FIFTY FIFTY ຟ້ອງຄ້າຍຕົ້ນສັງກັດ ATTRAKT ຫຼັງຈາກຖືກລະເມີດສັນຍາ


ກາຍເປັນກະແສຮ້ອນແຮງທີ່ຖືກຈັບຕາໃນວົງການ K-POP ຢູ່ໃນເວລານີ້ ເມື່ອນ້ອງໃໝ່ມາແຮງຢ່າງວົງ FIFTY FIFTY ເຈົ້າຂອງເພງດັງ Cupid ກຳລັງມີຂໍ້ຂັດແຍ້ງກັບຕົ້ນສັງກັດ ATTRAKT ໂດຍມີລາຍງານວ່າສະມາຊິກວົງທັງ 4 ຄົນ ຕັດສິນໃຈຍື່ນຟ້ອງຕົ້ນສັງກັດໂດຍໄດ້ລະບຸວ່າ ຕົ້ນສັງກັດໄດ້ລະເມີດເງື່ອນໄຂຂອງສັນຍາ ແລະ ທຳລາຍຄວາມໄວ້ໃຈລະຫວ່າງທັງສອງຝ່າຍ.

ໃນວັນທີ 28 ມິຖຸນາ 2023 ມີລາຍງານວ່າ FIFTY FIFTY ໄດ້ຕັດສິນໃຈຟ້ອງຮ້ອງຕົ້ນສັງກັດຂອງຕົນເອງ ທີ່ໄດ້ລົງລາຍລະອຽດເຖິງກໍລະນີຫຼາຍຢ່າງທີ່ເກີດ ບໍ່ວ່າຈະເປັນຄວາມບໍ່ໂປ່ງໃສທາງບັນຊີ ຕະຫຼອດຈົນການເປີດເຜີຍຂໍ້ມູນທາງສຸຂະພາບຂອງສະມາຊິກຕໍ່ສາທາລະນະໂດຍບໍ່ໄດ້ຮັບຄວາມຍິນຍອມ.

ໂດຍຕົວແທນກົດໝາຍຂອງທັງ 4 ສາວ ໄດ້ອອກຖະແຫຼງເຖິງສາເຫດທີ່ໄດ້ມີການຍື່ນຟ້ອງໄວ້ດັ່ງນີ້ວ່າ ສຳນັກງານກົດໝາຍ Barun Law ຕົວແທນຂອງ Sio, Saina, Aran ແລະ Keen ຫຼື ສະມາຊິກວົງ FIFTY FIFTY ໄດ້ຍື່ນຂໍລະງັບສັນຍາພິເສດກັບສານກຸງໂຊລຜ່ານຕົວແທນທາງກົດໝາຍເມື່ອວັນທີ 19 ມິຖຸນາ 2023 ໂດຍໃນຕອນນີ້ການພິຈາລະນາຄະດີຢູ່ໃນລະຫວ່າງດຳເນີນການ ເນື່ອງຈາກທາງ ATTRAKT ຕົ້ນສັງກັດ ລະເມີດເງື່ອນໄຂສັນຍາ ແລະ ທຳລາຍຄວາມໄວ້ວາງໃຈ ແຕ່ໃນຕອນນີ້ທັງ 4 ສາວຍັງບໍ່ໄດ້ຕອບກັບເນື່ອງຈາກການພິຈາລະນະຄະດີກຳລັງດຳເນີນຢຸ່ ໄດ້ສົ່ງຈົດໝາຍເຖິງບໍລິສັດຂໍໃຫ້ແກ້ໄຂຂໍ້ຜິດພາດ ແລະ ຊີ້ໃຫ້ເຫັນປະເດັນຕ່າງໆ ແຕ່ທາງ ATTRAKT ຢືນຢັນຈຸດຢຶນຕໍ່ສື່ດ້ວຍການປະກາດຢ່າງຕໍ່ເນື່ອງໂດຍບໍ່ໄດ້ພະຍາຍາມອະທິບາຍຄວາມຕ້ອງການທີ່ແທ້ຈິງ.

ໂດຍ 4 ສາວ ຕ່າງກໍຮູ້ດີວ່າເວລາເຫຼົ່ານີ້ມີຄວາມສຳຄັນຫຼາຍ ແລະ ຕ່າງເຂົ້າໃຈເຖິງຄວາມກັງວົນຈາກຫຼາຍຄົນທີ່ຢູ່ອ້ອມຕົວ ເມື່ອຕອນທີ່ເລີ່ມຕົ້ນເຝິກໃນການເປັນສິລະປິນທີ່ສາມາດສ້າງອິດທິພົນໃນດ້ານບວກ ພ້ອມກັບບອກຂໍ້ກັງວົນກ່ຽວກັບຫຼາຍປະເດັນເຊັ່ນ ການທີ່ຕົ້ນສັງກັດ ATTRAKT ເຮັດອາດຈະເປັນຄວາມບໍ່ໂປ່ງໃສທາງບັນຊີ ຕະຫຼອດຈົນການເປີດເຜີຍຂໍ້ມູນທາງສຸຂະພາບຂອງສະມາຊິກຕໍ່ສາທາລະນະໂດຍບໍ່ໄດຮັບຄວາມຍິນຍອມ ສະມາຊິກທັງ 4 ຢາກຕັດສິນໃຈດ້ວຍຕົນເອງ ໂດຍປາສະຈາກການແຊກແຊງຈາກພາຍນອກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/