ອິນເດຍ ຕັ້ງເປົ້າໝາຍ ໃນປີ 2047 ຈະກາຍເປັນປະເທດທີ່ພັດທະນາແລ້ວ


ອິນເດຍຈະຕ້ອງມີການເຕີບໂຕສະເລ່ຍໃຫ້ໄດ້ 7,6 ຕໍ່ປີ ຕໍ່ເນື່ອງໄປອີກ 25 ປີ ເພື່ອທີ່ຈະກາຍເປັນປະເທດພັດທະນາແລ້ວ ຕາມບົດຄວາມວິໄຈທີ່ເຜີຍແຜ່ໂດຍທະນາຄານກາງອິນເດຍໃນອາທິດທີ່ຜ່ານມາ. ລາຍໄດ້ຕໍ່ຫົວຄົນປະຊາກອນຂອງອິນເດຍ ໃນປັດຈຸບັນຢູ່ທີ່ປະມານ 2.500 ໂດລາສະຫະລັດ ພາຍໃນປີ 2047 ເພື່ອໃຫ້ກາຍເປັນປະເທດລາຍໄດ້ສູງຕາມມາດຕະຖານຂອງທະນາຄານໂລກ.

ຕາມການສຶກສາຈາກແຜນການວິໄຈຂອງທະນາຄານກາງອິນເດຍລະບຸວ່າ ເພື່ອທີ່ຈະບັນລຸເປົ້າໝາຍດັ່ງກ່າວ ອິນເດຍຕ້ອງມີອັດຕາການເຕີບໂຕສະເລ່ຍຕໍ່ປີຂອງຜະລິດຕະພັນ ລວມພາຍໃນປະເທດທີ່ແທ້ຈິງ (Real GDP CAGR) ທີ່ 7,6% ຕັ້ງແຕ່ປີ 2023-2024 ເຖິງປີ 2047-2048.

ສ່ວນໃນເລື່ອງຂອງມູນຄ່າລາຄາປັດຈຸບັນ ເມື່ອລວມກັບຜົນກະທົບຈາກອັດຕາເງິນເຟີ້ແລ້ວ ພົບວ່າເສດຖະກິດອິນເດຍຈຳເປັນຕ້ອງເຮັດອັດຕາການເຕີບໂຕສະເລ່ຍຕໍ່ປີ (CAGR) ໃຫ້ໄດ້ 10,6% ໂດຍອັດຕາການເຕີບໂຕສະເລ່ຍຕໍ່ປີ ລາຄາປັດຈຸບັນທີ່ດີທີ່ສຸດສຳລັບອິນເດຍໃນ 25 ປີຜ່ານມາ ຄືຕັ້ງແຕ່ປີ 1993-1994 ເຖິງ 2017-2018 ຢູ່ທີ່ 8,1%.

ເຖິງຢ່າງໃດກໍຕາມ ເພື່ອທີ່ຈະສ້າງລະດັບການເຕີບໂຕໄດ້ຢ່າງມີສະຖຽນລະພາບ ອິນເດຍຈຳເປັນຕ້ອງມີການລົງທຶນໃນທຸນກາຍະພາບ ແລະ ປະຕິຮູບພາກສ່ວນຕ່າງໆ ບໍ່ວ່າຈະເປັນພາກການສຶກສາ ໂຄງສ້າງພື້ນຖານ ສາທາລະນະສຸກ ແລະ ເທັກໂນໂລຍີ. ໂດຍພາກບໍລິການ ແລະ ອຸດສາຫະກຳຂອງປະເທດອາດຈະຕ້ອງເຕີບໂຕສູງກວ່າ 13% ຕໍ່ປີ ຕະຫຼອດ 25 ປີຂ້າງໜ້າ ເພື່ອອິນເດຍຈະໄດ້ຍົກລະດັບສະຖານະຂອງປະເທດໄດ້.

ຂໍ້ມູນຈາກ: ACE Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/