ນັກວິທະຍາສາດພັດທະນາກ້ອງທີ່ມີຂະໜາດນ້ອຍເທົ່າກັບເມັດເກືອ ພ້ອມກັບຄວາມສາມາດທີ່ຖ່າຍຮູບໄດ້ແຈ້ງທຽບເທົ່າກ້ອງ Ultra Compact ຫຼາຍໆຮຸ່ນ


ຕໍ່ໄປເວລາເຮົາໄປຫຼິ້ນໄປທ່ຽວ ຫຼື ມີວຽກຈໍາເປັນຕ້ອງໃຊ້ກ້ອງຖ່າຍຮູບ ເຮົາອາດຈະບໍ່ຕ້ອງຈໍາເປັນຖືກ້ອງທີ່ມີຂະໜາດໃຫຍ່ໃຫ້ຮົກມືຮົກຖົງອີກແລ້ວ ເພາະຫຼ້າສຸດນັກວິທະຍາສາດສາມາດພັດທະນາກ້ອງຂະໜາດເທົ່າ “ເມັດເກືອ” ແຕ່ເຕັມໄປດ້ວຍປະສິດທິພາບ ແລະ ຄວາມສາມາດທີ່ຖ່າຍພາບໄດ້ດີທຽບເທົ່າກ້ອງ Ultra Compact ຫຼາຍໆຮຸ່ນ.

ທີມນັກວິໄຈຈາກມະຫາວິທະຍາໄລ Princeton ແລະ ມະຫາວິທະຍາໄລ Washington ໄດ້ພັດທະນາກ້ອງ Ultra Compact ທີ່ມີຂະໜາດທຽບເທົ່າກັບເກືອໄດ້ສຳເລັດ ໂດຍກ້ອງໄດ້ອາໄສເທັກໂນໂລຢີທີ່ເອີ້ນວ່າ ‘‘metasurface” ມາຊ່ວຍໃນການພັດທະນາ ແລະ ເຮັດໃຫ້ກ້ອງຂະໜາດນ້ອຍຕົວນີ້ຖ່າຍຮູບໄດ້ຊັດເຈນ ໃນຂະໜາດທີ່ນ້ອຍກວ່າ Ultra Compact ທົ່ວໄປຮອດ 500,000 ເທົ່າ.

ເຊິ່ງກ້ອງນີ້ໄດ້ມີການບັນຈຸເຂັມຂະໜາດນ້ອຍຮູບຊົງທໍ່ກົມຈຳນວນ 1.6 ລ້ານອັນ ທີ່ໄດ້ຮັບການອອກແບບມາໃຫ້ຢູ່ແຍກກັນ ເພື່ອໃຫ້ຈັບພາບໜ້າກ້ອງໄດ້ຢ່າງດີທີ່ສຸດ ແລະ ອີກໜຶ່ງຄວາມພິເສດຂອງກ້ອງຕົວນີ້ແມ່ນໄດ້ໃຊ້ປະໂຫຍດຈາກຮາດແວມາປະມວນຜົນກັບຄອມພິວເຕີ ເພື່ອປັບປຸງພາບຖ່າຍໃຫ້ຊັດເຈນ ແລະ ໄດ້ຜົນລັບທີ່ໜ້າປະຫຼາດໃຈ.

ໂດຍຂັ້ນຕອນຂອງການປະມວນຜົນສັນຍານແມ່ນຈະໃຊ້ເທັກນິກ machine leaning ເພື່ອລົດການມົວຂອງພາບ ແລະ ການລົບກວນອື່ນໆ ເພື່ອໃຫ້ໄດ້ພາບທີ່ມີຄຸນະພາບຫຼາຍທີ່ສຸດ. ນອກຈາກຄວາມສາມາດໃນການຊ່ວຍໃຫ້ຮູບຖ່າຍຊັດເຈນແລ້ວ algorithms ປະມວນຜົນຍັງສາມາດນໍາໄປໃຊ້ເພື່ອກວດຈັບວັດຖຸທີ່ກ້ອງໄດ້ຮັບຄຳສັ່ງໃຫ້ຄົ້ນຫາໂດຍສະເພາະເຊັ່ນ ສັນຍານຂອງໂຣກໃນຮ່າງກາຍມະນຸດ.

ອີກໜຶ່ງຄຸນສົມບັດຄື ດ້ວຍຂະໜາດຂອງມັນທີ່ນ້ອຍເທົ່າກັບເມັດເກືອ ເຮັດໃຫ້ກ້ອງຕົວນີ້ສາມາດນຳໄປໃຊ້ໄດ້ໃນພື້ນທີ່ ທີ່ຈຳກັດເຊັ່ນ ການຕິດກ້ອງເຂົ້າກັບຫຸ່ນຍົນ (Soft robot) ເພື່ອເຮັດພາລະກິດສຳຫຼວດໂລກ ປະມວນອາການປ່ວຍຂອງມະນຸດໂດຍອາໄສການສອດກ້ອງເຂົ້າໄປໃນຮ່າງກາຍ ໄປຈົນຮອດໃຊ້ເປັນກ້ອງສຳລັບ Laptop ຫຼື smartphone ຮຸ່ນໃໝ່ໃນອະນາຄົດ.

“ພວກ​ເຮົາ​ສາ​ມາດ​ປ່ຽນ​ຈຸດຕ່າງໆເທິງອຸປະກອນໂທລະສັບ ​ໃຫ້​ເປັນ​ກ້ອງ​ຖ່າຍ​ຮູບ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​ສຸດ​, ດັ່ງ​ນັ້ນ​ເຈົ້າ​ຈະ​ບໍ່​ຈໍາ​ເປັນ​ຕ້ອງ​ມີ​ກ້ອງ​ຖ່າຍ​ຮູບ 3 ອັນ​ຢູ່​ທາງ​ຫລັງ​ຂອງ​ໂທລະ​ສັບ​ຂອງ​ເຈົ້າ​ອີກ​ຕໍ່​ໄປ​, ແຕ່​ກ້ອງຫຼັງທັງໝົດຂອງເຈົ້າຈະກາຍເປັນກ້ອງອັນໃຫຍ່ອັນດຽວ” Felix Heide ນັກວິທະຍາສາດຄອມພິວເຕີຈາກມະຫາວິທະຍາໄລ Princeton ໄດ້ກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/