ທະນາຄານແຫ່ງ ສປປ ລາວ ກຽມນຳໃຊ້ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS


ເພື່ອທີ່ຈະຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time ທາງທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ນຳສະເໜີລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS (Capital Flow Management System) ໃນຮູບແບບໃໝ່. ເຊິ່ງລະບົບດັ່ງກ່າວຈະເຊື່ອມຕໍ່ແບບອັດຕະໂນມັດໂດຍກົງກັບໃບທະບຽນວິສາຫະກິດຂອງທ່ານຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ລະຫັດ Asycuda ຂອງທ່ານຢູ່ກະຊວງການເງິນ ແລະ ເຊື່ອມຕໍ່ກັບທຸລະກຳຂອງທ່ານຢູ່ດ່ານພາສີແຕ່ລະດ່ານ. ເພື່ອທີ່ຈະຕິດຕາມຕົວເລກການສົ່ງອອກຕົວຈິງ ຕະຫຼອດຈົນຮອດເລກບັນຊີຂອງທ່ານຢູ່ໃນທະນາຄານທຸລະກິດທີ່ທະນາຄານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ດຳເນີນການເຄື່ອນໄຫວ ສົ່ງອອກ-ນຳເຂົ້າ ແລະ ການລົງທຶນຈາກຕ່າງປະເທດ.

ທັງນີ້, ໃນອະນາຄົດລະບົບດັ່ງກ່າວອາດຈະເພີ່ມການເຊື່ອມຕໍ່ຫາກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ລວມທັງກະຊວງອື່ນໆທີ່ກ່ຽວຂ້ອງ. ໂດຍທະນາຄານແຫ່ງ ສປປ ລາວ ຈະກຳນົດເວລາໃຫ້ທະນາຄານທຸລະກິດຕ່າງໆໃນການພັດທະນາແອັບພິເຄຊັນໃຫ້ສາມາດເຊື່ອມຕໍ່ເຂົ້າກັບທະນາຄານແຫ່ງ ສປປ ລາວ ໄດ້ຢ່າງສຳເລັດພາຍໃນປີ 2024.

ນອກຈາກນີ້ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ບໍ່ພຽງແຕ່ເພີ່ມຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຊື່ອມຕໍ່ ແລະ ຕິດຕາມຂໍ້ມູນຂອງກະແສເງິນເທົ່ານັ້ນ, ມັນຍັງຊ່ວຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງສາມາດຕິດຕາມຂໍ້ມູນຂອງມູນຄ່າ, ຜະລິດຕະພັນສິນຄ້າແຕ່ລະປະເພດໃນການສົ່ງອອກ-ນຳເຂົ້າຢູ່ແຜງການຄວມຄຸມ (Dashboard), ຊ່ວຍຈັດອັດດັບ Ranking ແລະ ລວບລວມຂໍ້ມູນແບບລວມສູນໃຫ້ຊັດເຈນ.

ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ຈະຊ່ວຍອຳນວຍຄວາມສະດວກໃນການຕິດຕາມການສົ່ງອອກ-ນຳເຂົ້າຂອງສິນຄ້າ ແລະ ການລົງທຶນຈາກຕ່າງປະເທດດັ່ງນີ້:

  1. CMS ຈະຊ່ວຍແຈ້ງເຕືອນວ່າທ່ານໄດ້ຮັບການຊຳລະເງິນຈາກປາຍທາງແລ້ວ ຫຼື ຍັງ
  2. ວາງແຜນຄາດການລາຍຮັບໃຫ້ແກ່ທ່ານເປັນລາຍມື້, ລາຍອາທິດ, ລາຍເດືອນ ແລະ ລາຍປີ
  3. ຫຼຸດຜ່ອນເວລາໄປພົວພັນກັບທະນາຄານດ້ວຍຕົນເອງ ແລະ ພະແນກທີ່ກ່ຽວຂ້ອງ
  4. ຕິດຕາມສິນຄ້າຊ່ວຍທ່ານຖ້າສິນຄ້ານຳເຂົ້າມາຕາມກຳນົດເວລາ
  5. ຊ່ວຍສະຫຼຸບບັນຊີເງິນລົງທຶນຈາກຕ່າງປະເທດທັງເປັນວັດຖຸ ແລະ ຮູບແບບເງິນສົດ ແລະ ຊ່ວຍຢັ້ງຢືນກັບພາກສ່ວນທີ່ກ່ຽວຂ້ອງແບບ Real-time
  6. ແຈ້ງເຕືອນກ່ຽວກັບຈຳນວນເງິນທີ່ທ່ານຕ້ອງແລກປ່ຽນ ແລະ ຈຳນວນເງິນທີ່ສາມາດຖອນອອກມາໄດ້ ຫຼື ສາມາດແລກປ່ຽນກັບແພລັດຟອມທະນາຄານແຫ່ງ ສປປລາວ ເມື່ອສົ່ງອອກສິນຄ້າສຳເລັດ

ສະຫຼຸບ

ຈຸດປະສົງຂອງລະບົບ CMS

ລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີເປົ້າໝາຍຄື:

  • ຄຸ້ມຄອງ ​ແລະ ຕິດຕາມ​ການ​ເຄື່ອນ​ໄຫວຂອງເງິນ​ທຶນ​ລະຫວ່າງປະເທດ.
  • ຮັກສາ​ສະຖຽນ​ລະ​ພາບທາງ​ດ້ານ​ເສດຖະກິດ​ການ​ ແລະ ການເງິນ​ຂອງ​ປະ​ເທດ.
  • ປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ
  • ຊຸກຍູ້​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງປະເທດ

ຄຸນສົມບັດຂອງລະບົບ CMS

ລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີຄຸນສົມບັດຄື:

  • ຄອບຄຸມການເຄື່ອນໄຫວຂອງເງິນທຶນທຸກປະເພດລະຫວ່າງປະເທດ.
  • ງ່າຍ​ ແລະ ​ສະ​ດວກ​ໃນ​ການ​ນໍາ​ໃຊ້​.
  • ຄວາມປອດໄພສູງ

ຂັ້ນຕອນການນໍາໃຊ້ລະບົບ CMS

  • ລົງທະບຽນນຳໃຊ້ລະບົບ CMS ກັບທະນາຄານແຫ່ງປະເທດລາວ.
  • ເຂົ້າເຖິງລະບົບ CMS ດ້ວຍຊື່ຜູ້ໃຊ້ ແລະ ລະຫັດຜ່ານທີ່ໄດ້ຮັບຈາກທະນາຄານແຫ່ງ ສປປ ລາວ
  • ເລືອກປະເພດຂອງທຸລະກໍາທີ່ທ່ານຕ້ອງການທີ່ຈະດໍາເນີນການ.
  • ຕື່ມຂໍ້ມູນທີ່ຈໍາເປັນສໍາລັບການເຮັດທຸລະກໍາ.
  • ຢືນຢັນທຸລະກໍາ

ສະຫຼຸບເພີ່ມເຕີມ

ລະບົບ CMS ທະນາຄານແຫ່ງ ສປປ ລາວ ໃນແບບໃໝ່ເປັນລະບົບທີ່ມີປະສິດທິພາບ ແລະ ທັນສະໄໝ. ເຊິ່ງຈະຊ່ວຍສົ່ງເສີມລະບົບການເງິນຂອງປະເທດໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນ.

ຂໍ້ມູນຈາກ:

youtube

bol.gov.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/