TikTok ກໍາລັງທົດສອບລະບົບ “ການສະແດງພາບວິດີໂອເປັນແບບແນວນອນ” ໃຫ້ກັບຜູ້ໃຊ້ງານທົ່ວໂລກ

tiktok-ກໍາລັງທົດສອບລະບົບ

ຫຼາຍຄົນກໍອາດຈະຮູ້ແລ້ວວ່າ TikTok ນັ້ນກາຍເປັນແພລັດຟອມວິດີໂອຍອດນິຍົມອັນດັບຕົ້ນໆຂອງໂລກ ແລະ ການເບິ່ງວິດີໂອໃນ TikTok ນັ້ນຫຼາຍຄົນແມ່ນຈະຄຸ້ນເຄີຍກັບການຮັບຊົມແບບແນວຕັ້ງ ເຊິ່ງນັ້ນກໍເປັນອີກສະເໜ່ໜຶ່ງຂອງແພລັດຟອມນີ້. ແຕ່ຢ່າງໃດກໍດີ ເພື່ອເປັນການໃຫ້ຜູ້ໃຊ້ໄດ້ໃຊ້ງານແພລັດຟອມໃຫ້ມີຫຼາກຫຼາຍມິຕິຍິ່ງຂຶ້ນ ຫຼ້າສຸດນີ້ TikTok  ກໍາລັງທົດສອບລະບົບການ “ສະແດງພາບວິດີໂອເປັນແບບແນວນອນ” ກັບຜູ້ໃຊ້ງານທົ່ວໂລກ ໂດຍການສະແດງປຸ່ມເຕັມໜ້າຈໍໃຫ້ຜູ້ໃຊ້ງານເຂົ້າເຖິງໂໝດການສະແດງພາບໃໝ່ນີ້.

tiktok-ກໍາລັງທົດສອບລະບົບ

ເຊິ່ງການເພີ່ມຟັງຊັ່ນນີ້ນັບເປັນອີກຄັ້ງທີ່ TikTok ໄດ້ເພີ່ມໂໝດການສະແດງຜົນພາບວິດີໂອທີ່ມີລັກສະນະຄ້າຍກັບ YouTube ຄູ່ແຂ່ງຄົນສຳຄັນໃນດ້ານແພລັດຟອມວິດີໂອ ໂດຍກ່ອນໜ້ານີ້ TikTok ໄດ້ເປີດໃຫ້ຜູ້ໃຊ້ງານສາມາດອັບໂຫຼດວິດີໂອຄວາມຍາວສູງສຸດ 10 ນາທີ ມາແລ້ວ ເພື່ອເຈາະກຸ່ມຜູ້ຮັບຊົມວິດີໂອທີ່ມີຄວາມຍາວຄ້າຍຄືກັນເທິງ YouTube.

tiktok-ກໍາລັງທົດສອບລະບົບ

ກາດທົດສອບໂໝດສະແດງພາບວິດີໂອແນວນອນຂອງ TikTok ໃນຄັ້ງນີ້ແມ່ນສອດຄ່ອງກັບຜົນສຳຫຼວດໃນເດືອນມິຖຸນາ 2020 ທີ່ຄ່າສະເລ່ຍການຮັບຊົມຂອງ TikTok ເລີ່ມແຊງ YouTube ໃນກຸ່ມຜູ້ໃຊ້ງານອາຍຸ 4-18 ປີ ໂດຍມີຄ່າສະເລ່ຍການໃຊ້ງານເທິງ TikTok ເທົ່າກັບ 82 ນາທີ/ມື້, ຄ່າສະເລ່ຍການໃຊ້ງານເທິງ YouTube ເທົ່າກັບ 75 ນາທີ/ຕໍ່ມື້.

tiktok-ກໍາລັງທົດສອບລະບົບ

ນອກຈາກນີ້ຜົນສຳຫຼວດໃນປີ 2021 ຍັງພົບວ່າກຸ່ມຜູ້ໃຊ້ງານອາຍຸ 4-18 ປີ ມີຄ່າສະເລ່ຍການໃຊ້ງານເທິງ Tiktok ເທົ່າກັບ 91 ນາທີ/ມື້, ໃນສ່ວນຂອງ YouTube ແມ່ນເທົ່າກັບ 56 ນາທີ/ມື້.

tiktok-ກໍາລັງທົດສອບລະບົບ

ຢ່າງໃດກໍຕາມ ໂໝດການສະແດງພາບວິດີໂອເຕັມໜ້າຈໍແບບແນວນອນຍັງຄົງຢູ່ໃນໄລຍະຂອງການທົດສອບເທົ່ານັ້ນ ເພາະທາງດ້ານ TikTok ຍັງບໍ່ໄດ້ເປີດເຜີຍກຳນົດການເປີດໃຊ້ງານໂໝດການສະແດງພາບວິດີໂອດັ່ງກ່າວໃຫ້ກັບຜູ້ໃຊ້ງານທົ່ວໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/