ຈີນ ຜະລິດແບັດເຕີຣີພະລັງງານນິວເຄຼຍ ທີ່ໃຊ້ງານຕໍ່ເນື່ອງໄດ້ເຖິງ 50 ປີ


ບໍລິສັດ Betavolt Technology  ເປັນບໍລິສັດເຕັກໂນໂລຊີ ແລະ ນະວັດຕະກຳຈາກປະເທດຈີນ  ໄດ້ອອກມາເຜີຍເຖິງການຜະລິດແບັດເຕີຣີແບບໃໝ່ ທີ່ອາໄສພະລັງງານນິວເຄຼຍ ພ້ອມຍັງສາມາດໃຊ້ງານໄດ້ຍາວນານຢ່າງຕໍ່ເນື່ອງດົນຮອດ 50 ປີ.

ໂດຍແບັດເຕີຣີມີຂະໜາດນ້ອຍກະທັດຮັດຢູ່ທີ່ 15 x 15 x 5 ມິນລີແມັດ ພ້ອມຍັງຜະລິດຈາກໄອໂຊໂທບນິກເກີ-63 ທີ່ມີຄວາມໜາ 2 ໄມຄຣອນ ມາປະກອບສະຫຼັບກັບຄອນດັກເຕີເພັດຜະລຶກຂະໜາດ 10 ໄມຄຣອນ ຊ້ອນກັນ 2 ຊັ້ນ 3 ຊຸດ ເພື່ອໃຫ້ເກີດກະແສໄຟຟ້າໃນລະດັບທີ່ນຳໄປໃຊ້ໄດ້ໃນຊີວິດປະຈຳວັນ.

ໂດຍທາງ Betavolt Technology ໄດ້ຕັ້ງຊື່ວ່າ “BV100” ແນ່ນອນວ່າຈຸດເດັ່ນຂອງມັນຢູ່ທີ່ການນຳໃຊ້ໃນອຸປະກອນເອເລັກໂຕຣນິກໄດ້ຍາວນານເຖິງ 50 ປີ ຕໍ່ການສາກພຽງຄັ້ງດຽວ ຫາກນຳໃຊ້ໃນໂທລະສັບຈະສາມາດໃຊ້ແບບບໍ່ສາກຕິດຕໍ່ໄດ້ເຖິງ 50 ປີ.

ເຖິງຢ່າງໃດກໍຕາມ ທາງ Betavolt Technology ລະບຸວ່າ “BV100” ຍັງຢູ່ໃນຂັ້ນຕອນທົດສອບໃນການໃຊ້ງານລັກສະນະຕ່າງໆ ເພື່ອໃຫ້ໝັ້ນໃຈໃນຄວາມປອດໄພ ການໃຊ້ງານໃນອະນາຄົດຕໍ່ໄປ ພ້ອມສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໃຊ້ງານວ່າຈະໄດ້ຮັບຄວາມປອດໄພແບບສູງສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/