10 ປີການຈາກໄປຂອງ Steve Jobs ກັບມໍລະດົກທີ່ລາວຖິ້ມໄວ້ໃຫ້ກັບບໍລິສັດ Apple


ປີນີ້ຄົບຮອບ 10 ປີກັບການຈາກໄປຂອງບິດາຜູ້ສ້າງ Apple ຢ່າງ Steve Jobs. ເຖິງເວລາຈະຜ່ານໄປດົນເທົ່າໃດ, ແຕ່ຄຸນຄ່າ ແລະ ວັດທະນະທຳທີ່ Jobs ໄດ້ສ້າງໄວ້ນັ້ນ ກໍຖືເປັນສິ່ງໜຶ່ງທີ່ເຮັດໃຫ້ບໍລິສັດລາວເອງເຕີບໃຫຍ່ໄດ້ມາຈົນເຖິງທຸກວັນນີ້.

ບໍລິສັດ Appleຖືເປັນນ້ຳພັກນ້ຳແຮງຂອງ Jobs ແລະ ໝູ່ໆຂອງລາວ ທີ່ຮ່ວມກັນສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 1976 ເຊິ່ງບໍລິສັດກໍໄດ້ສ້າງນະວັດຕະກຳ ແລະ ຜະລິດຕະພັນອອກມາຫຼາຍຢ່າງທີ່ຖືເປັນສິນຄ້າທີ່ສ້າງຄວາມປ່ຽນແປງໃນຊີວິດເຮົາ ບໍ່ວ່າຈະເປັນ iPhone, iPod, iPad, iTunes, Macbook… ແລະ ສິນຄ້້າເຫຼົ່ານີ້ກໍໄດ້ກາຍເປັນສິນຄ້າທີ່ຂາຍດີໄປທົ່ວໂລກອີກນຳ. ການທີ່ມີ Jobs ເປັນຫົວເຮືອໃຫ້ກັບ Apple ຖືເປັນສິ່ງທີ່ເຮັດບໍລິສັດໄອທີຫຼາຍບ່ອນຕ້ອງໄດ້ພັດທະນາຕົນເອງຢູ່ສະເໝີ ເພາະບໍ່ມີໃຜຮູ້ເລີຍວ່າຄົນໆນີ້ຈະສ້າງນະວັດຕະກຳປ່ຽນໂລກສິ່ງໃດມາອີກ.

Steve Jobs "Watch" The Expectation Of Your Industry By Getting Points.

ເຖິງວ່າຈະຜ່ານມາ 10 ປີແລ້ວ ນັບຕັ້ງແຕ່ການຈາກໄປຂອງ Jobs, ແຕ່ລາວບໍ່ໄດ້ຈາກໂລກນີ້ໄປ ແລ້ວຖິ້ມພຽງແຕ່ຊື່ ແລະ ຄຳຄົມໄວ້ຢ່າງດຽວ ເພາະມໍລະດົກທີ່ສຳຄັນທີ່ສຸດທີ່ລາວປະໄວ້ໃຫ້ກັບບໍລິສັດ ແລະ ຄົນທົ່ວໂລກນັ້ນ ກໍຄືປັດຊະຍາແນວຄິດທີ່ລາວໃຊ້ມາຕະຫຼອດໃນການສ້າງອານາຈັກ Apple ແຫ່ງນີ້. Jobs ບໍ່ແມ່ນນັກທຸລະກິດ, ວິສະວະກອນ ຫຼື ຜູ້ຊ່ຽວຊານໄອທີ ແຕ່ລາວສາມາດດຶງດູດຄົນອາຊີບເຫຼົ່ານີ້ ມາເຮັດວຽກຮ່ວມກັນກັບລາວໄດ້ ແລະ ນັ້ນເປັນສິ່ງທີ່ເຮັດໃຫ້ Apple ຄືແຫຼ່ງລວມບຸກຄົນຫົວກະທິລະດັບໂລກ ທີ່ເຖິງວ່າຕ່າງຄົນຈະຕ່າງຄວາມຄິດກັນ, ແຕ່ກໍເປັນ Jobs ນີ້ເອງທີ່ໄດ້ວາງແນວຄິດ ແລະ ວິໄສທັດໃຫ້ກັບທຸກຄົນ ເພື່ອທີ່ຈະເດີນທາງໄປເຖິງເປົ້າໝາຍອັນດຽວກັນໄດ້.

ແນວຄິດຂອງ Jobs ນັ້ນ ທຸກຄົນອາດຈະຄິດວ່າມັນຕ້ອງຊັບຊ້ອນ ແລະ ມີຕັກກະຫຼາຍໆຢ່າງ, ແຕ່ຄວາມຈິງແລ້ວ ມັນກັບເປັນແນວຄິດທີ່ແສນຈະງ່າຍດາຍ ທີ່ມາພ້ອມກັບຄວາມຊົງພະລັງ ເຊິ່ງຈະມີຢູ່ 5 ຢ່າງຫຼັກໆທີ່ Jobs ໄດ້ສັ່ງເສຍໄວ້ຢ່າງຄັກແນ່ໃຫ້ກັບບໍລິສັດ ເພື່ອໃຫ້ມີແນວທາງການໄປຂ້າງໜ້າຢ່າງໝັ້ນຄົງ ນັ້ນກໍຄື:

  • ການສື່ສານສຳຄັນທີ່ສຸດ: ບໍ່ວ່າຜະລິດຕະພັນທີ່ເຮັດອອກມາຈະເລີດຫຼູ ຫຼື ແພງເທົ່າໃດ, ແຕ່ຖ້າຂາດການສື່ສານທີ່ດີ ກໍຈະບໍ່ສາມາດເຮັດໃຫ້ລູກຄ້າເຂົ້າໃຈເຖິງຕົວສິນຄ້ານັ້ນໄດ້ດີ. ເຮົາຈະເຫັນໄດ້ວ່າ ໃນທຸກໂຄສະນາຂອງ Apple ນັ້ນ ຈະບໍ່ມີຫຍັງທີ່ຊ້ຳຊ້ອນຫຼາຍ ແລະ ຈະເປັນໂຄສະນາແບບງ່າຍໆ ທີ່ແມ່ນແຕ່ເດັກນ້ອຍກໍສາມາດເຂົ້າໃຈເຖິງສິນຄ້າໄອທີເຫຼົ່ານີ້ໄດ້.
  • ເລື່ອງລາວທີ່ຊົງຄຸນຄ່າ: “ຟັງ 1000 ກວ່າເພງໄດ້ ໃນຖົງໂສ້ງຂອງເຈົ້າ” ນັ້ນຄືຄຳທີ່ Jobs ໃຊ້ນິຍາມເຖິງ iPod ໃນວັນທີ່ເປີດຕົວ. ຄວາມເປັນມາ ແລະ ເລື່ອງລາວຕ່າງໆ ມັນໄດ້ເຮັດໃຫ້ຜູ້ຄົນຮັບຮູ້ເຖິງຂໍ້ມູນຕົວສິນຄ້າໄດ້ຫຼາຍຂຶ້ນ ແລະ ຍັງເຮັດໃຫ້ຜູ້ຄົນເຂົ້າເຖິງສິ່ງທີ່ສິນຄ້ານັ້ນຕ້ອງການຈະບອກໄດ້. ແນວຄິດຂອງ Jobs ທີ່ໃຊ້ກັບ Apple ນີ້ຍັງໄດ້ກາຍເປັນຮາກຖານທີ່ສຳຄັນໃຫ້ແກ່ແບຣນສິນຄ້າອື່ນໆຫັນມາເອົາໃຈໃສ່ໃນການສ້າງ Storytelling ຂຶ້ນອີກນຳ.
  • ລາຍລະອຽດທີ່ແສນປານີດ: Jobs ໃຫ້ສຳຄັນກັບສິນຄ້າຂອງ Apple ທຸກອັນ, ລາວມັກທີ່ຈະເຂົ້າໄປຫາ ເພື່ອພົບປະກັບຝ່າຍອອກແບບຜະລິດຕະພັນສະເໝີ ແລະ ກໍມີຫຼາຍຄັ້ງທີ່ລາວມັກຈະຜິດຖຽງຢູ່ກັບເຂົາເຈົ້າເປັນປະຈຳ. ແຕ່ນັ້ນກໍເພາະວ່າ Jobs ລາວເອົາໃຈໃສ່ໃນທຸກຈຸດທຸກມຸມຂອງຜະລິດຕະພັນລາວ ທີ່ຕ້ອງການຈະໃຫ້ມັນອອກມາໃຫ້ດີທີ່ສຸດ ແລະ ເຂົ້າໃຈເຖິງຜູ້ໃຊ້ຢ່າງເຮົາໃຫ້ຫຼາຍທີ່ສຸດ ເພາະຖ້າລາວເອງທີ່ບໍ່ເຊື່ອໝັ້ນໃນສິນຄ້າ ແລ້ວເຮົາຈະຍອມເສຍເງິນມາຊື້ມັນມາໄດ້ແນວໃດ.
  • ວິໄສທັດທີ່ຊັດເຈນ: Apple ບໍ່ໄດ້ຂາຍແຕ່ພຽງເລື່ອງລາວໃນຜະລິດຕະພັນ, ແຕ່ຍັງຂາຍເປົ້າໝາຍ ແລະ ວິໄສທັດໄປພ້ອມໆກັນ ເພື່ອເຮັດໃຫ້ຜູ້ຄົນນັ້ນເຂົ້າໃຈເຖິງແນວທາງທີ່ບໍລິສັດເບິ່ງໄວ້ ແລະ ເຮັດໃຫ້ເຂົາເຈົ້າຕ້ອງການທີ່ຈະເປັນສ່ວນໜຶ່ງໃນການປ່ຽນແປງນັ້ນນຳ. ຕອນທີ່ Jobs ນຳສະເໜີ iPod, ລາວບອກວ່າ ຢາກທີ່ຈະປ່ຽນແປງອຸດສາຫະກຳເພງໃນອາເມຣິກາ ແລະ ທົ່ວໂລກ ເຊິ່ງດ້ວຍວິໄສທັດນັ້ນກໍເຮັດໃຫ້ຜູ້ຄົນກໍມີຄວາມຄິດທີ່ຢາກຈະເປັນສ່ວນໜຶ່ງໃນການປ່ຽນແປງນັ້ນ ແລ້ວສຸດທ້າຍມັນກໍນຳມາເຊິ່ງຜົນທີ່ iPod ນັ້ນມີຍອດຂາຍທີ່ສູງໄປທົ່ວໂລກ ແລະ ຍັງສ້າງຜົນກະທົບທີ່ໃຫຍ່ຫຼາຍໃຫ້ກັບອຸດສາຫະກຳດົນຕີອີກດ້ວຍ.
  • ຄິດຢ່າງແຕກຕ່າງ: ຄຳຂວັນສັ້ນໆຂອງບໍລິສັດທີ່ຂຽນໄວ້ວ່າ “Think Different” ນັ້ນ ບໍ່ໄດ້ເປັນພຽງຄຳເວົ້າເທ້ໆໃຫ້ຕິດຫູ ແຕ່ນີ້ຄືແກ່ນຫຼັກຂອງທຸກຢ່າງທີ່ເກີດໃນບໍລິສັດ Apple ແຫ່ງນີ້ນັບຕັ້ງແຕ່ການຄິດໄອເດຍນ້ອຍໆຈົນໄປເຖິງວັນທີ່ວາງຂາຍຜະລິດຕະພັນນັ້ນ. Jobs ໄດ້ເນັ້ນສະເໝີວ່າ “ຄິດຢ່າງແຕກຕ່າງ” ມັນຄືສິ່ງທີ່ເຮັດໃຫ້ເຮົາກ້າວມາເຖິງຈຸດນີ້ໄດ້ ເພາະຖ້າເອົາແຕ່ຄິດໄປຕາມຄົນອື່ນຫຼາຍ ກໍຈະເຮັດໃຫ້ເຮົາສູນເສຍຄວາມເປັນຕົນເອງໄປໃນທີ່ສຸດ. ການຄິດຢ່າງແຕກຕ່າງນັ້ນຟັງເບິ່ງອາດຄືວ່າງ່າຍໆ ແຕ່ການຄິດຢ່າງແຕກຕ່າງທີ່ສອດຄ່ອງກັບຄວາມເປັນຈິງເປັນສິ່ງທີ່ຍາກທີ່ສຸກ ແລະ ນັ້ນເອງກໍເປັນສາເຫດໃຫ້ Apple ກາຍເປັນຜູ້ນຳທາງຄວາມຄິດໃຫ້ແກ່ຫຼາຍບໍລິສັດໃນທົ່ວໂລກຕະຫຼອດມາຫຼາຍປີ.
Steve Jobs - Wikipedia

ປັດຈຸບັນ, ບໍລິສັດ Apple ໄດ້ມີມູນຄ່າບໍລິສັດທັງໝົດຢູ່ທີ່ 2 ລ້ານລ້ານໂດລາສະຫະລັດ ແລະ ນັ້ນຄິດເປັນ GDP ເຖິງ 10% ຂອງສະຫະລັດອາເມຣິກາ. ເຮົາຄົງປະຕິເສດບໍ່ໄດ້ວ່າ ທີ່ບໍລິສັດມາຮອດຈຸດນີ້ໄດ້ນັ້ນ ກໍຍ້ອນການວາງຮາກຖານທາງແນວຄິດທີ່ແຂງແຮງໄວ້ໂດຍ Steve Jobs ແລະ ແນວຄິດເຫຼົ່ານີ້ຍັງໄດ້ກາຍເປັນບົດຮຽນອັນລ້ຳຄ່າທີ່ຖືກສອນກັນໄປໃນທົ່ວໂລກອີກນຳ. Jobs ນັ້ນບໍ່ແມ່ນແຕ່ເປັນບິດາຜູ້ສ້າງບໍລິສັດ Apple ທີ່ມາເຖິງໄດ້ຢ່າງທຸກວັນນີ້ເທົ່ານັ້ນ ເພາະລາວຄືບຸກຄົນສຳຄັນຄົນໜຶ່ງທີ່ບໍ່ວ່າການເວລາຈະຜ່ານໄປດົນເທົ່າໃດ ແຕ່ແນວຄິດທີ່ຮຽບງ່າຍຂອງລາວ ກໍຈະຍັງຄົງເປັນມໍລະດົກທາງປະຫວັດສາດ ທີ່ຈະຢູ່ຄູ່ກັບໂລກນີ້ໄປສະເໝີໂດຍບໍ່ມີວັນຈາງຫາຍແນ່ນອນ.

ຂໍ້ມູນຈາກ: https://bit.ly/31B6NKq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/