ບໍລິສັດ Ping An ໄດ້ຍື່ນມືເຂົ້າຊ່ວຍ “ວິກິດການອະສັງຫາລິມະຊັບໃນຈີນ” ປະກາດ​ເພີ່ມ​ວົງ​ເງິນ​ສິນ​ເຊື່ອ​ ແລະ ​ຂະຫຍາຍ​ສິນ​ເຊື່ອ​ໃຫ້​ບໍລິສັດ​ອະສັງຫາລິມະ​ຊັບ​ຈີນ 41 ​ແຫ່ງ​ທີ່​ປະສົບ​ກັບ​ບັນຫາ


ໃນວັນທີ 16 ມັງກອນ, ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ Ping An Bank Co. ບໍລິສັດຜູ້ໃຫ້ກູ້ຢືມລາຍໃຫຍ່ຂອງຈີນ ໄດ້ຈັດອັນດັບບໍລິສັດ 41 ແຫ່ງໃນບັນຊີລາຍຊື່ຂອງບໍລິສັດພັດທະນາອະສັງຫາລິມະຊັບທີ່ມີສິດໄດ້ຮັບການສະໜັບສະໜູນດ້ານເງິນທຶນ. ເຊິ່ງນີ້ຖືເປັນການເຄື່ອນໄຫວຫຼ້າສຸດເພື່ອຊ່ວຍເຫຼືອຂະແໜງອະສັງຫາລິມະຊັບຂອງປະເທດທີ່ກຳລັງປະເຊີນກັບບັນຫາວິກິດການອະສັງຫາລິມະຊັບໃນຕອນນີ້.

Ping An Bank ໄດ້ຕັດສິນໃຈປັບ​ມາດຕະຖານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂະຫຍາຍ​ວົງ​ເງິນ​ສິນ​ເຊື່ອ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທຶນ​ທີ່​ເໝາະ​ສົມ​ຂອງ​ບັນດາ​ບໍລິສັດ​ອະສັງຫາລິມະ​ຊັບ. ນີ້​ແມ່ນ​ພາລະກິດ​ທີ່​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ເສດຖະກິດ​ປະຈຳ​ປີ​ຄັ້ງ​ໃຫຍ່​ຂອງ​ລັດຖະບານ​ໃນ​ເດືອນຜ່ານມາ​.

ທັງນີ້, Ping An Bank ຍັງໄດ້​ແຈກຢາຍລາຍຊື່ໄປໃຫ້ພະແນກ ​ແລະ ສາຂາຕ່າງໆ​ຂອງ​ບໍລິສັດ​ໃນ​ຕົ້ນ​ເດືອນ​ນີ້ ວ່າຄວນຈະຂະຫຍາຍການສະໜັບສະໜູນການໃຫ້ສິນເຊື່ອຢ່າງເຕັມທີ່ແກ່ບໍລິສັດພັດທະນາອະສັງຫາລິມະຊັບທີ່ດໍາເນີນທຸລະກິດທີ່ດຳເນີນງານຕາມປົກກະຕິ; ແລະ ຫຼີກເວັ້ນຈາກການຕັດ ຫຼື ໂຈະການຈຳກັດສິນເຊື່ອ. ອີກທັງທະນາຄານຍັງໄດ້ຮຽກຮ້ອງໃຫ້ນໍາໃຊ້ການຂະຫຍາຍເວລາໃຫ້ຄົບຕາມກຳນົດ ແລະ ກຳນົດຕາຕະລາງໃນການຊຳລະເງິນຈໃໝ່ເພື່ອຫຼຸດຜ່ອນຄວາມກົດດັນດ້ານສະພາບຄ່ອງ. ໂດຍຫຼາຍກວ່າເຄິ່ງໜຶ່ງຂອງບໍລິສັດອະສັງຫາລິມະຊັບຢູ່ໃນບັນຊີລາຍຊື່ແມ່ນໄດ້ຮັບການສະໜັບສະໜູນຈາກພາກລັດ ເຊິ່ງນີ້ລວມມີບໍລິສັດ Poly Property Group Co. ແລະ ບໍລິສັດ Beijing Urban Construction Group Co., ໃນຂະນະສ່ວນທີ່ເຫຼືອແມ່ນກວມເອົາພາກເອກະຊົນເຊັ່ນ: Longfor Group Holdings Ltd., China Vanke Co. ແລະ Gemdale Corp.

ນອກຈາກນີ້ໃນບັນຊີລາຍການຊື່ດັ່ງກ່າວຍັງລວມມີບັນດາບໍລິສັດອະສັງຫາລິມະຊັບເຊັ່ນ: Hangzhou Binjiang Group Co. ແລະ Greentown China Holdings Ltd., ລວມເຖິງຜູ້ພັດທະນາທີ່ຕັ້ງຢູ່ໃນຮ່ອງກົງເຊັ່ນ: ບໍລິສັດ New World Development ແລະ Sun Hung Kai Properties Ltd.

ທີ່ມາ:

bloomberg

bnnbloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/