Tesla ບຸກຕະຫຼາດພະລັງງານແສງຕາເວັນຈີນ! ສ້າງໂຮງງານ “Megapack” ແຫ່ງທໍາອິດ ມຸ່ງເນັ້ນໄປທີ່ການຜະລິດແບັດເຕີຣີເກັບຮັກສາພະລັງງານຂະໜາດໃຫຍ່


Tesla, ບໍລິສັດຜະລິດລົດໄຟຟ້າຊັ້ນນໍາຈາກສະຫະລັດ ປະກາດສ້າງຕັ້ງໂຮງງານ “Megapack” ແຫ່ງທໍາອິດໃນປະເທດຈີນ, ຕັ້ງຢູ່ໃນເຂດທົດລອງການຄ້າເສລີ Lingang ນະຄອນ​ຊ່ຽງ​ໄຮ້. ໂດຍມີຈຸດປະສົງໃນການສຸມໃສ່ການຜະລິດແບັດເຕີຣີ ເກັບຮັກສາພະລັງງານຂະໜາດໃຫຍ່, ​ເພື່ອ​ສະໜັບສະໜູນ​ການ​ເຕີບ​ໂຕ​ຂອງ​ຕະຫຼາດ​ພະລັງງານ​ແສງ​ຕາ​ເວັນ​ຂອງ​ຈີນ

ການລົງທຶນນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Tesla ໃນຕະຫຼາດຈີນ, ເຊິ່ງເປັນຕະຫຼາດລົດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ. ໃນປັດຈຸບັນ Tesla ປະກອບລົດໄຟຟ້າຢູ່ໃນໂຮງງານຍັກໃຫຍ່ (Gigafactory) ໃນຊ່ຽງໄຮ້ ແລະໂຮງງານ “Megapack” ແຫ່ງໃໝ່ນີ້ຖືເປັນໂຮງງານແຫ່ງທີ 2 ຂອງ Tesla ໃນເມືອງດັ່ງກ່າວ.

“ໂຮງງານແຫ່ງໃໝ່ນີ້ແມ່ນບາດກ້າວທີ່ສໍາຄັນສໍາລັບທັງຊ່ຽງໄຮ້ ແລະ Tesla. ໃນສະພາບແວດລ້ອມທີ່ເປີດກວ້າງຂຶ້ນຫຼາຍກວ່າເກົ່ານີ້ ພວກເຮົາສາມາດສ້າງລົດໄຟຟ້າ ‘Tesla Speed’ ເວີຊັນໃໝ່ຢູ່ໂຮງງານ ແລະ ສົ່ງມອບແບັດເຕີຣີເກັບຮັກສາພະລັງງານຂະໜາດໃຫຍ່ທີ່ຜະລິດໃນປະເທດຈີນໄປສູ່ຕະຫຼາດໂລກ.” Tao Lin ຮອງປະທານຂອງ Tesla ກ່າວ.

ໂຮງງານ “MegaPak” ຄາດວ່າຈະເລີ່ມການຜະລິດໃນໄຕມາດທີ 1 ປີ 2025 ດ້ວຍກຳລັງການຜະລິດເບື້ອງຕົ້ນ 10,000 ໜ່ວຍຕໍ່ປີ, ແຕ່ລະແຫ່ງສາມາດເກັບພະລັງງານໄດ້ຫຼາຍກວ່າ 3,9 ເມກາວັດ-ຊົ່ວໂມງ. ເຊິ່ງ​ພຽງ​ພໍ​ສຳລັບການຈ່າຍໄຟຟ້າໃຫ້ກັບບ້ານເຮືອນ​​ປະ​ມານ 3,600 ເຮືອນ​ໃນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ.

Tesla ເຫັນເຖິງທ່າແຮງໃນຕະຫຼາດການເກັບຮັກສາພະລັງງານຂອງຈີນ ໂດຍ​ສະ​ເພາະ​ແມ່ນ​ໃນຂະນະທີ່ປະ​ເທດ​ພະ​ຍາ​ຍາມ​ໄປ​ສູ່​ເປົ້າ​ໝາຍ​ໃນການ​ປ່ອຍ​ອາຍ​ພິດ​ຄາບອນໃຫ້ເປັນສູນ.

ນອກຈາກນີ້, ການລົງທຶນຂອງ Tesla ໃນໂຮງງານ “Megapack” ຍັງສະທ້ອນໃຫ້ເຫັນຄວາມເຖິງເຊື່ອໝັ້ນຂອງບໍລິສັດຕໍ່ເສດຖະກິດຂອງຈີນ. Tesla ໄດ້ສ້າງໂຮງງານ Gigafactory ໃນຊ່ຽງໄຮ້ໃນປີ 2019.  ໂດຍໂຮງງານດັ່ງກ່າວສາມາດຜະລິດລົດໄຟຟ້າໄດ້ 947,000 ຄັນໃນປີ 2023, ເພີ່ມຂຶ້ນ 33% ຈາກປີກ່ອນ, Gigafactory ກາຍເປັນສູນສົ່ງອອກຫຼັກໆສຳລັບລົດໄຟຟ້າຂອງ Tesla , ຫຼາຍກວ່າເຄິ່ງໜຶ່ງຂອງລົດໄຟຟ້າ 1.8 ລ້ານຄັນທີ່ສົ່ງອອກໄປທົ່ວໂລກໃນປີ 2023 ແມ່ນຖືກຜະລິດຈາກໂຮງງານດັ່ງກ່າວ.

ການກໍ່ຕັ້ງໂຮງງານຜະລິດ “megapack” ເກີດຂຶ້ນພຽງ 2- 3 ອາທິດຫຼັງຈາກ CEO Elon Musk ຂອງ Tesla ໄດ້ເດີນທາງ​ໄປ​ຢ້ຽມຢາມປະເທດ​ຈີນ. ໂດຍ Elon Musk ກ່າວ​ວ່າ Tesla ຍິນ​ດີ​ທີ່ຈະຂະຫຍາຍ​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ທີ່ທັງສອງຝ່າຍຈະໄດ້ຮັບປະໂຫຍດ

ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ​ເຕີບໂຕຂຶ້ນ​ໄວ​ກວ່າ​ທີ່​ຄາດ​ໄວ້​ໃນ​ໄຕ​ມາດ​ທຳ​ອິດ​ທີ່ 5,3% ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫ້​ມາ​ລົງ​ທຶນ​ຢູ່​ໃນ​ປະ​ເທດ. ຈໍາ​ນວນ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນໃໝ່​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນ 12,000 ໃນ​ໄຕ​ມາດ​ທໍາ​ອິດ​, ເຊິ່ງເພີ່ມ​ຂຶ້ນ 20.7% ຈາກ​ປີ​ກ່ອນ​ໜ້າ​ນີ້​.

Tesla ຂະຫຍາຍທຸລະກິດການເກັບຮັກສາພະລັງງານໃນປະເທດຈີນ ສະແດງໃຫ້ເຫັນຄວາມມຸ່ງໝັ້ນນຂອງບໍລິສັດທີ່ຈະເປັນຜູ້ມີບົດບາດສໍາຄັນໃນຕະຫຼາດພະລັງງານສະອາດທີ່ເຕີບໂຕໄວຂອງປະເທດ.

ທີ່ມາ:

facebook

english.news.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/