ວິກິດໜັກ ຄວັນໄຟປ່າຈາກແຄນາດາ ລອຍຂ້າມໄປໄກຮອດຢູໂຣບ


ປະເທດແຄນາດາ ຍັງຄົງພົບກັບວິກິດໄຟປ່າທີ່ອາດເວົ້າໄດ້ວ່າເປັນໄຟປ່າທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ຫຼັງຈາກໜ່ວຍງານລາຍງານພະຍາກອນອາກາດຂອງສະຫະຣາຊະອານາຈັກ ຫຼື UK Met Office ເປີດເຜີຍວ່າ ຄວັນໄຟປ່າຈາກປະເທດແຄນາດາ ລອຍຂ້າມມະຫາສະໝຸດແອັດແລນຕິກໄປຮອດສະຫະຣາຊະອານາຈັກ.

ໂດຍສຳນັກງານອຸຕຸນິຍົມວິທະຍາຂອງສະຫະຣາຊະອານາຈັກເປີດເຜີຍວ່າ ຄວັນໄຟປ່າຈາກປະເທດແຄນາດາ ລອຍຂ້າມມະຫາສະໝຸດ ແອັດແລນຕິກໄປຮອດອັງກິດ ເແຕ່ເນື່ອງຈາກມັນຖືກພັດມາຕາມກະແສລົມເຈັດສະຕຣີມເຊິ່ງຢູ່ທີ່ລະດັບຄວາມສູງ 10-15 ກິໂລແມັດເໜືອພື້ນໂລກ ຈຶ່ງບໍ່ສົ່ງຜົນຕໍ່ຄຸນະພາບອາກາດ ພຽງແຕ່ບົດບັງແສງອາທິດເທົ່ານັ້ນ.

ໃນສ່ວນຂອງສະຫະລັດອາເມຣິກາ ແລະ ແຄນາດາ ລາຍງານວ່າ ກຸ່ມຄວັນໄຟປ່າຈາກແຄນາດາຍັງປົກຄຸມຫຼາຍພື້ນທີ່ໃນປະເທດ ແລະ ເຄື່ອນລົງໃຕ້ເປັນຮອບໄປຮອດພູມມີພາກມິດເວວ ຂອງສະຫະລັດອາເມຣິກາ ສົ່ງຜົນໃຫ້ຫຼາຍເມືອງມີລະດັບມົນລະພິດໃນອາກາດສູງ ຕິດອັນຮ້າຍແຮງທີ່ສຸດໃນໂລກ ບໍ່ວ່າຈະເປັນທີ່ຊິຄາໂກ ໃນລັດອິລີນອຍ ແລະ ລັດມິນວໍກີ ລວມທັງບາງສ່ວນຂອງລັດມິຊິແກນຂອງສະຫະລັດ ກັບ ລັດອອນແທຣິໂອ ໃນແຄນາດາ ໂດຍດັດຊະນີຄຸນະພາບເພີ່ມຂຶ້ນໄປຢູ່ທີ່ປະມານ 200 ຈຸດ ຫຼື ຈັດຢູ່ໃນລະດັບທີ່ບໍ່ດີຕໍ່ສຸຂະພາບຢ່າງຫຼວງຫຼາຍ.

ສະຖານະການໄຟປ່າໃນແຄນາດາຍັງຄົງລຸກລາມຢ່າງຕໍ່ເນື່ອງໃນຫຼາຍພື້ນທີ່ຕາມລາຍງານສະຖານະການໄຟແຫ່ງຊາດຈາກສູນໄຟປ່າຂອງແຄນາດາ ພ້ອມກັບເປີດເຜີຍວ່າ ເມື່ອວັນອາທິດທີ່ຜ່ານມາເກີດໄຟປ່າເພີ່ມຂຶ້ນອີກຢ່າງໜ້ອຍ 53 ຄົນ ແລະ ວັນຈັນທີ່ຜ່ານມາເກີດໄຟປ່າໃໝ່ຢ່າງໜ້ອຍ 27 ຄັ້ງ ໃນເຂດບຣິຕິດໂຄລຳເບຍ.

ທາງດ້ານນັກວິທະຍາຈາກໜ່ວຍບໍລິການ ແລະ ສັງເກດການຊັ້ນບັນຍາກາດຂອງສະຫະພາບຢູໂຣບ ລະບຸວ່າ ໄຟປ່າໃນແຄນາດາໃນໄລຍະ 6 ເດືອນທຳອິດຂອງປີ 2023 ປ່ອຍຄາບອນໄດອັອກໄຊສູງຮອດ 160 ລ້ານໂຕນເຊິ່ງຫຼາຍທີ່ສຸດໃນປະຫວັດສາດນັບແຕ່ການເກັບຂໍ້ມູນມາຈາກດາວທຽມເມື່ອປີ 2003.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/