Ripple ຈັບມືກັບປະເທດປາເລົາ ເປີດຕົວຫຼຽນ Palau Stablecoin (PSC) ທີ່ຜູກດ້ວຍສະກຸນເງິນໂດລາຂອງສະຫະລັດ


ປະເທດປາເລົາ (Palau) ເປັນປະເທດໝູ່ເກາະຂະໜາດນ້ອຍໃນມະຫາສະໝຸດປາຊີຟິກຕາເວັນຕົກ. ໂດຍມີປະຊາກອນປະມານ 18.000 ຄົນ ແລະ ໃຊ້ເງິນໂດລາສະຫະລັດເປັນສະກຸນເງິນຫຼັກຂອງປະເທດ.

ເມື່ອວັນທີ 26 ທີ່ຜ່ານມາ ໄດ້ມີລາຍງານວ່າ Ripple ໄດ້ຈັບມືກັບປະເທດປາເລົາເປັນທີ່ຮຽບຮ້ອຍເເລ້ວ ເພື່ອລິເລີ່ມໂຄງການໃນການເປີດຕົວຫຼຽນ Palau Stablecoin ຫຼື Kluk ເຊິ່ງເປັນ Stablecoin ທີ່ຜູກກັບສະກຸນເງິນໂດລາ.

ໂດຍ Palau Stablecoin ນັ້ນຈະເປີດໃຫ້ຂຸດໃນເຄືອຂ່າຍ XRP Ledger ໂດຍໃຊ້ເເພລັດຟອມ Ripple CBDC ເເລະ ຈະຖືກແຈກຢາຍໃຫ້ພະນັກງານຂອງລັດຖະບານກ່ອນ.

Surangel Whips Jr ປະທານາທິບໍດີ Palau ກ່າວວ່າ: “ການເປັນຄູ່ຮ່ວມງານກັບ Ripple ເພື່ອຊ່ວຍສ້າງສະກຸນເງິນດິຈິຕອນແຫ່ງຊາດຂອງພວກເຮົາແມ່ນໜຶ່ງໃນຄວາມມຸ່ງໝັ້ນຂອງພວກເຮົາຕໍ່ກັບນະວັດກໍາຊັ້ນນໍາໃນດ້ານການເງິນ ແລະ ເຕັກໂນໂລຢີທີ່ຈະເຮັດໃຫ້ພົນລະເມືອງຂອງປາເລົາສາມາດເຂົ້າເຖິງທາງດ້ານການເງິນຫຼາຍຂຶ້ນ. ໂດຍ PSC ຈະສາມາດໃຊ້ໄດ້ໃນ XRP Ledger (XRPL), ເຊິ່ງເປັນເເພລັດຟອມລະບົບສະກຸນເງິນດິຈິຕອລທະນາຄານກາງ (CBDC) ຂອງ Ripple”

ນອກເໜືອໄປຈາກປະເທດປາເລົາເເລ້ວ, Ripple ປັດຈຸບັນກໍາລັງເຮັດວຽກຮ່ວມກັບຫຼາຍກວ່າ 20 ລັດຖະບານອື່ນໆໃນທົ່ວໂລກກ່ຽວກັບໂຄງການ CBDC

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/