ງົບປະມານການລົງທຶນລົດໄຟລາວ-ຈີນ 37,45 ຕື້ຢວນ ຕົ້ນທຶນ 40% ກູ້ຢືມ 60%


ແລວທາງລົດໄຟລາວ-ຈີນ ໄດ້ຜ່ານ 4 ແຂວງ ແຕ່ນະຄອນຫຼວງວຽງຈັນມີ 15 ເມືອງ 178 ບ້ານ, ໂຄງການສ້າງລົດໄຟລາວ-ຈີນ ມີມູນຄ່າການລົງທຶນ 37,45 ຕື້ຢວນ ຫຼື ປະມານ 5,986 ລ້ານໂດລາສະຫະລັດ ເຊິ່ງງົບປະມານການລົງທຶນ 40% ຈະເປັນເງິນຕົ້ນທຶນ ແລະ ອີກ 60% ເປັນເງິນກູ້ຢືມໂດຍບໍລິສັດທາງລົດໄຟລາວ-ຈີນ ຈຳກັດ.

ສຳລັບການແລ່ນລົດໄຟໃນເບື້ອງຕົ້ນ ແມ່ນຈະເປີດໃຫ້ບໍລິການກ່ອນພຽງແຕ່ 6 ສະຖານີຂົນສົ່ງຜູ້ໂດຍສານ: ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີເມືອງໄຊ ແລະ ສະຖານີບໍ່ເຕັນ ຂອງຈຳນວນຂົນສົ່ງຜູ້ໂດຍສານທັງໝົດ 10 ສະຖານີ ແລະ ຍັງຈະບໍ່ເປີດໂດຍສານລະຫວ່າງປະເທດ ເນື່ອງຈາກພະຍາດໂຄວິດ-19 ຍັງສືບຕໍ່ລະບາດເປັນວົງກວ້າງ.

ໃນແຕ່ລະມື້ຈະເປີດແລ່ນຂະບວນລົດໄຟພາຍໃນປະເທດ 2 ຄູ່ຕໍ່ມື້. ໃນນັ້ນແລ່ນຈາກນະຄອນຫຼວງວຽງຈັນ ໄປບໍເຕັນ 1 ຄູ່ ເວລາອອກເບື້ອງຕົ້ນ 08:00 ເຖິງສະຖານີບໍ່ເຕັນ 11:30, ສ່ວນຂາກັບອອກຈາກສະຖານີບໍ່ເຕັນ 12:00 ເຖິງສະຖານີນະຄອນຫຼວງວຽງຈັນ 15:14. ນະຄອນຫຼວງວຽງຈັນໄປຫາຫຼວງພະບາງ 1 ຄູ່ ເວລາອອກ 15:14 ເຖິງສະຖານີຫຼວງພະບາງ 17:46, ສ່ວນຂາກັບຈາກສະຖານີຫຼວງພະບາງ 18:16 ເຖິງສະຖານີນະຄອນຫຼວງ 20:22 ນາທີ.

ຂອບໃຈຂໍ້ມູນຈາກ: https://shorturl.asia/rk5MY  

ຂໍຂອບໃຈຮູບພາບໂດຍ: CRI-FM93 https://shorturl.asia/rkZch

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/