Green Job ສາຍອາຊີບທີ່ມີສ່ວນຊ່ວຍໃນການຟື້ນຟູ ແລະ ອະນຸລັກສິ່ງແວດລ້ອມ


ການປ່ຽນແປງດິນຟ້າອາກາດມີຜົນກະທົບຢ່າງຫຼວງຫຼາຍຕໍ່ໂລກຂອງພວກເຮົາ ລະດັບນ້ຳທະເລທີ່ເພີ່ມສູງຂຶ້ນ, ສະພາບດິນຟ້າອາກາດທີ່ຮຸນແຮງ ແລະ ຖີ່ຂຶ້ນເລື້ອຍໆ ຕະຫຼອດຈົນຮອດການປ່ຽນແປງຕໍ່ກັບລະບົບນິເວດ ແລະ ສັດປ່າ. ເພື່ອລົດຜ່ອນຜົນກະທົບດັ່ງກ່າວ ໂລກຈຳເປັນຕ້ອງການຫັນໄປສູ່ລະບົບເສດຖະກິດທີ່ມີຄາບອນຕ່ຳ.

Green Job” ຫຼື “ວຽກງານທີ່ເປັນມິດຕໍ່ສິ່ງແວດລ້ອມ” ແມ່ນວຽກງານທີ່ມີສ່ວນຊ່ວຍໃນການອະນຸລັກ ແລະ ຟື້ນຟູສິ່ງແວດລ້ອມ ບໍ່ວ່າຈະເປັນງານໃນພາກສ່ວນແບບດັ້ງເດີມເຊັ່ນ: ການຜະລິດ ແລະ ການກໍ່ສ້າງ ຫຼື ໃນພາກສ່ວນສີຂຽວທີ່ເກີດຂຶ້ນໃໝ່ເຊັ່ນ: ພະ​ລັງ​ງານ​ໝຸນວຽນ ແລະ ປະສິດທິພາບການໃຊ້ພະລັງງານທີ່ມີລັກສະນະໃນການຊ່ວຍປັບປຸງປະສິດທິພາບຂອງພະລັງງານ ແລະ ວັດຖຸດິບເພື່ອຈໍາກັດການປ່ອຍກ໊າສພິດເຮືອນແກ້ວ.

Green Job ແມ່ນສາຍງານອາຊີບທີ່ມີຈຸດປະສົງຫຼັກໃນການຂັບເຄື່ອນເສດຖະກິດສີຂຽວ, ລົດຜ່ອນການປ່ອຍຂອງເສຍ ແລະ ມົນລະພິດໃຫ້ເຫຼືອໜ້ອຍທີ່ສຸດ, ປົກປ້ອງ ແລະ ຟື້ນຟູລະບົບນິເວດ ແລະ ຍັງສະໜັບສະໜູນການປັບຕົວຕໍ່ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ຈາກ COP26 Paris Agreement ລັດ​ຖະ​ບານ​ໃນ​ທົ່ວ​ໂລກ​ໄດ້​ຮ່ວມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັນວ່າ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ທຸກໆ​ປະ​ເທດ​ຕ້ອງ​ສະໜັບສະໜູນ​ຜູ້ຄົນ​ທີ່ກຳລັງ​ເຮັດ​ໃຫ້​ໂລກ​ຂອງພວກເຮົາຍືນ​ຍົງ ຫຼື ສາຍງານອາຊີບທີ່ເປັນມິດກັບສິ່ງແວດລ້ອມ. ເຊິ່ງໃນທົ່ວໂລກ, ຈຶ່ງມີຄວາມຕ້ອງການແຮງງານທີ່ມີທັກສະທີ່ກ່ຽວກັບເສດຖະກິດສີຂຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໃນມຸມມອງສ່ວນບຸກຄົນ ວຽກງານທີ່ເປັນມິດກັບສິ່ງແວດລ້ອມມີທ່າອ່ຽງທີ່ຈະໃຫ້ຄ່າຈ້າງ ແລະ ສະຫວັດດີການທີ່ສາມາດແຂ່ງຂັນກັນໄດ້ ຕະຫຼອດຈົນຮອດໂອກາດໃນການພັດທະນາ ແລະ ຄວາມກ້າວໜ້າໃນອາຊີບ.

ໃນຂະນະທີ່ມຸມມອງທາງສັງຄົມ ວຽກງານທີ່ເປັນມິດຕໍ່ສິ່ງແວດລ້ອມຈະຊ່ວຍລົດຜ່ອນການປ່ອຍກ໊າສຄາບອນໄດອອກໄຊ, ປັບປຸງຄຸນະພາບ, ອາກາດ ແລະ ນ້ຳ ແລະ ສ້າງຊຸມຊົນທີ່ມີຄວາມຫົດຢືດຫຼາຍຂຶ້ນ ເຊິ່ງຈະຊ່ວຍໃຫ້ພວກເຂົາປັບຕົວເຂົ້າກັບຜົນກະທົບຂອງການປ່ຽນແປງສະພາບພູມອາກາດໄດ້ດີຂຶ້ນ.

ໃນອະນາຄົດພວກເຮົາອາດເຫັນອີກຫຼາຍຕໍາແໜ່ງອາຊີບໃນສາຍງານ Green job ທີ່ຈະເກີດຂຶ້ນໃນທຸກອຸດສາຫະກຳ ເຊິ່ງຕ້ອງການແຮງງານທີ່ມີທັກສະ, ຄວາມຮູ້, ຄວາມເຂົ້າໃຈດ້ານສິ່ງແວດລ້ອມ; ສະຖາບັນຄຸນະວຸດທິວິຊາຊີບ (ອົງການສາທາລະນະ) ແມ່ນອົງການຈັດຕັ້ງໜຶ່ງທີ່ເສີມສ້າງບຸກຄະລາກອນສີຂຽວ.

ທີ່ມາ:

https://cutt.ly/fwyn01rd

https://cutt.ly/9wyn08gX

https://cutt.ly/iwyn2rB4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/