ຈີນເປີດເຜີຍຕົວເລກເສດຖະກິດ ໄດ້ມີການຟື້ນຕົວຂຶ້ນເຖິງ 5.2% ໃນປີ 2023 ເຊິ່ງສູງກວ່າເປົ້າໝາຍທີ່ລັດຖະບານວາງໄວ້


ໃນວັນທີ 17 ມັງກອນທີ່ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຈີນ (NBS) ໄດ້ມີການລາຍງານວ່າ ຍອດລວມຂອງ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ​ຈີນ​ໃນ​ປີ 2023 ເພີ່ມ​ຂຶ້ນ 5.2% ເມື່ອ​ທຽບ​ໃສ່​ປີ​ກາຍ ເຊິ່ງ​ສູງ​ກວ່າ​ເປົ້າ​ໝາຍ​ທີ່​ລັດຖະບານ​ຈີນ​ໄດ້ວາງ​ໄວ້​ປະມານ 5% ພາຍຫຼັງ​ທີ່​ຈີນ​ໄດ້​ຍຸຕິ​ມາດ​ຕະການ​ປິດ​ລ້ອມເພື່ອປ້ອງກັນການແຜ່ລະບາດຂອງ COVID-19 ​ສົ່ງຜົນໃຫ້​ເສດຖະກິດ​ຈີນ​ຊະລໍຕົວລົງ​ສູ່ລະດັບ 3% ​ໃນ​ປີ 2022.

ໃນສ່ວນຂອງ GDP ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2023 ໄດ້ມີການຂະຫຍາຍຕົວຂຶ້ນ 5.2% ໂດຍໄດ້ຮັບແຮງຊຸກຍູ້ຈາກການເພີ່ມ​ຄ່າ​ໃຊ້​ຈ່າຍ​ເພື່ອ​ຊຸກຍູ້​ເສດຖະກິດ​ໃຫ້​ຟື້ນ​ຟູ​ຈາກ​ COVID-19. ຢ່າງໃດກໍຕາມ, ຕົວເລກ GDP ຂອງໄຕມາດທີ 4 ແມ່ນຍັງຕໍ່າກວ່າການຄາດການຂອງນັກວິເຄາະທີ່ໄດ້ເຮັດການສຳຫຼວດ ແລະ ຄາດການວ່າຈະເຕີບໂຕເຖິງ 5.3%.

ໂດຍການເປີດເຜີຍສະຖິຕິຂອງ NBS ໄດ້ມີຄວາມສອດຄ່ອງກັບ ນາຍົກລັດຖະມົນຕີ Li Qiang ໄດ້ກ່າວ​ຄຳ​ປາ​ໄສ​ເມື່ອ​ວັນ​ອັງຄານ​ (16 ມັງກອນ) ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ World Economic Forum ທີ່​ເມືອງ Davos ປະ​ເທດ​ສະ​ວິດເຊີແລນ ວ່າ

“ໃນ​ປີ 2023 ທີ່ຜ່ານມາ, ​ເສດຖະກິດ​ຈີນໄດ້ມີການ​ຟື້ນ​ຕົວຢູ່ປະມານ 5.2 % ເຊິ່ງສູງກວ່າເປົ້າໝາຍຂອງລັດຖະບານທີ່ວາງໄວ້ ແລະ ພວກເຮົາບໍ່ໄດ້ເພິ່ງພາໃສ່ການກະຕຸ້ນເສດຖະກິດຂະໜາດໃຫຍ່ ເພາະວ່າພວກເຮົາບໍ່ຕ້ອງການໃຫ້ເສດຖະກິດເຕີບໂຕໃນໄລຍະສັ້ນ ແຕ່ຕ້ອງປະເຊີນກັບຄວາມສ່ຽງໃນໄລຍະຍາວ”

ນາຍົກລັດຖະມົນຕີ Li Qiang ກ່າວຕື່ມວ່າ “ເສດຖະກິດຂອງຈີນຈະສາມາດຟື້ນຕົວຂຶ້ນເລື້ອຍໆຢ່າງ​ຕໍ່ເນື່ອງ ແລະ​ ຍັງຄົງສືບ​ຕໍ່​ເປັນແຮງຂັບເຄື່ອນໃຫ້ເສດຖະກິດໂລກມີຄວາມເຂັ້ມແຂງຕໍ່ໄປ”

ທີ່ມາ:

cnn

cnn2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/