ນັກວິທະຍາສາດພົບຟອສຊິວບົ້ງກືໃຫຍ່ທີ່ສຸດທີ່ເຄີຍບັນທຶກມາ! ມີຄວາມຍາວເຖິງ 2,5 ແມັດ


ສຳລັບສັດບາງຊະນິດ ຫຼື ບັນພະບູລຸດຂອງພວກມັນທີ່ໄດ້ສູນພັນໄປແລ້ວ ບາງເທື່ອກໍເປັນເລື່ອງທີ່ໜ້າໂລ່ງໃຈ. ໂດຍສະເພາະແມ່ນສັດທີ່ຖືກຈັດຢູ່ໃນອັນດັບຕົ້ນໆທີ່ທຸກຄົນຢ້ານ ນັ້ນກໍຄືບົ້ງກື ເຊິ່ງເຮົາກໍຄວນດີໃຈທີ່ມັນໄດ້ກາຍພັນໃຫ້ຮ່າງກາຍນ້ອຍລົງໄປຫຼາຍຈາກເມື່ອຫຼາຍລ້ານປີກ່ອນ ທີ່ນັກວິທະຍາສາດໄດ້ຄົ້ນພົບຟອສຊິວຂອງມັນເມື່ອບໍ່ດົນມານີ້ ພ້ອມຂະໜາດຄວາມຍາວເຖິງ 2.5 ແມັດ.

ກຸ່ມນັກວິທະຍາສາດໄດ້ຄົ້ນພົບຟອສຊິວບົ້ງກືຍັກທີ່ຫາດ Northumberland ໂດຍບັງເອີນ. ສ່ວນໜຶ່ງຂອງຟອສຊິວນັ້ນຖືກພົບຄັ້ງທຳອິດເມື່ອປີ 2018 ຫຼັງຈາກທີ່ມີຫິນກ້ອນໃຫຍ່ຕົກລົງມາຈາໜ້າຜາທີ່ຫາດ Howick, ມັນໄດ້ແຕກຫັກອອກມາ ແລະ ສະແດງໃຫ້ເຫັນວ່າດ້ານໃນນັ້ນມີຟອສຊິວຂະໜາດໃຫຍ່ຢູ່. ບົ້ງກືໃນຊື່ທາງວິທະຍາສາດແມ່ນ Arthropleura ມີຄວາມຍາວ 2.63 ແມັດ, ຄວາມກວ້າງ 55 ຊັງຕີແມັດ ແລະ ຄາດວ່າຈະມີນ້ຳໜັກ 50 ກິໂລ. ພວກເຂົາຍັງຄາດຄະເນອີກວ່າບົ້ງກືຍັກນີ້ເຄີຍມີຊີວິດອາໄສຢູ່ເມື່ອ 326 ລ້ານປີກ່ອນ ທີ່ພາກຕາເວັນອອກເໜືອຂອງປະເທດອັງກິດເຊິ່ງມີພູມອາກາດຮ້ອນຊຸ່ມກວ່າທຸກມື້ນີ້ຫຼາຍ.

ການຄົ້ນພົບຟອສຊິວຂອງບົ້ງກືນີ້ນັບວ່າເປັນຕົວຢ່າງທີ່ໃຫຍ່ ແລະ ແກ່ກວ່າ 2 ຕົວຢ່າງທີ່ເຄີຍຄົ້ນພົບມາກ່ອນໜ້າ ທີ່ປະເທດເຢຍລະມັນ.  ມັນຍັງເປັນຫຼັກຖານໃຫ້ເຫັນວ່າເມື່ອກ່ອນນັ້ນຊັ້ນບັນຍາກາດອັອກຊີເຈນເພີ່ມສູງຂຶ້ນຫຼາຍ ເຊິ່ງເປັນເຫດຜົນວ່າບົ້ງກືຈຶ່ງໃຫຍ່ໄດ້ຂະໜາດນີ້. ຕົວຟອສຊິວບົ້ງກືຈະໄດ້ຖືກນຳໄປວາງສະແດງທີ່ ພິພິທະພັນ Sedgwick ໃນປີໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/