V ວົງ BTS ສ້າງສະຖິຕິ ມີຜູ້ຕິດຕາມຈາກ 1 ລ້ານ ເຖິງ 20 ລ້ານໃນ Instagram ໄວທີ່ສຸດໃນປະຫວັດສາດ


V ຫຼື Kim Taehyung ສະມາຊິກວົງ BTS ເຊິ່ງທີ່ຜ່ານມາກໍໄດ້ສ້າງສະຖິຕິໃນແພັດຟອມຕ່າງໆມາໂດຍຕະຫຼອດ. ຫຼ້າສຸດ ກໍສ້າງສະຖິຕິໃໝ່ໃນ Instagram ທີ່ມີຍອດຜູ້ຕິດຕາມຈາກ 1 ລ້ານ ເຖິງ 20 ລ້ານ ໄວທີ່ສຸດໃນປະຫວັດສາດ. ຍອດຜູ້ຕິດຕາມຮອດ 10 ລ້ານໃຊ້ເວລາພຽງ 4 ຊົ່ວໂມງ 47 ນາທີ ແລະ 21.4 ລ້ານພາຍໃນ 36 ຊົ່ວໂມງ 46 ນາທີ.

ເມື່ອວັນທີ 6 ທັນວາ 2021 ທີ່ຜ່ານມາ ໜຸ່ມໆວົງ BTS ທັງ 7 ຄົນ ໄດ້ເປີດບັນຊີ Instagram ສ່ວນຕົວເປັນຄັ້ງທຳອິດ ເຮັດໃຫ້ບັນດາ ARMY (ຊື່ເອີ້ນແຟນຄລັບ) ທົ່ວໂລກຕ່າງກໍດີໃຈ ແລະ ຕື່ນເຕັ້ນໄປຕາມໆກັນ ແລະ ຍອດ Follow ກໍສູງຂຶ້ນຢ່າງໄວວາ ແລະ ຕໍ່ເນື່ອງ.

V ໜຶ່ງໃນສະມາຊິກ BTS ໄດ້ມີຜູ້ຕິດຕາມໄວກວ່າສະມາຊິກຄົນອື່ນໆ ເຊິ່ງມີຍອດຜູ້ຕິດຕາມ 10 ລ້ານໄວທີ່ສຸດໃນປະຫວັດສາດ ໃຊ້ເວລາພຽງ 4 ຊົ່ວໂມງ 47 ນາທີ ເທົ່ານັ້ນ ເອົາຊະນະແຊ້ມເກົ່າຢ່າງ Angelina Jolie ໄດ້ສຳເລັດ ແລະ ພາບຖ່າຍທີ່ໂພສກໍມີຄົນກົດ Like ເຖິງ 1 ລ້ານຄັ້ງ ພາຍໃນ 4 ນາທີ ທຳລາຍສະຖິຕິເກົ່າ Billie Eilish ໄດ້ສຳເລັດເຊັ່ນດຽວກັນ, ຍອດກົດ Like ຮູບປັດຈຸບັນກໍສູງເຖິງ 14 ລ້ານພາຍໃນ 1 ມື້ ແລະ ຮູບພາບຕ່າງໆກໍສູງຂຶ້ນຈົນເກືອບ 15 ລ້ານ. ນັບວ່າເປັນໄອດໍ້ເກົາຫຼີຄົນທຳອິດທີ່ໄດ້ຍອດໄລ້ຫຼາຍທີ່ສຸດ. ປັດຈຸບັນ V ມີຜູ້ຕິດຕາມ 21.4 ລ້ານພາຍໃນ 36 ຊົ່ວໂມງ 46 ນາທີ.

ຖືໄດ້ວ່າເປັນໜຸ່ມໄອດໍ້ເກົາຫຼີຄົນໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍ ເພາະນອກຈະໜ້າຕາດີແລ້ວ ໜຸ່ມຄົນນີ້ຍັງໄດ້ຮາງວັນຕຳແໜ່ງໜຸ່ມຫຼໍ່ທີ່ສຸດໃນໂລກ ຈາກສື່ຕ່າງປະເທດ 2 ສຳນັກຊ້ອນ ເຊິ່ງຊະນະຄະແນນໂຫວດໃນຫົວຂໍ້ “ຊາຍໜຸ່ມທີ່ຫຼໍ່ທີ່ສຸດໃນໂລກ” ພ້ອມຍັງໄດ້ຮັບໃບປະກາດສະນີຍະບັດຢືນຍັນຄວາມຫຼໍ່ທີ່ສຸດໃນໂລກຢ່າງເປັນທາງການອີກດ້ວຍ.

ສື່ຕ່າງປະເທດ 2 ສື່ ໂດຍວາລະສານ Nubia Magazine ຂອງສະຫະລາຊະອານາຈັກ ໄດ້ເຮັດແບບສຳຫຼວດໃນຫົວຂໍ້ຄົນດັງຊາຍຫຼໍ່ທີ່ສຸດໃນໂລກຈາກຜູ້ໂຫວດໃນ 183 ປະເທດທົ່ວໂລກເປັນເວລາ 5 ເດືອນ ໂດຍມີຜູ້ຮ່ວມໂຫວດຫຼາຍກວ່າ 1 ລ້ານຄົນ, ເຊິ່ງ V ໄດ້ຮັບສຽງໂຫວດເປັນຈຳນວນຫຼາຍກວ່າ 6 ແສນໂຫວດ ວາລະສານ Nubia Magazine ກໍໄດ້ສົ່ງໃບປະກາດສະນີຍະບັດໃຫ້ທາງຄ້າຍ Big Hit ໂດຍກົງ.

ໃນສ່ວນຂອງວາລະສານ Asian New International ເຊິ່ງເປັນສື່ຂອງປະເທດອິນເດຍກໍໄດ້ປະກາດໃຫ້ V ຢູ່ອັນດັບທີ 1 ຜູ້ຊາຍທີ່ຫຼໍ່ທີ່ສຸດໃນໂລກ, ສາມາດເອົາຊະນະແຊ້ມເກົ່າດາລາ ຮໍລິວູດ ຢ່າງ Robert Pattinson, Brad Pitt ແລະ Tom Cruise ໄດ້. ນອກຈາກນີ້ ກໍມີຫຼາຍສະຖິຕິດ້ວຍກັນ ຖືວ່າເປັນອີກໜຸ່ມທີ່ໜ້າຕິດຕາມ ແລະ ໜ້າຈັບຕາເບິ່ງ. ເພາະນອກຈາກຈະມີຄວາມສາມາດໃນດ້ານການສະແດງ, ການຮ້ອງເພງ ແລະ ການເຕັ້ນແລ້ວ ແຟນຄລັບຍັງໄດ້ບອກອີກວ່າໜຸ່ມ V ເປັນຄົນນິດໄສດີ, ຕະຫຼົກເຮຮາ, ອ່ອນໂຍນ, ມັກລ້ຽງສັດ, ມັກເດັກນ້ອຍ, ມັກເຮັດສິ່ງແປກໆໃຫ້ທຸກຄົນໄດ້ເຫັນ. ໂດຍສະເພາະການເຮັດສິ່ງແປກໆຕະຫຼົກໆໃຫ້ສະມາຊິກໄດ້ຫົວ ຈົນສະມາຊິກກໍອອກມາບອກວ່າໜຸ່ມ ວີ ມັກເຮັດສິ່ງແປກໆຕະຫຼົກ, ໃນດ້ານການສະແດງກໍສະແດງສີໜ້າແວວຕາໄດ້ດີ ຈົນເຮັດໃຫ້ ARMY ຕົກຂຸມຮັກຈົນບໍ່ຈົບບໍ່ສິ້ນ.

ສຳລັບຈຳນວນການຕິດຕາມໜຸ່ມໆທັງ 7 ແມ່ນຍັງຄົງມີຍອດເພີ່ມຂຶ້ນເລື້ອຍໆ. ໃນນີ້ Jungkook ກໍມີຜູ້ຕິດຕາມທະລຸ 20.5 ລ້ານເປັນອັນດັບ 2 ທີ່ມີຜູ້ຕິດຕາມໄວທີ່ສຸດຮອງຈາກ V. ສ່ວນສະມາຊິກຄົນອື່ນໆກໍມີຜູ້ຕິດຕາມເພີ່ມຂຶ້ນຢ່າງຕໍ່ເນື່ອງຕາມກັນມາຕິດໆ V: 21.5M; Jungkook: 20.5M; Jimin: 20M; ;Jin: 19.3M; Suga: 19.1M; RM: 19M ແລະ J-Hope: 19M.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/