ບໍ່ທຳມະດາ! ສປປ ລາວ ຮັບຮາງວັນມາດຕະຖານການທ່ອງທ່ຽວອາຊຽນ 147 ຮາງວັນ


ປະເທດລາວຖືວ່າມີຊື່ສຽງທາງດ້ານການທ່ອງທ່ຽວ ເພາະມີແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ໜ້າສົນໃຈຫຼາຍແຫ່ງ. ໄລຍະຜ່ານມາວາລະສານທີ່ມີຊື່ສຽງລະດັບສາກົນ ກໍໄດ້ອອກບົດຍ້ອງຍໍໃຫ້ປະເທດລາວເປັນປະເທດທີ່ໜ້າທ່ຽວຊົມ ເຊິ່ງນອກຈາກຄວາມສວຍງາມດ້ານແຫຼ່ງທ່ອງທ່ຽວແລ້ວ ຍັງມີຄວາມສະຫງົບ ແລະ ປອດໄພ. ພ້ອມດຽວກັນນີ້, ກໍຍັງໄດ້ຮັບຮາງວັນມາດຕະຖານການທ່ອງທ່ຽວລະດັບອາຊຽນ ໂດຍນັບແຕ່ປີ 2008 ຫາ 2023 ສປປ ລາວ ໄດ້ຮັບຮາງວັນອາຊຽນທັງໝົດ 147 ຮາງວັນ.

ຈຳນວນ ແລະ ປະເພດຮາງວັນທີ່ໄດ້ຮັບລວມມີຮາງວັນມາດຕະຖານໂຮງແຮມ ຂຽວອາຊຽນ 63 ຮາງວັນ, ມາດຕະຖານເຮືອນພັກແຮມປະຊາຊົນ ອາຊຽນ 12 ຮາງວັນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ 10 ຮາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 5 ຮາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ປະເພດສະຖານທີ່ຈັດກອງປະຊຸມ 15 ຮາງວັນ), ປະເພດສະຖານທີ່ຈັດງານວາງສະແດງ 2 ຮາງວັນ, ມາດຕະຖານການບໍລິການສະປາອາຊຽນ 12 ຮາງວັນ, ມາດຕະຖານຫ້ອງນ້ຳສາທາລະນະອາຊຽນ 22 ຮາງວັນ ແລະ ຮາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 4 ຮາງວັນ ແລະ ຮາງວັນອື່ນໆ.

ທ່ານນາງ ພອນມະລີ ອິນທະພົນ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂຂອງການທ່ອງທ່ຽວ ອາຊຽນ, ສປປ ລາວ ສາມາດແຂ່ງຂັນກັບບັນດາປະເທດສະມາຊິກອາຊຽນ ຈົນໄດ້ຮັບຮາງວັນມາດຕະຖານການທ່ອງທ່ຽວອາຊຽນຫຼາຍຮາງວັນ. ນີ້ສະແດງໃຫ້ເຫັນວ່າ ສປປ ລາວ ຖືຄວາມສໍາຄັນດ້ານຄຸນະພາບຂອງວຽກງານຕ່າງໆທີ່ຕິດພັນກັບການທ່ອງທ່ຽວ.

ຂໍ້ມູນຈາກ: CRI-FM93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/