ມາຮູ້ຈັກກັບ ເອ ສຸທຳມະວົງ ແມ່ຄົວລາວໃນ TikTok ທີ່ຈະໄດ້ໄປສະແດງສີມືໃນລາຍການຂອງ Gordon Ramsay


ຫຼາຍຄົນອາດຈະໄດ້ຮູ້ຈັກກັບ ເອ ສຸທຳມະວົງ ຜ່ານແອັບ TikTok ທີ່ເວົ້າລາວປົນອັງກິດຈົນໂດ່ງດັ່ງໄປທົ່ວແລ້ວ ແຕ່ຮູ້ຫຼືບໍ່ວ່າ ລາວແມ່ນແມ່ຄົວລາວຄົນດຽວທີ່ໄດ້ເຂົ້າຮ່ວມລາຍການແຂ່ງຂັນຄົວກິນ Next Level Chef ຂອງ Gordon Ramsay ພໍ່ຄົວລະດັບໂລກ ນຳມາສາຍຢູ່ຊ່ອງ Fox ຂອງສະຫະລັດອາເມຣິກາ. ເຊິ່ງຈະເລີ່ມປ່ອຍໃນວັນທີ 2 ເດືອນມັງກອນປີ 2022 ທີ່ຈະມາຮອດນີ້ເອງ.

ເອ ສຸທຳມະວົງ ຫຼື ຊື່ແທ້ ພອນພິມົນ ສຸທຳມະວົງ ປັດຈຸບັນອາຍຸ 32 ປີ ເກີດທີ່ປະເທດລາວ. ຕໍ່ມາໄດ້ຍ້າຍໄປຢູ່ທີ່ສະຫະລັດອາເມຣິກາ ໂດຍເລີ່ມຕົ້ນຈາກການມາສຶກສາ, ພາຍຫຼັງກໍຍັງບໍ່ຢາກລົງຕົວຈາກການແຕ່ງງານໃນຕອນທີ່ອາຍຸຍັງນ້ອຍ ເນື່ອງຈາກຍັງຕ້ອງການຄົ້ນຫາຕົວຕົນຂອງຕົນເອງ ວ່າສິ່ງທີ່ຢາກເຮັດແທ້ແມ່ຫຍັງ.

ເລີ່ມຄອນເທັ້ນ TikTok ໄດ້ແນວໃດ?
ເອເຫັນວ່າຍັງບໍ່ມີຄອນເທັ້ນຂອງຜູ້ຍິງລາວອອກມາເວົ້າເຖິງຕົວຕົນຂອງຕົນເອງຫຼາຍປານໃດ. ດ້ວຍເຫດນັ້ນ, ເອຈຶ່ງຢາກສະແດງໃຫ້ຄົນເຫັນວ່າຜູ້ຍິງລາວນັ້ນເຂັ້ມແຂງ, ມີຄວາມສາມາດ ແລະ ສູ້ຊີວິດບໍ່ນ້ອຍໜ້າໃຜ.

ແຮງບັນດານໃຈໃນການເຮັດອາຫານແມ່ນຫຍັງ? 
ແຮງບັນດານໃຈໃນການເຮັດອາຫານຂອງເອ ແມ່ນຢາກໃຫ້ຄົນຕ່າງຊາດຮູ້ວ່າອາຫານລາວຄົບຣົດ ທັງເຜັດ, ສົ້ມ, ຫວານ, ເຄັມ, ນົວ. ອາຫານລາວມີຄົບທຸກຣົດຊາດ ແລະ ເປັນຣົດຊາດທີ່ຊີວິດຕ້ອງການ.

ເອກະລັກຂອງອາຫານລາວເຮົາ ຄິດວ່າແມ່ນຫຍັງ? 
ເອຄິດວ່າເອກະລັກຂອງອາຫານລາວແມ່ນຄວາມໃສ່ໃຈ ແລະ ຄວາມພິຖີພິຖັນ. ການກິນແມ່ນພາສາບອກຮັກຂອງຄົນລາວ; ທຸກໆເທື່ອທີ່ເອເມືອຢາມບ້ານ ເວລາມີອາຫານແຊບໆ, ຄອບຄົວ ຄົນຮັກແພງ ກໍຈະເອີ້ນໃຫ້ໄປກິນອາຫານແຊບໆນຳກັນ. “ມາເດີ້ ມາເດີ້ກິນເຂົ້າ!” ມັນເປັນຄຳເວົ້າທີ່ຮູ້ສຶກດີທຸກຄັ້ງທີ່ໄດ້ຍິນ.

ສະໝັກເຂົ້າແຂ່ງຂັນລາຍການແນວໃດ? ຄວາມຮູ້ສຶກທຳອິດທີ່ລາຍການຕິດຕໍ່ມາແມ່ນແນວໃດ? 
ໝູ່ເອສົ່ງໂພສໃຫ້ຢູ່ຊ່ອງທາງ Instagram ເອເລີຍລອງສະໝັກເບິ່ງ ຕອນທີ່ລາຍການຕິດຕໍ່ມາແມ່ນ ຕື່ນເຕັ້ນຫຼາຍ ທີ່ຈະໄດ້ເປັນຕົວແທນຂອງຄົນລາວ ທົ່ວປະເທດ. ຮູ້ສຶກດີໃຈ ແລະ ພູມໃຈ ທີ່ເປົນຄົນລາວຄົນດຽວໃນລາຍການ ໄປແຂ່ງຂັນກັນຄົນຕ່າງຊາດ ທັງຈະໄດ້ເຮັດອາຫານແນວບ້ານເຮົາໃຫ້ຄົນຕ່າງຊາດຮູ້ວ່າ “ປະເທດລາວ” ເປັນແບບໃດ ແລະ ເຮັດໃຫ້ຄົນທົ່ວໂລກໄດ້ຮັບຮູ້ເຖິງຄວາມເປັນລາວຫຼາຍຂຶ້ນກວ່າເກົ່າ. ເອຄິດວ່າກ້າວນີ້ແມ່ນກ້າວທີ່ສຳຄັນສຳລັບຄວາມຝັນຕໍ່ໄປຂອງເອ.

ມີແຜນຈະເຮັດອາຫານລາວບໍ່?
ແຜນເຮັດອາຫານລາວແມ່ນ 1000% ຢາກຕັ້ງໃຈເຮັດອາຫານລາວເລີຍ ແຕ່ເຮົາກໍຍັງບໍ່ຮູ້ວ່າກົດກະຕິກາຂອງເກມເປັນແນວໃດ ແຕ່ເອກໍຈະຕັ້ງໃຈເຮັດສຸດຄວາມສາມາດ. ສຳຄັນສຸດແມ່ນເຮົາຫວັງວ່າເຂົາເຈົ້າຈະມີເຄື່ອງປຸງບ້ານເຮົາ. ຈັກເພິ່ນຊິມີປາແດກໃຫ້ເຮົາບໍ່ ຖ້າຕິດຕາມນຳກັນເດີ.

ຢາກຝາກຫຍັງເຖິງຄົນລາວທີ່ຕິດຕາມສະໜັບສະໜູນ? 
ເອຢາກຂອບໃຈທຸກໆຄົນທີ່ສະໜັບສະໜູນ ແລະ ໃຫ້ກຳລັງໃຈ ເອກໍຮັບຮູ້ໄດ້ເຖິງທຸກໆກຳລັງໃຈ ຈາກພໍ່ແມ່ພີ່ນ້ອງ ທາງປະເທດລາວ ເຖິງວ່າເອຈະບໍ່ສາມາດຕອບກັບ ແລະ ຂອບໃຈ ທຸກຄົນກໍຕາມ. ສຸດທ້າຍນີ້ເອຢາກເປັນແຮງບັນດານໃຈໃຫ້ຄົນລາວທຸກຄົນ, ບໍ່ວ່າຈະເປັນເດັກນ້ອຍ, ຜູ້ຍິງ, ຜູ້ຊາຍ, ທຸກຄົນລ້ວນມີຄວາມຝັນ ແລະ ທຸກຄົນສາມາດເຮັດໃນສິ່ງທີ່ຕົນເອງຢາກເຮັດ ເພາະທຸກຢ່າງເປັນໄປໄດ້ສະເໝີ ຖ້າເຮົາມີຄວາມຕັ້ງໃຈ, ທຸກຄົນມີຄວາມພິເສດ ເຊື່ອໝັ້ນໃນຕົນເອງເດີ້ທຸກຄົນ! ຄົນລາວສູ້ສູ້!!!

ສຳລັບໃຜທີ່ຢາກຕິດຕາມຜົນງານ ແລະ ລໍຖ້າເບິ່ງລາຍການ ແມ່ນສາມາດຕິດຕາມການເຄື່ອນໄຫວທາງແຟນເພຈຂອງເອໄດ້ທີ່ດ້ານລຸ່ມນີ້ເລີຍ

Instagram: @aebaybayy 
TikTok: @aebaybayy
Facebook Fan Page: Ae Southammavong @aebaybayy 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/