ນັກວິໄຈ ອອກແບບ ແຂນຫຸ່ນຍົນ ແບບພາຍໄວ້ທາງຫຼັງ ຫວັງໃຫ້ມະນຸດມີແຂນຫຼາຍໆແຂນໄວ້ໃຊ້ງານໃນອະນາຄົດ


ທີມນັກວິໄຈດ້ານເທັກໂນໂລຢີຂອງມະຫາວິທະຍາໄລໂຕກຽວ ປະເທດຍີ່ປຸ່ນໄດ້ອອກແບບ ແລະ ທົດລອງ ແຂນຫຸ່ນຍົນ ແບບສວມໃສ່ພາຍໄວ້ທາງຫຼັງ ທີ່ສາມາດຖອດປ່ຽນໄດ້ ແລະ ໃສ່ແຂນຫຸ່ນຍົນໄດ້ສູງເຖິງ 6 ແຂນ ເພື່ອເປັນແຂນເສີມໃຫ້ມະນຸດ ຫວັງໃຫ້ມະນຸດມີຫຼາຍໆແຂນໄວ້ໃຊ້ງານໃນອະນາຄົດ.

ໂດຍອຸປະກອນດັ່ງກ່າວ ທາງທີມນັກວິໄຈໄດ້ໃຫ້ຊື່ກັບມັນວ່າ ຈິໄຊອາມ ໃນຄວາມໝາຍພາສາຍີ່ປຸ່ນແປວ່າ “ແຂນທີ່ເປັນອິດສະຫຼະ” ເຊິ່ງປະກອບໄປດ້ວຍຖານທີ່ພາຍໄວ້ທາງຫຼັງຄືກະເປົາເປ້ ເຊິ່ງມີຊ່ອງເອົາໄວ້ສຽບແຂນຫຸ່ນຍົນໃສ່ ສາມາດໃສ່ໄດ້ສູງສຸດເຖິງ 6 ແຂນ ແລະ ແຕ່ລະແຂນສາມາດຖອດປ່ຽນໃນສ່ວນທີ່ເປັນມືໄດ້ ເພື່ອປັບໃຊ້ໃນຫຼາຍໆສະຖານະການ ເຊັ່ນ ເປັນມືທີ່ເປັນມືຄົນ, ເປັນແບບ 3 ຄີບ ເພື່ອໃຫ້ຈັບວັດຖຸໄດ້ສະດວກຂຶ້ນ ຫຼື ເປັນແບບແນວໜີບໂທລະສັບກໍຍັງໄດ້.

ແຕ່ຢ່າງໃດກໍຕາມ ໃນປັດຈຸບັນ ເຖິງຈະບອກວ່າເປັນແຂນອິດສະຫຼະ ແຕ່ໃນຕົວຂອງແຂນຫຸ່ນຍົນກໍບໍ່ໄດ້ມີລະບົບປະຕິບັດການ ຫຼື ປັນຍາປະດິດ ທີ່ຈະສັ່ງງານບັງຄັບຕົນເອງໃຫ້ເຄື່ອນໄຫວໄດ້ ເພາະການຄວບຄຸມແຂນຫຸ່ນຍົນ ແມ່ນຈະສາມາດຄວບຄຸມຈາກຣີໂໝດທີ່ມີຮູບຊົງຄ້າຍຄືກັບແຂນຫຸ່ນຍົນ ແຕ່ເປັນຂະໜາດນ້ອຍກວ່າ ຜ່ານບຸກຄົນໃນໄລຍະໄກເທົ່ານັ້ນ.

ໂຄງການດັ່ງກ່າວ ໄດ້ແຮງບັນດານໃຈສ່ວນໜຶ່ງມາຈາກ “ບຸນຣາຄຸ” ເຊິ່ງເປັນການສະແດງບັງຄັບຫຸ່ນ ພື້ນເມືອງຂອງຍີ່ປຸ່ນ ແລະ ເລື່ອງສັ້ນສະຫຍອງຂວັນຂອງນັກຂຽນຊື່ດັງກ່ຽວກັບຊາຍຄົນໜຶ່ງທີ່ຢືມແຂນຂອງແມ່ມາໃຊ້ເປັນຂອງຕົນເອງ.

ໂດຍໃນພາບວິດີໂອ ໂຄສະນາຂອງແຂນຫຸ່ນຍົນສະແດງໃຫ້ເຫັນເຖິງ ນັກເຕັ້ນທີ່ກຳລັງເຮັດການສະແດງໂດຍມີ ແຂນຫຸ່ນຍົນສີຂາວອອກມາຈາກດ້ານຫຼັງ ແລະ ເຄື່ອນໄຫວສອດປະສານກັນຢ່າງລົງຕົວ ສະແດງໃຫ້ເຫັນເຖິງການພົວພັນກັນຢ່າງເລິກເຊິ່ງລະຫວ່າງມະນຸດ ແລະ ກົນຈັກ.

ອິນາມິ ຫົວໜ້າທີມວິໄຈໂຄງການດັ່ງກ່າວ ລະບຸວ່າ: ແຂນຫຸ່ນຍົນນີ້ຈະສາມາດໃຊ້ປະໂຫຍດໄດ້ຫຼາກຫຼາຍໃນອະນາຄົດ ນັບຕັ້ງແຕ່ການຄົ້ນຫາກູ້ໄພຫຼັງເກີດໄພພິບັດ ໄປຈົນຮອດການສະແດງສິລະປະໃນຮູບແບບໃໝ່ໆ ຄືກັບທີ່ນັກເຕັ້ນໃນວິດີໂອໄດ້ສະແດງໃຫ້ເຫັນ.

ຂອບໃຈຂໍ້ມູນຈາກ: Reuter, DT Next

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/