ອິນເດຍ ແລະ ກຳປູເຈຍ ເປັນຕະຫຼາດດ້ານການທ່ອງທ່ຽວທີ່ເຕີບໂຕໄວທີ່ສຸດຂອງຫວຽດນາມ


ອິນເດຍກາຍເປັນຕະຫຼາດທ່ອງທ່ຽວທີ່ເຕີບໂຕໄວທີ່ສຸດຂອງຫວຽດນາມ ຈາກຈຳນວນນັກທ່ອງທ່ຽວໃນປີ 2023 ທີ່ເພີ່ມສູງຂຶ້ນເຖິງ 321% ຖ້າທຽບກັບປີ 2019 ໃນໄລຍະກ່ອນເກີດການແຜ່ລະບາດໂຄວິດ-19 ຕາມມາດ້ວຍກໍາປູເຈຍ ທີ່ເຕີບໂຕເຖິງ 176%, ສປປ ລາວ 122%, ສິງກະໂປ 106% ແລະ ອອສເຕຣເລຍ 102%.

ໃນປີ 2023 ສາຍການບິນຫວຽດນາມແຂ່ງຂັນເປີດໃຫ້ບໍລິການນັກທ່ອງທ່ຽວຈາກຕະຫຼາດ ທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ໂດຍຈາກຂໍ້ມູນ Year in Search 2023 ຂອງ Google ພົບວ່າຫວຽດນາມເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຊາວອິນເດຍຄົ້ນຫາຫຼາຍທີ່ສຸດໃນປີຜ່ານມາ.

ໃນຂະນະທີ່ພູມີພາກອາຊີຕາເວັນອອກສຽງໃຕ້ກໍກາຍເປັນຕະຫຼາດອັນສົດໃສ ສຳລັບການທ່ອງທ່ຽວພາຍໃນປະເທດຂອງຫວຽດນາມເຊັ່ນດຽວກັນ ໂດຍການອະນຸມັດໃຫ້ນັກທ່ອງທ່ຽວບິນກົງຈາກປະເທດອາຊຽນຕ່າງໆ ມາຍັງຫວຽດນາມທີ່ມີຈຳນວນຫຼາຍຖ້ຽວບິນ ລ້ວນສົ່ງຜົນຕໍ່ການເຕີບໂຕຢ່າງວ່ອງໄວ ພ້ອມທັງນັກທ່ອງທ່ຽວອອສເຕຣເລຍກໍເດີນທາງໄປຍັງຫວຽດນາມເພີ່ມຂຶ້ນ, ເນື່ອງຈາກປີ້ຍົນມີລາຄາຖືກ ແລະ ຈຳນວນຖ້ຽວບິນກົງໃໝ່ໆ ມາຍັງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ສຳລັບຈຳນວນນັກທ່ອງທ່ຽວຈາກອິນໂດເນເຊຍກໍກັບມາຟື້ນຕົວເຖິງ 99% ຂອງລະດັບໃນໄລຍະກ່ອນເກີດການແຜ່ລະບາດ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/