ເກົາຫຼີໃຕ້ ກຽມເປີດໂຮງຮຽນມັດທະຍົມສຶກສາສອນ K-Pop


ປະເທດເກົາຫຼີໃຕ້ ເຮັດແທ້! ກຽມເປີດໂຮງຮຽນສະເພາະທາງ ສອນຫຼັກສູດປັ້ນສິລະປິນ K-Pop ໂດຍໂຮງຮຽນຈະຕັ້ງໃນເມືອງ ປູຊານ.

ແນ່ນອນວ່າວົງການ K-Pop ເອີ້ນໄດ້ວ່າເປັນອີກໜຶ່ງວັດທະນະທຳຄວາມບັນເທີງສົ່ງອອກທີ່ສຳຄັນຂອງເກົາຫຼີໃຕ້ ໃນແຕ່ລະປີສາມາດນຳລາຍໄດ້ມະຫາສານເຂົ້າສູ່ປະເທດ.

ດ້ວຍຄວາມສຳຄັນດັ່ງກ່າວເຮັດໃຫ້ທາງການເມືອງ ປູຊານ ໄດ້ເກີດມີໄອເດຍໃນການສ້າງ ໂຮງຮຽນມັດທະຍົມເພື່ອການປັ້ນສິລະປິນ K-Pop ໂດຍສະເພາະຂຶ້ນມາ ພ້ອມກັບໄດ້ອອກມາເປີດເຜີຍອີກວ່າຈະເປີດສົກຮຽນໃນປີ 2028.

ສຳນັກງານທາງການຂອງປູຊານ ກ່າວວ່າ ຈະນຳເອົາໂຮງຮຽນທີ່ກຳລັງຈະປິດຕົວລົງມາເຮັດໃຫ້ກາຍເປັນເປັນໂຮງຮຽນມັດທະຍົມສະເພາະທາງ ພ້ອມກັບມີຫຼັກສູດທີ່ຄອບຄຸມທັງການຮ້ອງ, ການເຕັ້ນ, ການຫຼິ້ນດົນຕີ ລວມໄປຮອດສິລະປະຂະແໜງອື່ນໆ ແລະ ຈະມີການເປີດຮັບສະໝັກນັກຮຽນທັງໃນ ແລະ ຕ່າງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/