UNESCO ຮຽກຮ້ອງໃຫ້ໂຮງຮຽນທຸກແຫ່ງ ຫ້າມໃຊ້ໂທລະສັບມືຖື-ແທັບເລັດໃນຫ້ອງຮຽນ


UNESCO ໄດ້ອອກມາແນະນຳວ່າ ຄວນມີການຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນເພື່ອຮັບມືກັບບັນຫາໃນການຮຽນ ພ້ອມຈະເພີ່ມລະດັບການຮຽນຮູ້ ແລະ ຊ່ວຍປົກປ້ອງເດັກຈາກການຖືກ Cyber Bully.

UNESCO ເປີດເຜີຍວ່າ ມີຫຼັກຖານທີ່ບົ່ງຊີ້ວ່າການໃຊ້ງານໂທລະສັບມືຖືຫຼາຍເກີນໄປມີສ່ວນເຊື່ອມໂຍງກັບປະສິດທິພາບກັບການສຶກສາທີ່ລົດລົງ ແລະ ການໃຊ້ເວລາເບິ່ງໜ້າຈໍທີ່ດົນເກີນໄປນັ້ນສົ່ງຜົນເສຍຕໍ່ຄວາມໝັ້ນຄົງທາງດ້ານອາລົມຂອງເດັກນ້ອຍ ພ້ອມຍັງລະບຸວ່າ ຂໍ້ຮຽກຮ້ອງດັ່ງກ່າວເປັນການສົ່ງສານທີ່ຊັດເຈນວ່າ ເທັກໂນໂລຢີທັງໝົດບໍ່ຄວນມີບົດບາດໃນການສອນເໜືອການຮຽນການສອນທີ່ເປັນປະຕິສຳພັນຂອງມະນຸດ.

ສະຖານະການໃນປັດຈຸບັນທີ່ເທັກໂນໂລຢີໄດ້ເຂົ້າມາມີີບົດບາດກັບມະນຸດຈົນບໍ່ສາມາດແຍກກັນອອກໄດ້ ໂດຍທາງ UNESCO ກ່າວເຕືອນຜູ້ກຳນົດນະໂຍບາຍຂອງຊາດຕ່າງໆ ໃຫ້ລະວັງການເປີດຮັບເທັກໂນໂລຢີດິຈິຕອລຫຼາຍເກີນໄປໂດຍຂາດຄວາມຮອບຄອບ ພ້ອມລະບຸວ່າ ຜົນບວກຕໍ່ພາກການຮຽນຮູ້ ແລະ ປະສິດທີ່ພາບທາງເສດຖະກິດໄດ້ຮັບມາຈາກເທັກໂນໂລຢີທີ່ຄາດຫວັງຫັນໄວ້ນັ້ນ ອາດຈະເກີນຈີງ ແລະ ສິ່ງໃໝ່ໆ ກໍບໍ່ໄດ້ບອກວ່າມັນຈະດີີສະເໜີໄປ.

Audrey Azoulay ຜູ້ອຳນວຍການທົ່ວໄປຂອງ UNESCO ກ່າວວ່າ “ການປະຕິວັດທາງດິຈິຕອລມີສັກກະຍະພາບຢ່າງຫຼວງຫຼາຍທີ່ປະເມີນຄ່າບໍ່ໄດ້ ແຕ່ໃນຕອນນີ້ທີ່ໂລກຂອງເຮົາມີການເຕືອນຢູ່ສະເໝີກ່ຽວກັບການຄວບຄຸມເທັກໂນໂລຢີຢ່າງເໝາະສົມໃນສັງຄົມ ກໍຕ້ອງໃຫ້ຄວາມສົນໃຈເລື່ອງດັ່ງກ່າວໃນດ້ານການສຶກສາດ້ວຍເຊັ່ນກັນ ພ້ອມຍັງກ່າວອີກວ່າ “ການໃຊ້ງານຈະຕ້ອງເປັນໄປເພື່ອເພີ່ມປະສົບການການຮຽນຮູ້ ແລະ ເພື່ອຄວາມເປັນຢູ່ທີ່ດີຂອງນັກຮຽນ ແລະ ຄູ ບໍ່ແມ່ນເພື່ອຜົນເສຍ ພ້ອມຕ້ອງຮັກສາຄວາມຕ້ອງການຂອງຜູ້ຮຽນເປັນອັນດັບທຳອິດ ແລະ ສະໜັບສະໜູນຄູຜູ້ສອນ ການເຊື່ອມຕໍ່ອອນລາຍກໍບໍ່ສາມາດແທນທີ່ການປະຕິສຳພັນຂອງມະນຸດໄດ້”

UNESCO ອ້າງເຖິງຂໍ້ມູນງານວິໄຈວ່າ ຈາກການວິເຄາະລະບົບການສຶກສາໃນ 200 ປະເທດທົ່ວໂລກ ປະເມີນວ່າ 1 ໃນ 6 ປະເທດເຄີຍສັ່ງຫ້າມໃນການໃຊ້ໂທລະສັບໃນໂຮງຮຽນບໍ່ວ່າຈະຜ່ານກົດລະບຽບທາງການ ຫຼື ເປັນພຽງຄຳແນະນຳກໍຕາມ ເຊິ່ງລວມເຖິງປະເທດຝຣັ່ງ ເຊິ່ງປະກາດໃຊ້ນະໂຍບາຍດັ່ງກ່າວປີ 2018 ແລະ ປະເທດ ເນເທີແລນເຊິ່ງມີແຜນຈະເລີ່ມໃຊ້ຂໍ້ຈຳກັດຕັ້ງແຕ່ປີ 2024 ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/