ຊາຍຊາວອິຕາລີຢາກໄດ້ໃບຢັ້ງຢືນການສັກວັກຊີນ ແຕ່ບໍ່ຢາກສັກເອງ ຈຶ່ງໄດ້ເອົາແຂນປອມໄປຕົວະເຈົ້າໜ້າທີ່


ທີ່ປະເທດອິຕາລີ ມີຊາຍອາຍຸ 50 ປີ ຕ້ອງການໃບຢັ້ງຢືນການສັກວັກຊີນ ແຕ່ຕົນເອງບໍ່ຢາກສັກ ຈຶ່ງໄດ້ເອົາແຂນປອມມາຕົວະໃຫ້ເຈົ້າໜ້າທີ່ສັກ.

ລາວໄດ້ເອົາແຜ່ນຊິລິໂຄນປົກແຂນຕົນເອງ ໂດຍຫວັງວ່າຈະບໍ່ມີຜູ້ໃດສັງເກດເຫັນ. ແຕ່ການກະທຳດັ່ງກ່າວກໍບໍ່ສາມາດປິດບັງພະຍາບານໄດ້, ທັນທີທີ່ຮູ້ເລື່ອງ ພວກເຂົາກໍໄດ້ແຈ້ງຕຳຫຼວດ. ຕົວພະຍາບານໄດ້ກ່າວວ່າ ຫຼັງຈາກດຶງແຂນເສື້ອຂຶ້ນກໍຮູ້ສຶກວ່າແຂນມັນຄືກັບຢາງ ແລະ ເຢັນ ຈຶ່ງຮູ້ໄດ້ທັນທີວ່ານັ້ນແມ່ນແຂນປອມ.

ຫຼັງຈາກທີ່ຖືກຈັບໄດ້, ຊາຍດັ່ງກ່າວໄດ້ຂໍໃຫ້ພະຍາບານທຳທ່າເປັນບໍ່ເຫັນແລ້ວປ່ອຍໄປ. ແຕ່ພວກເຂົາກໍໄດ້ແຈ້ງຕຳຫຼວດທັນທີ ໃນຂໍ້ຫາສໍ້ໂກງ. ເຈົ້າໜ້າທີ່ໄດ້ມາຮັບຮູ້ວ່າຊາຍຜູ້ນີ້ເຮັດວຽກກ່ຽວກັບສາທາລະນະສຸກ ແຕ່ຖືກຍຸຕິໃຫ້ເຮັດວຽກຍ້ອນວ່າບໍ່ໄດ້ສັກຢາ. ເຊິ່ງວ່າການໄດ້ຮັບວັກຊີນແມ່ນຂໍ້ບັງຄັບສຳລັບເຈົ້າໜ້າທີ່ສາທາລະນະສຸກທຸກຄົນໃນອິຕາລີ.

ເຫດການດັ່ງກ່າວໄດ້ເກີດກ່ອນທີ່ປະເທດຈະໄດ້ມີມາດຕະການລະບຽບທີ່ເຄັ່ງຄັດຂຶ້ນຕໍ່ຜູ້ທີ່ບໍ່ໄດ້ຮັບວັກຊີນ. ເນື່ອງຈາກວ່າຕັ້ງແຕ່ເດືອນສິງຫາ ປະຊາຊົນຈະຕ້ອງໄດ້ມີບັດຂຽວ ເພື່ອສະແດງໃຫ້ເຫັນຫຼັກຖານການສັກວັກຊີນ, ຜົນກວດເປັນລົບໃນການນຳໃຊ້ລົດໄຟ, ເຂົ້າຮ້ານຄ້າອາຫານ, ໂຮງຮູບເງົາ, ເດີ່ນກິລາ ແລະ ສະລອຍນ້ຳ. ແຕ່ວ່າເລີ່ມຈາກວັນຈັນເປັນຕົ້ນໄປ, ກິດຈະກຳດັ່ງກ່າວນີ້ຈະຈຳກັດໃຫ້ສະເພາະ ກຸ່ມຄົນທີ່ໄດ້ຮັບວັກຊີນເມື່ອບໍ່ດົນມານີ້ ຫຼື ຜູ້ທີ່ປິ່ນປົວດີແລ້ວຈາກໂຄວິດ ເອີ້ນວ່າ “Super green card”

ໃນອິຕາລີມີຈຳນວນປະຊາກອນທີ່ໄດ້ຮັບວັກຊີນຄົບແລ້ວເປັນ 73% ຂອງປະເທດ ເຊິ່ງນັບວ່າສູງກວ່າຝຣັ່ງ ຫຼື ສະຫະລາຊະອານາຈັກ ແຕ່ກໍຍັງຕ່ຳກວ່າປະເທດສະເປນ ແລະ ໂປຕຸເກດ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/