TikTok ເປີດຟີເຈີໃໝ່ Text Post ເນັ້ນຂຽນຂໍ້ຄວາມຄ້າຍຄື Stories


ມາໃໝ່ແລ້ວ! ກັບຟີເຈີໃໝ່ທີ່ເນັ້ນໂພສຂໍ້ຄວາມໂດຍສະເພາະ ທີ່ມີຄວາມຄ້າຍຄືກັບ Stories ທີ່ຫຼາຍຄົນຄຸ້ນຕາກັນຢ່າງດີ ໂດຍຄາດຫວັງວ່າຈະເປັນທາງເລືອກໃໝ່ໃຫ້ຄຣີເອເຕີໃນການສ້າງຄອນເທັນຕ່າງໆລົງໂລກ TikTok.

ວັນທີ 25 ກໍລະກົດ 2023 ມີລາຍງານວ່າ ແພລັດຟອມວິດີໂອສັ້ນຈາກດິນແດນມັງກອນຢ່າງ TikTok ຂອງບໍລິສັດ ByteDance ປະກາດຟີເຈີໃໝ່ຄືການສ້າງເນື້ອຫາແບບ Text-based ຫຼື ການໂພສຂໍ້ຄວາມຄ້າຍຄືກັບສະຕໍຣີ ໂດຍຈະເປັນແບບວິດີໂອສັ້ນໆປະມານ 60 ວິນາທີນັ້ນເອງ.

ສຳລັບຟີເຈີໃໝ່ນີ້ຜູ້ໃຊ້ງານສາມາດສ້າງຄອນເທັນແບບຂໍ້ຄວາມເຖິງ TikTok ໄດ້ໂດຍບໍ່ເກີນ 1.000 ຕົວອັກສອນ ແລະ ຍັງສາມາດປັບແຕ່ງໄດ້ຕາມຄຸນສົມບັດອື່ນໆໄດ້ເຊັ່ນດຽວກັນບໍ່ວ່າຈະໃສ່ຮູບພາບ, ວິດີໂອ, ການເພີ່ມເພງ, ການຕິດແທັກຕຳແໜ່ງ ແລະ ການເປີດໃຊ້ງານຄວາມຄິດເຫັນ ເປັນຕົ້ນ.

ນອກຈາກນີ້ ຜູ້ໃຊ້ງານຍັງສາມາດປັບແຕ່ງໂພສຂໍ້ຄວາມດ້ວຍອົງປະກອບຕ່າງໆທີ່ທາງ TikTok ບໍ່ວ່າເປັນການໃສ່ Stickers ທີ່ກ່ຽວຂ້ອງກັບເນື້ອຫາ, ສາມາດຕິດ Tags & Hashtags ສາມາດໃຫ້ຜູ້ໃຊ້ງານລາຍອື່ນເຫັນ ພ້ອມກັບການເພີ່ມແທັກທີ່ກ່ຽວກັບເນື້ອຫາ, Background Color ສາມາດເລືອກສີພື້ນຫຼັງໃຫ້ກັບຂໍ້ຄວາມໃຫ້ມີຄວາມໂດດເດັ່ນ, Adding Sounds ການເພີ່ມເພງທີ່ເປັນຫົວໃຈສຳຄັນໃນການໃຊ້ງານ ແລະ Draft & Discards ສາມາດບັນທຶກແບບຮ່າງ ແລະ ຈັດເກັບໄວ້ຖ້າຫາກຍັງບໍ່ຢາກເຜີຍແຜ່ ເພື່ອແກ້ໄຂພາຍຫຼັງ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/