Smartphone Face ໂຣກຕິດໂທລະສັບມືຖື ເຮັດໃຫ້ໃບໜ້າເຖົ້າກ່ອນໄວ


ເມື່ອເວົ້າເຖິງການສື່ສານໃນປັດຈຸບັນ ອາດຈະປະຕິເສດບໍ່ໄດ້ກັບການມີໂທລະສັບມືຖືໄວ້ຕິດຕົວເກືອບຈະຕະຫຼອດເວລາ ບໍ່ວ່າຈະເປັນໃນການຮຽນ, ການເຮັດວຽກ ຫຼື ເວລາວ່າງ ເຮົາມັກຈະວົນວຽນກັບການຢູ່ໜ້າຈໍ ຈົນກາຍເປັນໄພງຽບທີ່ມາພ້ອມກັບຄວາມສະດວກສະບາຍຂອງເທັກໂນໂລຢີ.

ເຊິ່ງໄພງຽບດັ່ງກ່າວນັ້ນກໍແມ່ນໂຣກ Smartphone Face ເປັນໂຣກທີ່ເກີດຈາກການເບິ່ງໜ້າຈໍໂທລະສັບເປັນເວລາດົນເຮັດໃຫ້ກ້າມຊີ້ນຄໍຫົດຕົວ ແລະ ເພີ່ມຄວາມກົດດັນແກ່ຊີ້ນແກ້ມ ເມື່ອແກ້ມຖືກກົດດັນເປັນເວລາດົນນານ, ເສັ້ນໃຍ elastic ໃນໃບໜ້າຈະສູນເສຍການຫົດຢືດ ເຊິ່ງເຮັດໃຫ້ກ້າມຊີ້ນບໍລິເວນຄາງກະໄຕຍ້ອຍລົງ.  ນອກຈາກນັ້ນ, ກ້າມຊີ້ນບໍລິເວນມຸມປາກກໍຍັງຍ້ອຍລົງໄປຫາຄາງອີກດ້ວຍ ສົ່ງຜົນໃຫ້ໃບໜ້າມີການປ່ຽນແປງຜິດປົກກະຕິຈົນນຳໄປສູ່ການສູນເສຍຄວາມໝັ້ນໃຈໃນຕົນເອງ.

ໂຣກ Smartphone Face ໄດ້ເກີດຂຶ້ນຫຼາຍໃນກຸ່ມຄົນສະໄໝໃໝ່ ໃນເວລາປົກກະຕິ, ພວກເຮົາຈະບໍ່ເຫັນຄວາມຜິດປົກກະຕິຂອງໃບໜ້າຢ່າງຊັດເຈນ, ແຕ່ຖ້າຖ່າຍຮູບ, ເຊວຟີ່  ຫຼື ຖ່າຍວິດີໂອ ລອງສັງເກດໃບໜ້າເບິ່ງຈະເຫັນເຖິງການຍ້ອຍລົງກວ່າປົກກະຕິ. ຍ້ອນ​ເຫດ​ນີ້​, ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ບໍ່ມີ​ຄວາມ​ໝັ້ນ​ໃຈໃນໃບໜ້າ​ຈຳ​ຕ້ອງໄປ​ເຮັດສັນຍະກຳເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈໃນຕົນເອງ ຫຼື ການສີດ ໂບທັອກ (Botox),  ສີດຟິນເລີ (filler)  ເພື່ອເຮັດໃຫ້ໃບໜ້າກັບມາແຂງແຮງຄືເກົ່າ ແຕ່ນັ້ນມັນກໍໄດ້ຜົນພຽງແຕ່ຊົ່ວຄາວເທົ່ານັ້ນ ແລະ ຍັງສົ່ງຜົນກະທົບທາງລົບຕໍ່ສຸຂະພາບ ຖ້າໃຊ້ສານເຄມີເຫຼົ່ານີ້ຫຼາຍຈົນເກີນໄປ.

ເຖິງຢ່າງໃດກໍຕາມ, ໂຣກດັ່ງກ່າວສາມາດເກີດຂຶ້ນໄດ້ກັບທຸກເພດ ທຸກໄວທີ່ຫຼິ້ນໂທລະສັບມືຖືເປັນເວລາດົນ ໂດຍສະເພາະແມ່ນກຸ່ມຄົນທີ່ອາຍຸຫຼາຍແລ້ວ ອາການຈະເກີດຂຶ້ນໄດ້ງ່າຍກວ່າໄວໜຸ່ມ.

ການນໍາໃຊ້ໂທລະສັບຫຼາຍເກີນໄປບໍ່ພຽງແຕ່ເປັນອັນຕະລາຍຕໍ່ໃບໜ້າເທົ່ານັ້ນ.  ແຕ່ມັນຍັງມີຜົນກະທົບຕໍ່ສຸຂະພາບອີກດ້ວຍ ເຊັ່ນ: ອາການເຈັບຄໍ ແລະ ບ່າໄຫຼ່ຊຳເຮື້ອ, ສາຍຕາສັ້ນ, ຄວາມຈຳເສື່ອມ ແລະ ອື່ນໆ

ວິທີປ້ອງກັນງ່າຍໆພຽງແຕ່ຈັບໂທລະສັບຢູ່ໃນລະດັບຕາ ຫຼື ຢູ່ໃນລະດັບທີ່ບໍ່ກົ້ມຫົວຫຼາຍເກີນໄປ  ເພື່ອບໍ່ໃຫ້ມີແຮງກົດດັນໃສ່ແກ້ມຫຼາຍເກີນໄປ ແລະ ບໍ່ກໍ່ໃຫ້ເກີດອາການປວດຄໍ, ຫຼິ້ນໂທລະສັບ 30 ນາທີແລ້ວພັກຜ່ອນ ເພື່ອບໍ່ໃຫ້ຕາເມື່ອຍລ້າ ພ້ອມທັງຊ່ວຍເພີ່ມຄວາມສໍາພັນທີ່ດີກັບຄົນອ້ອມຂ້າງຂອງທ່ານໄດ້ອີກດ້ວຍ.

ສຸດທ້າຍແລ້ວ, ບັນດາເຄື່ອງເທັກໂນໂລຢີຕ່າງກໍມີທັງຂໍ້ດີ ແລະ ຂໍ້ເສຍຂອງມັນ. ສະນັ້ນ, ຈົ່ງນຳໃຊ້ຢ່າງມີສະຕິ, ປັບປ່ຽນພຶດຕິກຳການຊົມໃຊ້ຢູ່ໃນລະດັບຄວາມເໝາະສົມ ເພື່ອເຮັດໃຫ້ເຮົາເອງສາມາດດຳລົງຊີວິດໄດ້ຢ່າງສົມດຸນ ແລະ ບໍ່ມີພະຍາດຮ້າຍຕ່າງໆມາບຽດບຽນ.

ອ້າງອີງ:

https://cutt.ly/3weoD1Q

https://cutt.ly/vweoFNRQ

https://cutt.ly/6weoFysX

https://cutt.ly/MweoGcgc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/