ແຂວງວຽງຈັນ ສາມາດແກ້ໄຂບ້ານທຸກຍາກໄດ້ໝົດແລ້ວ


ແຂວງວຽງຈັນ ສາມາດແກ້ໄຂບ້ານທຸກຍາກໄດ້ໝົດແລ້ວ, ສ່ວນຄອບຄົວທຸກຍາກຍັງເຫຼືອທັງໝົດ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດທີ່ມີພາຍໃນແຂວງ ແລະ ຈະສືບຕໍ່ແກ້ໄຂໃຫ້ໄດ້ 1.600 ຄອບຄົວ ພາຍໃນປີ 2024 ນີ້.

ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 4 ມັງກອນ 2024 ນີ້ ວ່າ: ໃນທົ່ວແຂວງວຽງຈັນ ມີ 428 ບ້ານ, ສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ, ມີບ້ານພັດທະນາ 163 ບ້ານ, ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ, ເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງ ຄື: ເມືອງວັງວຽງ, ເມືອງຫີນເຫີບ ແລະ ເມືອງທຸລະຄົມ.

ນອກຈາກນີ້ ໄດ້ປະກາດຮັບຮອງຈຸດສຸມພັດທະນາຜາສັງ ເມືອງເຟືອງ ເປັນຕົວເມືອງນ້ອຍໃນຊົນນະບົດແຫ່ງທໍາອິດຂອງແຂວງ ແລະ ສືບຕໍ່ສະໜັບສະໜູນເງື່ອໄຂປັດໃຈການສ້າງຊົນນະບົດໃໝ່ເຊັ່ນ: ການຂະຫຍາຍລະບົບໂທລະໂຄ່ງເຂົ້າບ້ານໃນເຂດຈຸດສຸມໄດ້ 76 ຊຸດ, ລື່ນແຜນການ 59 ຊຸດ, ສ້າງບ້ານວັດທະນະທໍາໄດ້ເພີ່ມ 2 ບ້ານ ລວມເປັນ 409 ບ້ານກວມເອົາ 95,56% ຂອງບ້ານທັງໝົດ ແລະ ມີຄອບຄົວວັດທະນະທໍາ 71.586 ຄອບຄົວ, ກວມເອົາ 75,29% ຂອງຄອບຄົວທົ່ວແຂວງ.

ທ່ານເຈົ້າແຂວງໃຫ້ຮູ້ຕື່ມວ່າ: ສໍາລັບປີ 2024 ນີ້ ແຂວງວຽງຈັນ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດແລະພັດທະນາ, ວຽກ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ຍູ້ແຮງການເປັນເຈົ້າການຂອງຄອບຄົວເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ເພື່ອແກ້ໄຂໃຫ້ໄດ້ຄອບຄົວບໍ່ພົ້ນທຸກໃຫ້ລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.

ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ້ມຂື້ນ, ກວດກາປະເມີນຄືນການສ້າງເມືອງເຂັ້ມ ແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງໃຫ້ບັນລຸໄດ້ຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ. ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບ ບອ່ນທຳມາຫາກິນຂອງ 3 ບ້ານທີ່ຖືກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມພາຍໃນເມືອງແມດ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/