ອັບເດດ! Elon Musk ເລີ່ມເຝິກທັກສະມວຍ MMA ແບບຈິງຈັງ ກຽມຕົວຂຶ້ນຊົກ ກັບ Mark Zuckerberg


ເປັນອີກໜຶ່ງການເຄື່ອນໄຫວ ວ່າອາດເປັນສັນຍານບົ່ງບອກວ່າ ເສິກມວຍຄູ່ຢຸດໂລກ ລະຫວ່າງ 2 ມະຫາເສດຖີລະດັບໂລກ ຢ່າງ ອີລອນ ມາກ ແລະ ມາກ ຊັກເກີເບີກ ອາດເກີດຂຶ້ນແທ້ໃນໄວໆນີ້ ຫຼັງ ອີລອນ ມາກ ໄດ້ເລີ່ມເຝິກຊ້ອມມວຍ MMA ແບບຈິງຈັງ ເພື່ອກຽມຕົວ ຂຶ້ນຊົກ ກັບ Mark Zuckerberg.

ໂດຍການເຝິກ ທັກສະການຕໍ່ສູ້ຄັ້ງນີ້ຂອງ ອີລອນ ມາກ ເປັນການໄປເຝິກກັບ ເລັກ ຟຣິດແມນ (Lex Fridman) ນັກວິທະຍາສາດ ຄອມພິວເຕີ ຊາວ ຣັດເຊຍ-ອາເມຣິກາ ແລະ ຜູ້ຈັດລາຍການ Podcast ບັນຍາຍເລື່ອງ AI ຊື່ດັງ ແລະ ຜູ້ທີ່ເຄີຍເຝິກທັກສະການຕໍ່ສູ້ ແບບ ຈິວຈິດຊູ ກັບ ມາກ ຊັກເກີເບີກ ມາກ່ອນແລ້ວ.

ເລັກ ຟຣິດແມນ ໂພສພາບ ແລະ ຂໍ້ຄວາມອະທິບາຍເຖິງການເຝິກຊ້ອມກັບ ອີລອນ ມາກ ຜ່ານ Twitter ວ່າ: “ຂ້ອຍປະທັບໃຈຫຼາຍກັບ 2-3 ຊົ່ວໂມງກັບການເຝິກຊ້ອມຮ່ວມກັບ ອີລອນ ມາກ ມື້ວານນີ້, ຂ້ອຍປະຫຼາດໃຈຫຼາຍກັບ ຄວາມແຂງແຮງ, ພະລະກຳລັງ ແລະ ທັກສະໃນການຕໍ່ສູ້ຂອງ ອີລອນ”.

ນອກຈາກນີ້ ເລັກ ຟຣິດແມນ ຍັງໄດ້ ໂພສວິດີໂອ ທີ່ໄດ້ເຄີຍເຝິກຊ້ອມສິລະປະການຕໍ່ສູ້ແບບ ຈູຈິດຊູ ຮ່ວມກັບ ມາກ ຊັກເກີເບີກ ພ້ອມລະບຸວ່າ: “ການທີ່ໄດ້ເຫັນເສັ້ນທາງການເຝິກຊ້ອມສິລະປະການຕໍ່ສູ້ຂອງທັງ ອີລອນ ມາກ ແລະ ມາກ ຊັກເກີເບີກ ມັນເປັນແຮງບັນດານໃຈຊັ້ນດີ”.

ກ່ຽວກັບຄວາມຊັດເຈນ ກັບໂອກາດເສິກມວຍຄູ່ຢຸດໂລກຄູ່ນີ້ ເມື່ອບໍ່ດົນມານີ້ ດານາ ໄວ ປະທານເສິກມວຍ UFC ໄດ້ອອກມາຢືນຢັນແລ້ວວ່າລາວໄດ້ ຕິດຕໍ່ໄປຫາທັງ 2 ແລ້ວ ແລະ ກຳລັງກະກຽມ ການແຂ່ງຂັນຄັ້ງດັ່ງກ່າວ. ແຕ່ຍັງບໍ່ເປັນທີ່ຊັດເຈນວ່າ ການແຂ່ງຂັນຈະເກີດຂຶ້ນເມື່ອໃດ ແລະ ຈະຈັດຢູ່ໃສກັນແທ້.

ໂດຍການແຂ່ງຂັນຄັ້ງນີ້ ຫຼາຍຝ່າຍກໍເບິ່ງວ່າ ຈາກ ອາຍຸ ຮູບຮ່າງ ນໍ້າໜັກ ແລະ ພື້ນຖານທາງກິລາ ຂອງທັງ 2 ​ຄົນ ກໍຍັງແຕກຕ່າງກັນພໍສົມຄວນ ໂດຍຜູ້ທີ່ຖືກເບິ່ງວ່າໄດ້ປຽບກວ່າ ກໍແມ່ນຝັ່ງຂອງ CEO ໜຸ່ມ ອາຍຸ 39 ປີ ຢ່າງ ມາກ ຊັກເກີເບີກ ທີ່ເຄີຍແລ່ນ 5 ກິໂລໃນ 20​ ນາທີ ແຖມຍັງເຄີຍຄວ້າຮາງວັນໃນການແຂ່ງຂັນ ບຣາຊິວລຽນ ຈູຈິດຊູ ມາແລ້ວ.

ແຕ່ຢ່າງໃດກໍຕາມ ພາຍຫຼັງເກີດກະແສການຕໍ່ສູ້ດັ່ງກ່າວ ຝ່າຍຂອງ ອີລອນ ມາກ ເອງ ກໍມີນັກມວຍ ມືອາຊີບ ອາສາເຂົ້າມາຊ່ວຍເຝິກ ຢ່າງ Georges St-Pierre ນັກສະແດງ ແລະ ນັກສູ້ UFC ຊື່ດັງ ຊາວແຄນາດາ ກໍສະເໜີຕົວຂໍເປັນຄູເຝິກ ເພື່ອຊ່ວຍໃຫ້ ອີລອນ ມາກ ມີຄວາມພ້ອມໃນການຕໍ່ສູ້ເສິກໃນຄັ້ງນີ້ ແລະ ອີລອນ ມາກ ກໍຕອບຮັບຂໍສະເໜີເປັນທີ່ຮຽບຮ້ອຍແລ້ວ.

ຂອບໃຈຂໍ້ມູນຈາກ: foxnews, lexfridman, businesstoday

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/