Lucasfilm ຢືນຢັນ ບໍ່ເລື່ອນ! Star Wars: New Jedi Order ຍັງເດີນໜ້າເຕັມທີ່


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ Steven Knight ຜູ້ຂຽນບົດກຳລັງແກ້ໄຂບົດ Star Wars: New Jedi Order ແລະ Lucasfilm ກໍກຳລັງຖ້າຮ່າງບົດຫຼ້າສຸດຢູ່ ເຊິ່ງເປັນການຢຸດຂ່າວລືກ່ອນໜ້ານີ້ວ່າຈະມີການເລື່ອນອອກໄປ ເນື່ອງຈາກສະຕູໄດ້ນຳຮູບເງົາ The Mandalorian & Grogu ມາແທນນັ້ນເອງ.

Star Wars: New Jedi Order ເປັນໜຶ່ງໃນໂປຣເຈັກຮູບເງົາໃໝ່ໃນແຟຣນຊາຍຂອງ Star Wars ເພື່ອຂະຫຍາຍເລື່ອງລາວຂອງຈັກກະວານໃຫ້ໄປໄກກວ່າເກົ່າ ຫຼັງຈາກການຈົບໄຕພາກທີ່ຜົນອອກມາບໍ່ເປັນທີ່ປະທັບໃຈ ໂດຍຮູບເງົາເລື່ອງນີ້ຍັງບໍ່ມີກຳນົດສາຍຢ່າງເປັນທາງການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/