Jenna Ortega ເຜີຍ Wednesday ຊີຊັນ 2 ຈະສະຫຍອງຂວັນກວ່າເກົ່າແນ່ນອນ!


ຄົງບໍ່ມີໃຜບໍ່ຮູ້ຈັກ ຊີຣີ້ສຸດໂດ່ງດັງໃນປີ 2022 ຢ່າງເລື່ອງ Wednesday ທີ່ກາຍເປັນກະແສໄປທົ່ວກັບທ່າເຕັ້ນທີ່ເປັນເອກະລັກ ແລະ ແນ່ນອນວ່າແຟນໆກໍພາກັນຕັ້ງຕາລໍຄອຍການມາເຖິງຂອງຊີຊັນ 2 ເພາະຫຼ້າສຸດ Jenna Ortega ນັກສະແດງນຳໃນຊີຣີ້ເລື່ອງນີ້ໄດ້ເຜີຍວ່າ ຊີຊັນ 2 ຈະມຸ່ງເນັ້ນໄປທີ່ຄວາມສະຫຍອງຫຼາຍຂຶ້ນ.

ໃນລະຫວ່າງການປະກາດຮາງວັນ Emmy Awards ຄັ້ງທີ 75 ປະຈຳປີ  2024 ທາງ Jenna Ortega ກໍໄດ້ໄປຮ່ວມພ້ອມກັບໃຫ້ສຳພາດວ່າ “ໃນຊີຊັນ 2 ພວກເຮົາຈະໄປສູ່ຄວາມສະຫຍອງຂວັນຂຶ້ນ ມັນໜ້າຕື່ນເຕັ້ນ ແລະ ຂ້ອຍຄິດວ່າທຸກຢ່າງຈະຍິ່ງໃຫຍ່ຂຶ້ນ ພ້ອມກັບອັດແໜ້ນໄປດ້ວຍສາກແອັກຊັນຫຼາຍຂຶ້ນ ແຕ່ລະຕອນຈະໃຫ້ຄວາມຮູ້ສຶກເປັນຮູບເງົາຫຼາຍຂຶ້ນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/