ກ້າມໃຫຍ່ໃຈເຖິງ! Dwayne Johnson ບໍລິຈາກເງິນກ້ອນໃຫຍ່ໃຫ້ SAG-AFTRA ເພື່ອຊ່ວຍນັກສະແດງທີ່ມາປະທ້ວງ


ນັບວ່າເປັນອາທິດທີ 2 ແລ້ວ ຕັ້ງແຕ່ທີ່ສະມາຄົມນັກສະແດງແຫ່ງອາເມຣິກາ ຫຼື Screen Actors Guild: SAG-AFTRA ໄດ້ຕັດສິນໃຈອອກມາປະທ້ວງຢຸດວຽກ ເພື່ອຮຽກຮ້ອງຄວາມຍຸຕິທຳກັບບັນດາ Studio ຕ່າງໆ ແລະ ແນ່ນອນວ່າເຫດການນີ້ຍັງບໍ່ມີທ່າທີວ່າຈະສິ້ນສຸດ.

The Rock ອະດີດນັກມວຍປ້ຳຊື່ດັງທີ່ກ້າວເຂົ້າສູ່ວົງການ ດ້ວຍການເປັນນັກສະແດງໃນປາຍຍຸກ 90 ແລະ ຕົ້ນຍຸກ 2000 ດ້ວຍບົດບາດນ້ອຍໆໃນຊີຣີ້ That ’70s Show ແລະ Star Trek: Voyager ພ້ອມກັບການປາກົົດຕົວໃນຮູບເງົາ The Mummy Returns. ຫຼັງຈາກນັ້ນບໍ່ດົນກໍໄດ້ຮັບບົດນຳເປັນຄັ້ງທຳອິດໃນຮູບເງົາ The Scorpion King ພ້ອມກັບພັດທະນາສີມືຈົນກາຍມາເປັນນັກສະແດງແຖວໜ້າຂອງ Hollywood.

Dwayne Johnson ຫຼື The Rock ໄດ້ບໍລິຈາກເງິນຈຳນວນໜຶ່ງໃຫ້ແກ່ກອງທຶນບັນເທົາທຸກຂອງ Screen Actors Guild: SAG-AFTRA ເພື່ອເປັນການຊ່ວຍເຫຼືອເພື່ອນຮ່ວມງານຮ່ວມອາຊີບ ໂດຍຫວັງໃຫ້ນຳເງິນເຫຼົ່ານີ້ໄປຊ່ວຍເຫຼືອເຫຼົ່ານັກສະແດງທີ່ອອກມາປະທ້ວງໃນຍາມຍາກລຳບາກ.

ເມື່ອວັນທີ 24 ກໍລະກົດ 2023 ທີ່ຜ່ານມານີ້ Cyd Wilson ຜູ້ອຳນວຍການບໍລິຫານຂອງມູນນິທິ SAG-AFTRA ໄດ້ອອກມາປະກາດຢ່າງເປັນທາງການວ່າ Dwayne Johnson ຫຼື The Rock ນັກສະແດງຊື່ດັງຈາກແຟຣນຊາຍຊື່ດັງຫຼາຍເລື່ອງບໍ່ວ່າຈະເປັນ Jumanji, Fast ແລະ Black Adam ໄດ້ເຮັດການບໍລິຈາກເງິນຈຳນວນມະຫາສານໃຫ້ແກ່ສະມາຄົມ ເອີ້ນໄດ້ວ່າເປັນການບໍລິຈາກທີ່ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ແຕ່ບໍ່ໄດ້ມີການເປີດເຜີຍວ່າເປັນຈຳນວນເງິນເທົ່າໃດ.

ໂດຍທາງ Cyd Wilson ຍັງໄດ້ໃຫ້ສຳພາດກັບທາງ Variety ເອົາໄວ້ວ່າ “ອາດຈະເວົ້າໄດ້ວ່ານີ້ແມ່ນການບໍລິຈາກຄັ້ງໃຫຍ່ທີ່ສຸດທີ່ເຮົາເຄີຍໄດ້ຮັບການບໍລິຈາກມາ ແລະ ສິ່ງທີ່ໜ້າຕົກຕະລຶງກໍຄືເຊັກພຽງໃບດຽວນີ້ ສາມາດຊ່ວຍນັກສະແດງໄດ້ຫຼາຍພັນຄົນ, ສາມາດຄ້ຳຈຸນຄອບຄົວຂອງພວກເຂົາໄດ້ໃຫ້ປອດໄພ ຫຼື ສາມາດເບິ່ງແຍງພວກເຂົາໄດ້ໃນຍາມລຳບາກ ໂດຍ Dwayne Johnson ຖ່ອມຕົວຫຼາຍກ່ຽວກັບເລື່ອງນີ້ ແຕ່ກໍເປັນອີກໜຶ່ງຫົນທາງທີ່ຈະເຮັດໃຫ້ພວກເຮົາເລີ່ມຕົ້ນໄດ້”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/