ລາວ ກຳລັງຂາດແຄນແຮງງານ ເນື່ອງຈາກຄົນໄປເຮັດວຽກຢູ່ຕ່າງແດນ ເຮັດໃຫ້ມີຜົນກະທົບຕໍ່ການພັດທະນາເສດຖະກິດ


ໃນຕອນບ່າຍຂອງວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ ໃນຫຼາຍບັນຫາສຳຄັນ, ໃນນັ້ນ, ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 13, ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ເຊິ່ງໂດຍລວມ ແມ່ນເຫັນດີເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ບຸກບືນສູ້ຊົນແກ້ໄຂບັນ ຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ສປປ ລາວ ກຳລັງປະເຊີນໜ້າໃນປັດຈຸບັນ.

ພ້ອມນັ້ນ ຍັງໄດ້ສະເໜີ ໃຫ້ລັດຖະບານ ແກ້ໄຂບັນຫາຄ່າຈ້າງງານຂອງກຳມະກອນ ຊາວຜູ້ອອກແຮງງານ ຕາມໂຮງຈັກໂຮງງານ ໂດຍເລີ່ມຈາກ ບັນດາບໍລິສັດທຳການຜະລິດເພື່ອສົ່ງອອກ ແລະ ສ້າງລາຍໄດ້ໃຫ້ບໍລິສັດເປັນສະກຸນເງິນຕ່າງປະເທດ, ສະເໜີໃຫ້ພາກລັດ ກະຕຸກຊຸກຍູ້ໃຫ້ ບໍລິສັດ ຄິດໄລ່ເງິນເດືອນ ໂດຍທຽບຖານການຄິດໄລ່ ເງິນເດືອນພະນັກງານ ໃສ່ເງິນຕາຕ່າງປະເທດ ຕາມອັດຕາແລກປ່ຽນ ເພື່ອເຮັດໃຫ້ແຮງງານລາວ ທີ່ອອກແຮງງານຕາມບໍລິສັດຕ່າງໆ ມີເງິນເດືອນກຸ້ມກິນ ແລະ ສາມາດສືບຕໍ່ເຮັດວຽກໄດ້ ແນໃສ່ສະກັດກັ້ນການຫຼັ່ງໄຫຼອອກນອກປະເທດ ຂອງແຮງງານລາວ ເຊິ່ງສົ່ງຜົນກະທົບຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ທ່ານ ໄຊຍະເດດ ຜຸຍຍະວົງ ກ່າວອີກວ່າ: ຕໍ່ກັບລາວ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ສະເໜີ ໃຫ້ກະຊວງ ການຕ່າງປະເທດ ປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ງຕັ້ງທີ່ປຶກສາແຮງງານ (ທູດແຮງງານ) ໄປປະຈໍາຢູ່ບັນດາປະເທດ ທີ່ແຮງງານລາວ ໄປເຮັດວຽກຫຼາຍ ແນໃສ່ປົກປ້ອງບໍ່ໃຫ້ແຮງງານຂອງພວກເຮົາຕົກຢູ່ໃນເຄືອຂ່າຍການຄ້າມະນຸດ ບໍ່ວ່າທາງດ້ານການຂູດຮີດແຮງງານ ກໍຄືການຄ້າມະນຸດ.

ຕໍ່ກັບແຮງງານທີ່ຈະໄປໃໝ່ ໃນໄລຍະທີ່ພວກເຮົາບໍ່ສາມາດແກ້ໄຂຄ່າຈ້າງງານ ຄວນໄດ້ມີການສຶກສາອົບຮົມໃຫ້ແຮງງານດິບດັ່ງກ່າວມີຄວາມເຂົ້າໃຈ ຕໍ່ແນວທາງການເມືອງຂອງພັກ, ມີຄວາມຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນແນໃສ່ປູກຝັງໃຫ້ເຂົາເຈົ້າມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ບໍ່ໃຫ້ຖືກສວຍໃຊ້ເປັນເຄື່ອງມືທາງດ້ານການເມືອງ ເພາະຜ່ານການສັງເກດ ແຮງງານທີ່ກັບມາ ສປປ ລາວ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19 ເຫັນວ່າພວກເຂົາມີການປ່ຽນແປງທາງດ້ານທັດສະນະ ເຊິ່ງແຕກຕ່າງໄປຈາກພົນລະເມືອງລາວ ທີ່ດຳລົງຊີວິດຢູ່ພາຍໃນປະເທດ.

ທ່ານ ໄຊຍະເດດ ຜຸຍຍະວົງ ກ່າວເນັ້ນອີກວ່າ: ຄວາມເຂົ້າໃຈຂອງບໍລິສັດ ແລະ ພະນັກງານ-ສະມະຊິກພັກ ທີ່ເຮັດວຽກຄຸ້ມຄອງໂຮງຈັກໂຮງງານ ກໍຄືເຂດເສດຖະກິດພິເສດ ຕ້ອງເຂົ້າໃຈວ່າ ເງິນເດືອນພື້ນຖານ 1 ລ້ານ 3 ແສນກີບແມ່ນເປັນເງິນເດືອນຂັ້ນຕໍ່າສຸດຢູ່ ສປປ ລາວ ບໍ່ແມ່ນລະດັບເງິນເດືອນຜູກຂາດ. ຄ່າຈ້າງງານ ແມ່ນອີງໃສ່ຄວາມອາດສາມາດຂອງບໍລິສັດ ແລະ ຄວາມເພິ່ງພໍໃຈ ຂອງຜູ້ຮັບຈ້າງງານ, ຫາກເງິນເດືອນບໍ່ກຸ້ມກິນ ບໍ່ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດໄລຍະໃໝ່ ແນ່ນອນກຳມະກອນ- ຊາວຜູ້ອອກແຮງງານ ຍ່ອມລາອອກໄປເຮັດອັນອື່ນ ເພາະສະພາບປັດຈຸບັນ ເງິນເດືອນ 1.300.000 ກີບທີ່ເຂົາເຄີຍໄດ້ຮັບໃນເມື່ອກ່ອນ ມີຄ່າເທົ່າກັບ 150 ໂດລາສະຫະລັດ ແຕ່ວ່າຄ່າຂອງເງິນເດືອນຂອງພວກເຂົາໄດ້ຮັບໃນປັດຈຸບັນ ຍັງເຫຼືອພຽງ 68 ໂດລາ. ໃນຂະນະດຽວກັນ ຄ່າຫໍພັກ, ນໍ້າມັນເຊື້ອໄຟ ແລະ ສິນຄ້າຕ່າງໆ ທີ່ເຂົາບໍລິໂພກ ແມ່ນຄິດໄລ່ທຽບຖານໃສ່ເງິນຕາຕ່າງປະເທດໝົດ ເຮັດໃຫ້ພວກເຂົາບໍ່ສາມາດອອກແຮງງານຕໍ່ໄປໄດ້. ຖ້າພວກເຮົາສາມາດແກ້ໄຂບັນຫາຄ່າແຮງງານໄດ້ ພວກເຮົາຈະສາມາດຮັກສາ ຖານການຜະລິດ ໄວ້ໄດ້ ແລະ ໃນໄລຍະຍາວ ເສດຖະກິດ ຈະດັດສົມຕົວມັນເອງເຂົ້າສູ່ສະພາວະປົກກະຕິ ສັງຄົມກໍຈະມີເງິນເດືອນກຸ້ມກິນຄືກັບເມື່ອກ່ອນ.

ຂອບໃຈຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/