ລັດຖະບານເກົາຫຼີເລີ່ມໃຊ້ເກນການນັບອາຍຸແບບສາກົນ ເຮັດໃຫ້ປະຊາຊົນເກົາຫຼີໃຕ້ອາຍຸລົດລົງຢ່າງໜ້ອຍ 1 ປີ


ປະຊາຊົນເກົາຫຼີໃຕ້ຈະມີອາຍຸລົດລົງຢ່າງໜ້ອຍ 1 ປິໃນມື້ນີ້ ຫຼັງຈາກກົດໝາຍປະເທດເກົາຫຼີໃຕ້ປັບເກນໃຫ້ນັບອາຍຸແບບສາກົນ ເນື່ອງຈາກກົດໝາຍໃໝ່ກຳນົດໃຫ້ວິທີການນັບອາຍຸແບບດັ້ງເດີມຂອງປະເທດ ຕ້ອງສອດຄ່ອງກັບມາດຕະຖານຂອງສາກົນນັ້ນເອງ.

ເມື່ອວັນທີ 28 ມິຖຸນາ 2023 ມີການປ່ຽນແປງເກີດຂຶ້ນໃນປະເທດເກົາຫຼີໃຕ້ ເພາະລັດຖະບານເກົາຫຼີໃຕ້ລົງມະຕິເຫັນດີເມື່ອປາຍປີທີ່ຜ່ານມາ ມີຜົນບັງຄັບໃຊ້ມື້ນີ້ເປັນມື້ທຳອິດ ໂດຍມີການຍົກເລີກ ລະບົບນັບອາຍຸແບບເກົາຫຼີໃຕ້ ແລະ ຫັນປ່ຽນມາໃຊ້ການນັບໃນຮູບແບບສາກົນຄືກັບປະເທດອື່ນໆ.

ໃນປັດຈຸບັນ ປະເທດເກົາຫຼີມີລະບົບນັບອາຍຸທັງໝົດ 2 ວິທີ ໂດຍທັງ 2 ວິທີມີການນັບອາຍຸທີ່ຕ່າງກັນໄປ ແລະ ເອີ້ນລະບົບນັບອາຍຸນີ້ວ່າລະບົບນັບອາຍຸແບບເກົາຫຼີ. ລະບົບທີ່ມີການໃຊ້ນັບອາຍຸຫຼາຍທີ່ສຸດແມ່ນ ຈະນັບອາຍຸ 1 ປີທັນທີໃນມື້ທີເກີດ ແລະ ບວກເພີ່ມອີກ 1 ປີໃນປີໃໝ່ມື້ທຳອິດ ເຊັ່ນ ຫາກເດັກນ້ອຍເກີດໃນວັນທີ 31 ທັນວາ ຈະມີອາຍຸ 1 ປີ ເມື່ອຜ່ານໄປເປັນວັນທີ 1 ມັງກອນ ກໍຈະກາຍເປັນ 2 ປີນັ້ນເອງ. ລະບົບທີສອງທີ່ມີການໃຊ້ນັບໃນລະບົບນັບອາຍຸເກົາຫຼີຄື ເປັນລະບົບສາກົນທີ່ເຮົາຮູ້ກັນດີວ່າ ຈະກຳນົດອາຍຸບຸກຄົນຕາມວັນເດືອນປີເກີດ.

ກົດໝາຍການນັບອາຍຸແບບສາກົນນີ້ ອອກມາເພື່ອລົດຄວາມສັບສົນໃນເລື່ອງການເຮັດທຸລະການ ແລະ ວຽກງານທາງດ້ານແພ່ງສ່ວນໃຫຍ່ ລວມໄປຮອດສັນຍາ ແລະ ເອກະສານຕ່າງໆ ໂດຍສະມັດຊາແຫ່ງຊາດເຊິ່ງອະນຸມັດກົດໝາຍນີ້ໄດ້ກ່າວວ່າ “ມັນແມ່ນການແກ້ໄຂຄວາມສັບສົນທາງສັງຄົມທີ່ເກີດຈາກການໃຊ້ລະບົບຄຳນວນອາຍຸແບບເກົ່າ ແລະ ຜົນຂ້າງຄຽງທີ່ຕາມມາ” ໂດຍກ່ອນໜ້ານີ້ໃນເກົາຫຼີໃຕ້ ພຽງເອກະສານທາງການແພດ ແລະ ກົດໝາຍເທົ່ານັ້ນທີ່ນັບອາຍຸແບບສາກົນ ແຕ່ເອກະສານທາງການອື່ນໆຍັງຄົງໃຊ້ວິທີນັບແບບລະບົບເກົ່າ.

ໂດຍຊາວເກົາຫຼີໃຕ້ 3 ໃນ 4 ຄົນສະໜັບສະໜູນມາດຕະການນີ້ຕາມຜົນການສຳຫຼວດຄວາມເຫັນ ເຖິງແມ່ນວ່າປະຊາຊົນບາງສ່ວນຄາດວ່າຈະຍັງຄົງໃຊ້ລະບົບນັບແບບເກົ່າໃນເວລາທີ່ບໍ່ເປັນທາງການ ແຕ່ 86% ຂອງຊາວເກົາຫຼີໃຕ້ກ່າວວ່າ ພວກເຂົາຈະນຳການນັບອາຍຸແບບສາກົນມາໃຊ້ໃນຊີວິດປະຈຳວັນຕາມກົດໝາຍບັງຄັບໃຊ້. ທັງນີ້ ການປ່ຽນແປງກົດໝາຍການນັບອາຍຸ ຈະບໍ່ມີຜົນຕໍ່ສິດທິຂອງປະຊາຊົນໃນການຊື້ຢາສູບ ຫຼື ເຄື່ອງດື່ມມຶນເມົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/