TikTok ຕີຕະຫຼາດອາຫານ! ກຽມໃຫ້ບໍລິການສົ່ງອາຫານຕິດເທຣນໃນແອັບຕົນເອງທົ່ວສະຫະລັດອາເມຣິກາ


ແອັບໂຊຊຽວມີເດຍຊື່ດັງລະດັບໂລກຢ່າງ TikTok ໄດ້ຫັນມາຕີຕະຫຼາດອາຫານ ໂດຍການຈັບມືກັບ Virtual Dining Concepts (VDC) ໃນການເປີດ TikTok Kitchens ຫຼື ຫ້ອງຄົວ TikTok ເຊິ່ງຈະໃຫ້ບໍລິການສົ່ງອາຫານທີ່ເປັນເມນູດັງຈາກຕົວແອັບເອງທົ່ວສະຫະລັດອາເມຣິກາ.

ຫ້ອງຄົວ TikTok ນັ້ນຈະໄດ້ມີການໃຫ້ບໍລິການຄົວກິນສູດເມນູດັງຈາກໃນແອັບ ແລ້ວສົ່ງເດລີເວຣີໃຫ້ແກ່ລູກຄ້າ. ເຊິ່ງການຈັດການດັ່ງກ່າວແມ່ນຈະໃຫ້ບັນດາຮ້ານອາຫານໄປເຮັດເມນູນັ້ນໆໃຫ້ ບວກກັບສາຂາຮ້ານອາຫານຂອງໜຶ່ງໃນເຈົ້າຂອງ VDC ຢ່າງ Robert Earl.  ອາຫານຕ່າງໆ ແມ່ນຈະໃຫ້ບໍລິການການຄົວກິນໂດຍຮ້ານ ແລະ ພະນັກງານທີ່ມີຢູ່ແລ້ວ ແຕ່ທາງ TikTok ກໍຍັງຈະໄດ້ມີການຝຶກອົບຮົມໃນການຈັດສັນສູດອາຫານ ແລະ ການຫໍ່ສິນຄ້າ.

ນອກຈາກນີ້ ເມນູອາຫານຍັງຈະໄດ້ມີການປ່ຽນແປງໝຸນວຽນທຸກໆໄຕມາດ ໂດຍອີງຕາມຄວາມໄວຂອງເທຣນໃນແອັບ TikTok. ແລະເມນູທີ່ຈະເລີ່ມເປີດໃຫ້ບໍລິການທຳອິດແມ່ນ Baked Feta Pasta  ເຊິ່ງແມ່ນສູດອາຫານທີ່ຖືກຄົ້ນຫາຫຼາຍທີ່ສຸດໃນ Google ປີ 2021 ລວມໄປເຖິງ corn ribs, the crispy, cheese-covered pasta chips. ບັນດາຜູ້ສ້າງສູດເມນູດັ່ງກ່າວຈະມີສ່ວນຮ່ວມໃນຂັ້ນຕອນການຄົວກິນພ້ອມ.

VDC ນັ້ນເຄີຍຮ່ວມງານກັບ “MrBeast” YouTuber ຄົນດັງໃນການສ້າງຫ້ອງຄົວຮູບແບບດຽວກັນ ຊື່ວ່າ MrBeast Burger ໃນປີ 2020 ເຊິ່ງມັນໄດ້ຮັບຄວາມນິຍົມຫຼາຍຈົນຂາຍເບີເກີ້ໄດ້ເຖິງໜຶ່ງລ້ານກ້ອນພາຍໃນ 3 ເດືອນ ແລະ ປັດຈຸບັນມີຫ້ອງຄົວຢູ່ 1,500 ແຫ່ງທົ່ວສະຫະລັດອາເມຣິກາ, ແຄນນາດາ ແລະ ສະຫະລາຊະອານາຈັກ. ໃນແຜນການສ້າງຫ້ອງຄົວກັບ TikTok ນັ້ນ, VCD ຈະໄດ້ເປີດຕົວການໃຫ້ບໍລິການດັ່ງກ່າວ 300 ແຫ່ງທົ່ວສະຫະລັດ ແລະ ວາງແຜນຈະຂະຫຍາຍໄປຮອດ 1,000 ແຫ່ງພາຍໃນປີ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/