ເກົາຫຼີໃຕ້ ກຽມດັນການທ່ອງທ່ຽວດ້ວຍ Visa ພິເສດສຳລັບຄົນຮັກ K-POP


ປະເທດເກົາຫຼີໃຕ້ ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ແລະ ມີຈຸດຂາຍທີ່ຄົນທົ່ວໂລກຮູ້ ແນ່ນອນວ່າຄົງບໍ່ພົ້ນກະແສຂອງ K-POP ທີ່ສາມາດສ້າງຖານແຟນຄລັບໄປທົ່ວໂລກ ພ້ອມກັບນຳເມັດເງິນເຂົ້າປະເທດໄດ້ຢ່າງມະຫາສານ ດ້ວຍການຕໍ່ຍອດໄປໃນຫຼາຍອຸດສາຫະກຳ ເອີ້ນໄດ້ວ່າ K-POP ເປັນ Soft Power ທີ່ແທ້ຈິງໄດ້ເລີຍ.

ລັດຖະບານເກົາຫຼີໃຕ້ ຈຶ່ງໄດ້ນຳສິ່ງນີ້ມາເປັນປະໂຫຍດ ເພື່ອມາຊຸກຍູ້ອຸດສາຫະກຳທ່ອງທ່ຽວ ເພື່ອໂອກາດໃນການເຕີບໂຕທາງເສດຖະກິດ ໂດຍຈະໃຊ້ກົນລະຍຸດໃນການປະຊາສຳພັນປະເທດ ແລະ ສົ່ງເສີມການທ່ອງທ່ຽວ ດ້ວຍ Visa ພິເສດ ສຳລັບຄົນຮັກ K-POP ແລະ  K-Culture ເຊິ່ງມີຊື່ເອື້ນວ່າ “Hallyu Visa” ນັ້ນເອງ.

ໂດຍ Hallyu Visa ເປັນນະໂຍບາຍສົ່ງເສີມການທ້ອງທ່ຽວປະເທດເກົາຫຼີໃຕ້ ມີໄວ້ໃຫ້ສຳລັບຄົນຕ່າງປະເທດທີ່ຕ້ອງການເດີນທາງມາທ່ອງທ່ຽວ ແລະ ມີສ່ວນຮ່ວມກັບວັດທະນາທຳເກົາຫຼີໃນຮູບແບບຕ່າງໆ ພ້ອມນັ້ນຍັງສາມາດຢູ່ໄດ້ເຖິງ 2 ປີ ແຕ່ນັກທ່ອງທ່ຽວຈຳເປັນຕ້ອງລົງທະບຽນຜ່ານສະຖາບັນສິລະປະການສະແດງໃນປະເທດເກົາຫຼີກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/