ການລົງທຶນຈາກຕ່າງປະເທດ ເພື່ອສົ່ງອອກສິນຄ້າກະສິກຳໄປຈີນ ຈະເປັນທ່າແຮງໃນການສ້າງລາຍຮັບໃຫ້ປະເທດຊາດ


ຜູ້ຊ່ຽວຊານ ຂອງອົງການອາຫານ ແລະ  ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈຳລາວ ຊີ້ໃຫ້ເຫັນເຖິງ ໂອກາດ ແລະ ສັກກະຍະພາບທີ່ແຂງແຮງຂອງ ສປປ ລາວ ດຶງດູດການລົງທຶນຈາກຕ່າງປະເທດ ດ້ານການເຮັດກະສິກຳ ໂດຍສະເພາະການລ້ຽງງົວເພື່ອສົ່ງອອກໄປຈີນ ເພື່ອເປັນການກະຕຸ້ນການສົ່ງອອກ ສ້າງລາຍຮັບໃຫ້ແກ່ປະເທດຊາດ.

ທ່ານ ນາເຊີ ຮາຢັດ (Nasar Hayat) ຜູ້ຊ່ຽວຊານ FAO ປະຈຳລາວ ໄດ້ອະທິບາຍເຖິງໂອກາດ ແລະ ສິ່ງທ້າທາຍທີ່ ສປປ ລາວ ກຳລັງປະເຊີນຢູ່ໃນຂະນະນີ້. ໂດຍທ່ານ ນາເຊີ ຮາຢັດ ໃຫ້ສຳພາດກັບນັກຂ່າວ ເມື່ອບໍ່ດົນມານີ້ ວ່າ: “ແຂວງຢຸນນານປະເທດຈີນ ເປັນຕະຫຼາດສຳຄັນຂອງຈີນ ທີ່ມີທ່າແຮງບົ່ມຊ້ອນອັນແຂງ​ແຮງ​ໃຫ້​ແກ່​ຜູ້​ປູກ​ຝັງ​ໃນ​ລາວ​ໃນ​ການ​ຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ”

ຕົວແປສຳຄັນໃນການຊຸກຍູ້ການສົ່ງອອກສິນຄ້າຈາກລາວໄປຈີນກໍຄື ທາງລົດໄຟລາວ-ຈີນ ທີ່ສາມາດຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນເຂົ້າໄປແຂວງຢຸນນານທີ່ຕັ້ງຢູ່ທາງຕອນໃຕ້ຂອງຈີນ ໄດ້ໃນເວລາພຽງ 1 ມື້ເທົ່ານັ້ນ.

ສິນຄ້າກະສິກຳ ຖືເປັນອີກໜຶ່ງທ່າແຮງໃນການສົ່ງອອກສິນຄ້າຂອງ ສປປ ລາວ, ສະເພາະປີ 2021 ສປປ ລາວ ມີລາຍໄດ້ຈາກການສົ່ງອອກສິນຄ້າກະສິກໍາເຖິງ 900 ລ້ານໂດລາ ສະຫະລັດ ໂດຍສົ່ງອອກຫຼາຍສຸດ ແມ່ນໝາກກ້ວຍ, ຢາງພາລາ, ມັນຕົ້ນ ແລະ ອື່ນໆ.

ທ່ານ ນາເຊີ ຜູ້ທີ່ເຮັດວຽກຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ຕັ້ງແຕ່ປີ 2018 ໃຫ້ຮູ້ອີກວ່າ: “ໃນໄລຍະທີ່ຜ່ານມາ ຂ້າພະເຈົ້າໄດ້ເຮັດວຽກກັບ 2-3 ບໍລິສັດ ເພື່ອຊຸກຍູ້ໃຫ້ເຂົາມາລົງທຶນຢູ່ລາວ ແລະ ມີຢ່າງໜ້ອຍ 1 ບໍລິສັດຈາກຕ່າງປະເທດຈະເຂົ້າມາລາວເພື່ອສ້າງຕັ້ງໂຮງງານປຸງແຕ່ງຊີ້ນ ແນໃສ່ສົ່ງອອກຊີ້ນ ໄປ ສປ ​ຈີນ ເຊິ່ງເປັນ​ຕະຫຼາດ​ທີ່​ມີ​ປະຊາກອນ 1,4 ຕື້​ຄົນ. ນອກຈາກນີ້ຍັງມີບໍລິສັດ ກະສິກຳ ແລະ ເທັກໂນໂລຢີ ຈາກປະເທດ ອິດສະຣາເອວ ກໍຈະເຂົ້າມາລົງທຶນຢູ່ລາວ ເພື່ອອາໄສຜົນປະໂຫຍດຈາກທາງລົດໄຟລາວ-ຈີນ ທີ່ເປັນການເຊື່ອມຕໍ່ລາວ-ອາຊຽນ ແລະ  ຢູໂຣບຫຼາຍຂຶ້ນ”

ເພື່ອເປັນການດຶງດູດການລົງທຶນຈາກບັນດາປະເທດ ອອສເຕຣເລຍ, ປາ​ກີ​ສະຖານ, ອິນ​ເດຍ ​ແລະ ຈີນ, ລາວ​ຕ້ອງ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ຄວາມ​ສາມາດ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ໃນ​ການ​ຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ ລາວ​ຕ້ອງ​ເຮັດ​ໃຫ້​ຫຼາຍ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ຕະຫຼາດໃນ​ປະ​ເທດ​ ແລະ ​ທ່າ​ແຮງ​ຂອງ​ຕົນ​ອອກ​ສູ່​ໂລກ​ພາຍ​ນອກ, ພ້ອມ​ທັງ​ແຈ້ງ​ໃຫ້​ບໍລິສັດ​ຕ່າງປະ​ເທດໃຫ້​ຊາບ​ວ່າ​ນີ້​ເປັນ​ບ່ອນ​ທີ່​ດີ​ທີ່​ເຂົາ​ເຈົ້າ​ຈະ​ລົງທຶນ.

ທ່ານ ນາເຊີ ຮາຢັດ ກ່າວອີກວ່າ: “ຂ້າພະ​ເຈົ້າ​ເຫັນ​ວ່າ ​ໃນ 10 ປີ​ຕໍ່ໜ້າ​ນີ້ ລາວ​ຈະ​ກາຍ​ເປັນ​ສູນ​ກາງ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ພາກ​ພື້ນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ປະລິມານ​ການ​ສົ່ງ​ອອກ​ສັດລ້ຽງ​ ແລະ ​ຜະລິດ​ຕະພັນ​ກະ​ເສດ​ອື່ນໆ​ຈາກ​ລາວ​ໄປ​ຈີນ ​ແລະ ​ບັນດາປະເທດໃນພາກພື້ນຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,”

ໃນປັດຈຸບັນ ເສັ້ນທາງລົດໄຟລາວ-ຈີນ ໄດ້ຫັນປ່ຽນໃຫ້ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດທີ່ເຊື່ອມຕໍ່ກັນທາງບົກ (LandLock-LandLink) ຫັນປ່ຽນຈາກຈຸດທີ່ຕັ້ງພູມີສາດທີ່ດ້ອຍໂອກາດ ກາຍເປັນທີ່ຕັ້ງທາງພູມີສາດທີ່ໄດ້ປະໂຫຍດ ຈາກການຂົນສົ່ງ ແລະ ຍັງກາຍເປັນທ່າແຮງສຳຄັນໃນການຊຸກຍູ້ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຂອບໃຈຂໍ້ມູນຈາກ: Lao National Television-English News Program,  vientianetimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/