ເມື່ອເວົ້າເຖິງການສື່ສານໃນປັດຈຸບັນ ອາດຈະປະຕິເສດບໍ່ໄດ້ກັບການມີໂທລະສັບມືຖືໄວ້ຕິດຕົວເກືອບຈະຕະຫຼອດເວລາ ບໍ່ວ່າຈະເປັນໃນການຮຽນ, ການເຮັດວຽກ ຫຼື ເວລາວ່າງ ເຮົາມັກຈະວົນວຽນກັບການຢູ່ໜ້າຈໍ ຈົນກາຍເປັນໄພງຽບທີ່ມາພ້ອມກັບຄວາມສະດວກສະບາຍຂອງເທັກໂນໂລຢີ.
ເຊິ່ງໄພງຽບດັ່ງກ່າວນັ້ນກໍແມ່ນໂຣກ Smartphone Face ເປັນໂຣກທີ່ເກີດຈາກການເບິ່ງໜ້າຈໍໂທລະສັບເປັນເວລາດົນເຮັດໃຫ້ກ້າມຊີ້ນຄໍຫົດຕົວ ແລະ ເພີ່ມຄວາມກົດດັນແກ່ຊີ້ນແກ້ມ ເມື່ອແກ້ມຖືກກົດດັນເປັນເວລາດົນນານ, ເສັ້ນໃຍ elastic ໃນໃບໜ້າຈະສູນເສຍການຫົດຢືດ ເຊິ່ງເຮັດໃຫ້ກ້າມຊີ້ນບໍລິເວນຄາງກະໄຕຍ້ອຍລົງ. ນອກຈາກນັ້ນ, ກ້າມຊີ້ນບໍລິເວນມຸມປາກກໍຍັງຍ້ອຍລົງໄປຫາຄາງອີກດ້ວຍ ສົ່ງຜົນໃຫ້ໃບໜ້າມີການປ່ຽນແປງຜິດປົກກະຕິຈົນນຳໄປສູ່ການສູນເສຍຄວາມໝັ້ນໃຈໃນຕົນເອງ.

ໂຣກ Smartphone Face ໄດ້ເກີດຂຶ້ນຫຼາຍໃນກຸ່ມຄົນສະໄໝໃໝ່ ໃນເວລາປົກກະຕິ, ພວກເຮົາຈະບໍ່ເຫັນຄວາມຜິດປົກກະຕິຂອງໃບໜ້າຢ່າງຊັດເຈນ, ແຕ່ຖ້າຖ່າຍຮູບ, ເຊວຟີ່ ຫຼື ຖ່າຍວິດີໂອ ລອງສັງເກດໃບໜ້າເບິ່ງຈະເຫັນເຖິງການຍ້ອຍລົງກວ່າປົກກະຕິ. ຍ້ອນເຫດນີ້, ຈຶ່ງເຮັດໃຫ້ຫຼາຍຄົນບໍ່ມີຄວາມໝັ້ນໃຈໃນໃບໜ້າຈຳຕ້ອງໄປເຮັດສັນຍະກຳເພື່ອເພີ່ມຄວາມໝັ້ນໃຈໃນຕົນເອງ ຫຼື ການສີດ ໂບທັອກ (Botox), ສີດຟິນເລີ (filler) ເພື່ອເຮັດໃຫ້ໃບໜ້າກັບມາແຂງແຮງຄືເກົ່າ ແຕ່ນັ້ນມັນກໍໄດ້ຜົນພຽງແຕ່ຊົ່ວຄາວເທົ່ານັ້ນ ແລະ ຍັງສົ່ງຜົນກະທົບທາງລົບຕໍ່ສຸຂະພາບ ຖ້າໃຊ້ສານເຄມີເຫຼົ່ານີ້ຫຼາຍຈົນເກີນໄປ.
ເຖິງຢ່າງໃດກໍຕາມ, ໂຣກດັ່ງກ່າວສາມາດເກີດຂຶ້ນໄດ້ກັບທຸກເພດ ທຸກໄວທີ່ຫຼິ້ນໂທລະສັບມືຖືເປັນເວລາດົນ ໂດຍສະເພາະແມ່ນກຸ່ມຄົນທີ່ອາຍຸຫຼາຍແລ້ວ ອາການຈະເກີດຂຶ້ນໄດ້ງ່າຍກວ່າໄວໜຸ່ມ.

ການນໍາໃຊ້ໂທລະສັບຫຼາຍເກີນໄປບໍ່ພຽງແຕ່ເປັນອັນຕະລາຍຕໍ່ໃບໜ້າເທົ່ານັ້ນ. ແຕ່ມັນຍັງມີຜົນກະທົບຕໍ່ສຸຂະພາບອີກດ້ວຍ ເຊັ່ນ: ອາການເຈັບຄໍ ແລະ ບ່າໄຫຼ່ຊຳເຮື້ອ, ສາຍຕາສັ້ນ, ຄວາມຈຳເສື່ອມ ແລະ ອື່ນໆ
ວິທີປ້ອງກັນງ່າຍໆພຽງແຕ່ຈັບໂທລະສັບຢູ່ໃນລະດັບຕາ ຫຼື ຢູ່ໃນລະດັບທີ່ບໍ່ກົ້ມຫົວຫຼາຍເກີນໄປ ເພື່ອບໍ່ໃຫ້ມີແຮງກົດດັນໃສ່ແກ້ມຫຼາຍເກີນໄປ ແລະ ບໍ່ກໍ່ໃຫ້ເກີດອາການປວດຄໍ, ຫຼິ້ນໂທລະສັບ 30 ນາທີແລ້ວພັກຜ່ອນ ເພື່ອບໍ່ໃຫ້ຕາເມື່ອຍລ້າ ພ້ອມທັງຊ່ວຍເພີ່ມຄວາມສໍາພັນທີ່ດີກັບຄົນອ້ອມຂ້າງຂອງທ່ານໄດ້ອີກດ້ວຍ.
ສຸດທ້າຍແລ້ວ, ບັນດາເຄື່ອງເທັກໂນໂລຢີຕ່າງກໍມີທັງຂໍ້ດີ ແລະ ຂໍ້ເສຍຂອງມັນ. ສະນັ້ນ, ຈົ່ງນຳໃຊ້ຢ່າງມີສະຕິ, ປັບປ່ຽນພຶດຕິກຳການຊົມໃຊ້ຢູ່ໃນລະດັບຄວາມເໝາະສົມ ເພື່ອເຮັດໃຫ້ເຮົາເອງສາມາດດຳລົງຊີວິດໄດ້ຢ່າງສົມດຸນ ແລະ ບໍ່ມີພະຍາດຮ້າຍຕ່າງໆມາບຽດບຽນ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/