງຕໍ່ສູ້ກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ສູງຂຶ້ນຢ່າງໄວວາ ການລົງທຶນຈາກຕ່າງປະເທດທີ່ຢູ່ໃນລະດັບຕ່ຳ ແລະ ໜີ້ສາທາລະນະທີ່ອາດເພີ່ມຂຶ້ນສູງເຖິງ 125% ຂອງ GDP ໃນປີນີ້, ໂດຍໜີ້ຈຳນວນມະຫາສານທີ່ສູງເຖິງ 1.87 ໝື່ນລ້ານໂດລາສະຫະລັດ ທ້າຍປີ 2022 ໄດ້ທຳລາຍສະຖຽນລະພາບທາງເສດຖະກິດມະຫາພາກຂອງປະເທດ ແລະ ຊະລໍການເຕີບໂຕທາງເສດຖະກິດ.

ໃນຂະນະທີ່ ປະລິມານໜີ້ຫຼາຍກວ່າເຄິ່ງເປັນຂອງຈີນທີ່ຊ່ວຍ ສປປ. ລາວ ມູນຄ່າ 6 ພັນລ້ານໂດລາສະຫະລັດ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ລວມເຖິງການລົງທຶນອື່ນໆຂອງຈີນອີກດ້ວຍ ທັງການສ້າງເສັ້ນທາງ ແລະ ເຂື່ອນໄຟຟ້າພະລັງງານນ້ຳຫຼາຍໂຄງການ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/