SEC ປະກາດເຕືອນ “ຢ່າ FOMO ຄຣິບໂຕ” ທ່າມກາງຄວາມຄາດຫວັງຂອງການອະນຸມັດ Bitcoin Spot ETF


ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ປະກາດເຕືອນການ FOMO (Fear Of Missing Out) ສໍາລັບການລົງທຶນໃນຊັບສິນ crypto ອີກຄັ້ງ ກ່ອນການປະກາດການອະນຸມັດ Bitcoin Spot ETF ທີ່ຈະມາເຖິງໃນອີກສອງສາມມື້ຂ້າງໜ້ານີ້.

ອີງຕາມບັນຊີ SEC’s Office of Investor Education ທີ່ໄດ້ໂພສໃນແພລັດຟອມ X ເມື່ອວັນທີ 6 ມັງກອນທີ່ຜ່ານ ໂດຍໄດ້ປະກາດເຕືອນນັກລົງທຶນລາຍຍ່ອຍອີກຄັ້ງເຖິງຄວາມສ່ຽງທີ່ກ່ຽວຂ້ອງກັບສິນຊັບດິຈິຕອນເຊັ່ນ: ຮຸ້ນ meme, cryptocurrencies ແລະ NFTs.

ແຄມເປນ “Say no go to FOMO” ໄດ້ຖືກພົບເຫັນຄັ້ງທໍາອິດໃນ blog ໂພສເມື່ອວັນທີ 23 ມັງກອນ 2021, ເຊິ່ງເປັນໄລຍະຂາຂຶ້ນຂອງຕະຫຼາດ crypto ໃນຮອບທີ່ຜ່ານມາ  ຫຼັງຈາກທີ່ລາຄາ Bitcoin ໄດ້ເພີ່ມຂຶ້ນເຖິງລະດັບໃນເດືອນພະຈິກ 2021, ແລະ SEC ກໍໄດ້ປະກາດເຕືອນອີກຄັ້ງໃນເດືອນມີນາ 2022 ເມື່ອຕະຫຼາດ crypto ເຢັນລົງ.

ຜູ້ຄົນຈຳນວນຫຼາຍໃນ social media ຕ່າງກໍຕັ້ງທິດສະດີຂຶ້ນມາວ່າ ການປະກາດເຕືອນໃນຄັ້ງນີ້ອາດຈະໝາຍຄວາມວ່າ SEC ອາດຈະອະນຸມັດ Bitcoin ETFs ຢ່າງໜ້ອຍໜຶ່ງລາຍການ ຫຼື ຫຼາຍລາຍການໃນວັນທີ 10 ມັງກອນທີ່ຈະມາເຖິງນີ້.

ພາຍໃນຄຳເຕືອນໄດ້ມີການກ່າວເຖິງ ນັກສະແດງ ແລະ ນັກກິລາທີ່ໄດ້ສົ່ງເສີມ crypto, ໂດຍຮຽກຮ້ອງໃຫ້ນັກລົງທຶນບໍ່ໃຫ້ລົງທຶນພຽງແຕ່ຍ້ອນການຊັກຊວນໂດຍຄົນທີ່ມີຊື່ສຽງ, ເຊິ່ງທາງ SEC ໄດ້ມີການລົງໂທດ ແລະ ສັ່ງໃຫ້ຜູ້ທີ່ມີຊື່ສຽງເຫຼົ່ານັ້ນຈ່າຍຄ່າປັບໃໝໃນຂໍ້ຫາຊັກຊວນໃນການລົງທຶນ.

ນອກ​ເໜືອ​ໄປ​ຈາກ​ນີ້ ໃນບົດລາຍງານຍັງໄດ້ເຕືອນນັກລົງທຶນກ່ຽວກັບການຜັນຜວນຂອງຊັບສິນທີ່ເກີດຈາກກະແສ ແລະ ຄໍາແນະນໍາຈາກຜູ້ມີອິດທິພົນ. ພ້ອມ​ທັງ​ກ່າວ​ເຕືອນ​ວ່າ “ໃນຕອນເລີ່ມຕົ້ນ ເຈົ້າອາດຄິດວ່າມັນກຸ້ມຄ່າໃນການລົງທຶນ. ແຕ່ໃນອີກບໍ່ດົນເຈົ້າກໍຈະໄດ້ຮັບບົດຮຽນ. ແລ້ວເຈົ້າຈະຮູ້ສຶກແນວໃດເມື່ອເຈົ້າຕ້ອງສູນເສຍເງິນລົງທຶນຂອງເຈົ້າຫຼາຍກວ່າເຄິ່ງໜຶ່ງໃນມື້ດຽວ?”

ໃນປັດຈຸບັນ, ອຸດສາຫະກຳ crypto ທັງໝົດແມ່ນກຳລັງຈົດຈໍ່ກັບການອະນຸມັດ Bitcoin ETF, ໃນຂະນະທີ່ Eric Balchunas, ອະດີດນັກວິເຄາະ ETF ລະດັບອາວຸໂສຂອງ Bloomberg ກ່າວວ່າຄໍາຮ້ອງຂໍຂອງຜູ້ສະໝັກສ່ວນໃຫຍ່ຈະເກີດຂຶ້ນພາຍໃນອາທິດນີ້ຢ່າງແນ່ນອນ.

ທີ່ມາ:

cointelegraph

investor.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/