ການຕັດຕໍ່ຢີນເພື່ອເລືອກເພດ ອາດຊ່ວຍສັດຈາກການຖືກກຳຈັດໄດ້ຫຼາຍ ເມື່ອບໍ່ຕ້ອງການເພດໃດໜຶ່ງ


ນັກວິທະຍາສາດສຳເລັດການສ້າງເທັກໂນໂລຢີ ທີ່ສາມາດຕັດຕໍ່ຢີນເພື່ອເລືອກເພດໃດໜຶ່ງໃຫ້ແກ່ໜູທົດລອງສຳເລັດ ໂດຍເຊື່ອວ່າ ເທັກໂນໂລຢີດັ່ງກ່າວນີ້ ຈະສາມາດປ້ອງກັນການຂ້າໜູຕາຍເປັນຈຳນວນຫຼາຍພັນໂຕ ຈາກການບໍ່ຕ້ອງການບາງເພດເພື່ອນຳເຂົ້າມາທົດລອງ. ນອກຈາກນີ້ພວກເຂົາຍັງເຫັນຄວາມເປັນໄປໄດ້ໃນການປ້ອງກັນ ການຂ້າໄກ່ໂຕຜູ້ຫຼາຍລ້ານໂຕໃນສະຫະລາຊະອານາຈັກ ພຽງເຫດຜົນທີ່ວ່າມັນບໍ່ສາມາດອອກໄຂ່ໄດ້.

ນັກວິໄຈເຊື່ອວ່າເທັກນິກດັ່ງກ່າວສາມາດນຳມາໃຊ້ກັບສັດໃນຟາມໄດ້ ແລະ ພວກເຂົາກຳລັງພິຈາລະນາການວິໄຈຂະໜາດນ້ອຍປັດຈຸບັນ. ລັດຖະບານກຳລັງພິຈາລະນາອະນຸຍາດການນຳໃຊ້ເທັກໂລໂນຢີເພື່ອຕັດຕໍ່ຢີນໃນອຸດສາຫະກຳການລ້ຽງສັດໃນອັງກິດ.

ຕົວລະບົບຈະໄດ້ຖືກຕັ້ງໂປຣແກຣມໃຫ້ເລືອກຕົວອ່ອນລະຫວ່າງ ເພດແມ່ ຫຼື ເພດຜູ້ ຕັ້ງແຕ່ໄລຍະທຳອິດຂອງພັດທະນາການ.

ສັດລ້ຽງລູກດ້ວຍນົມຈະຖືກຈຳແນກໂດຍໂຄຣໂມໂຊມເພດ. ເຊິ່ງໂຕແມ່ ຈະມີໂຄຣໂມໂຊມ XX ໜຶ່ງແມ່ນໄດ້ຮັບມາຈາກແມ່ ແລະ ອີກອັນໜຶ່ງແມ່ນຈາກພໍ່. ສ່ວນໂຕຜູ້ນັ້ນ, ມີໂຄຣໂມໂຊມ X ຕົວດຽວຈາກແມ່ ແລະ ໂຄຣໂມໂຊມ Y ຈາກພໍ່.

ນັກວິໄຈສາມາດປ້ອງກັນບໍ່ໃຫ້ເກີດທັງ XX ຫຼື XY ໃນຕົວອ່ອນຂອງໜູ ບໍ່ໃຫ້ມັນໄດ້ມີພັດທະນາການ ໂດຍການປິດການເຮັດວຽກຂອງຢີນ, ຜົນທີ່ໄດ້ແມ່ນມັນໄດ້ຢຸດຕົວອ່ອນຈາກການພັດທະນາຕັ້ງແຕ່ໄລຍະເລີ່ມຕົ້ນ ເຊິ່ງຈະມີ 16-32 ເຊວ.

Crispr-Cas9 ແມ່ນປັດໄຈໃນການຢຸດການເຮັດວຽກຂອງຢີນ ມັນໄດ້ຖືກແບ່ງອອກເປັນ 2 ສ່ວນ ໜຶ່ງສ່ວນແມ່ນໄດ້ຢຸດການເຮັດວຽກຂອງຢີນເຂົ້າໄປໃນ DNA ຂອງໂຕແມ່, ແລະ ອີກເຄິ່ງໜຶ່ງເຂົ້າໄປໃນໂຄຣໂມໂຊມ X ຫຼື Y ຂອງພໍ່ ໂດຍຈະຂຶ້ນກັບວ່າເພດຂອງລູກທີ່ຕ້ອງການແມ່ນເພດໃດ. Crispr-Cas9 ຈະສາມາດເຮັດໃຫ້ຢີນຢຸດເຮັດວຽກໄດ້ກໍຕໍ່ເມື່ອທັງສອງສ່ວນເຂົ້າມາລວມກັນ. ຖ້າໃນສ່ວນຢີນຂອງພໍ່ແມ່ນໄດ້ຖືກຕັດຕໍ່ໃຫ້ເປັນໂຄຣໂມໂຊມ Y ທັນທີທີ່ໄດ້ລວມກັບ DNA ຂອງແມ່ທີ່ມີການຕັດຕໍ່ຢີນເຊັ່ນກັນ, ຜົນແມ່ນຈະໄດ້ຕົວອ່ອນໂຕຜູ້ XY ເຊິ່ງຈະມີໂມເລກຸນທີ່ຢຸດການເຮັດວຽກຂອງຢີນ ເພື່ອປ້ອງກັນບໍ່ໃຫ້ເກີດການພັດທະນາໃນອະນາຄົດ. ແຕ່ສຳລັບຕົວແມ່ທີ່ບໍ່ໄດ້ຮັບໂມເລກຸນຕັດຕໍ່ຢີນຈາກຕົວພໍ່ກໍຈະພັດທະນາໄປຕາມທຳມະຊາດ.

ທຳອິດແລ້ວ, ເທັກນິກດັ່ງກ່າວນັ້ນແມ່ນສ້າງມາເພື່ອຫຼຸດຜ່ອນຈຳນວນການຂ້າໜູທົດລອງ ທີ່ຕ້ອງການທົດລອງນຳແຕ່ໜູໂຕຜູ້ ຫຼື ໂຕແມ່ເທົ່ານັ້ນ. ແຕ່ພາຍຫຼັງເຫັນຄວາມເປັນໄດ້ ກໍນັບວ່າແມ່ນບາດກ້າວອັນໃຫຍ່ທີ່ຈະຊ່ວຍຫຼຸດຜ່ອນການຂ້າສັດທີບໍ່ຈຳເປັນ ເນື່ອງຈາກມະນຸດເຮົາຍັງຕ້ອງບໍລິໂພກຜະລິດຕະພັນທີ່ເຮັດດ້ວຍສັດອີກຫຼາຍ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/