ລາວ-ຫວຽດນາມ ຈະຊຸກຍູ້ຕົວເລກການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10-15%


ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຄຳໝັ້ນ ແລະ ຕັ້ງເປົ້າວ່າ ຫວຽດນາມ ແລະ ລາວ ຈະຂະຫຍາຍວົງເງິນການຄ້າສອງຝ່າຍໃນປີ 2024 ໃຫ້ເພີ່ມຂຶ້ນ 10-15% ເມື່ອທຽບໃສ່ປີ 2023.

ຄຳເຫັນດັ່ງກ່າວມີຂຶ້ນ ໃນກອງປະຊຸມຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ມັງກອນ 2024, ທີ່ ນະຄອນຫລວງຮ່າໂນ້ຍ.

ໂດຍທັງສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ລາວ-ຫວຽດນາມ ໃຫ້​ເປັນ​ຊາຍ​ແດນ​ສັນຕິພາບ, ຕົກລົງເຖິງການ​ຮ່ວມ​ມື ​ແລະ ການພັດທະນາຮ່ວມກັນ​ຮອບດ້ານ.

ກອງປະຊຸມດັ່ງກ່າວ, ບັນດາ​ກະຊວງ ແລະ ອົງການຕ່າງໆຂອງ​ສອງ​ປະ​ເທດ​ແລກປ່ຽນ ​ ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ ​ແລະ ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ໂດຍປັດຈຸ​ບັນ​ມີ 245 ​ໂຄງການ​ຫວຽດນາມ ​ທີ່​ມີ​ໃບ​ຢັ້ງຢືນ​ການ​ລົງທຶນ​ຖືກຕ້ອງ​ຢູ່​ລາວ​ມີຈຳນວນ​ທຶນ​ຈົດ​ທະບຽນ​ປະມານ 5,5 ຕື້ໂດລາ. ວົງ​ເງິນ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່ ລາວ ບັນ​ລຸ 116,6 ລ້ານໂດລາ, ເພີ່ມ​ຂຶ້ນ 65,3% ເມື່ອ​ທຽບ​ໃສ່​ປີ 2022. ສ່ວນ ສປປ ລາວ​ມີ 18 ໂຄງການ​ລົງທຶນ​ທີ່​ກຳລັງດຳເນີນການຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 110 ລ້ານ​ໂດ​ລາ​ສະຫະລັດ.

ປີ 2023, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ປະມານ 1,6 ຕື້​ໂດ​ລາ​ສະຫະລັດ, ຫຼຸດ​ລົງ 2,1% ​ເມື່ອ​ທຽບ​ໃສ່​ປີ​ກາຍ, ​ແຕ່​ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ຂອງຫວຽດນາມຈາກ ສປປ ​ລາວ​ເພີ່ມ​ຂຶ້ນ 4,2%.

ໂດຍປີ 2024 ການ​ຮ່ວມ​ມື​ດ້ານ​ການ​ຊື້-ຂາຍ​ໄຟຟ້າ​ຈະສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້. ການ​ນຳ​ເຂົ້າ​ໄຟ​ຟ້າ​ຂອງ​ຫວຽດ​ນາມ​ຈາກ​ ສປປ ລາວ, ລັດວິສາຫະກິດໄຟຟ້າຫວຽດນາມ ໄດ້ລົງນາມໃນສັນຍາຊື້-ຂາຍໄຟຟ້າ 19 ສະບັບ ກັບນັກລົງທຶນ ເພື່ອຊື້ໄຟຟ້າຈາກເຂື່ອນໄຟຟ້າ 26 ແຫ່ງທີ່ລົງທຶນຢູ່ລາວ ດ້ວຍກຳລັງການຜະລິດທັງໝົດ 2.689 ເມກາວັດ.

ທັງສອງຝ່າຍ ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ, ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ. ຕົກລົງ​ຈະ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ​ລາວ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ​ໃນ​ການ​ຮ່ວມ​ມື ​ແລະ ບັນດາ​ໂຄງການ​ລົງທຶນ.

ລັດຖະບານລາວໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂໃຫ້ບຸລິມະສິດ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການໃຫຍ່ໆ ແລະ ທີ່ສຳຄັນຂອງວິສາຫະກິດຫວຽດນາມ, ສຶກສາ ແລະ ດັດສົມລະບຽບການກ່ຽວກັບເວລາຈັດຕັ້ງປະຕິບັດໃນການລົງທຶນກໍ່ສ້າງເຂື່ອນໄຟຟ້າ ແລະ ບໍ່ແຮ່ໃຫ້ແທດເໝາະກັບສະພາບການໃໝ່.

ສອງປະ​ເທດ​ເຫັນ​ດີ​ຖື​ການ​ພັດທະນາ​ກະສິກຳ ​ແລະ ຊົນນະບົດ​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ສອງ​ປະ​ເທດ, ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ສະໜອງ​ທຶນ​ການສຶກສາຈຳນວນ 1.120 ທຶນ​ໃຫ້​ແກ່​ພະນັກງານ ​ແລະ ນັກ​ສຶກສາ​ລາວ ​ໄປ​ຮ່ຳຮຽນ​ຢູ່ ຫວຽດນາມ, ​ແລະ ສົ່ງ​ຄູ​ອາຈານ​ໄປ​ສອນ​ພາສາ​ຫວຽດນາມ ຢູ່​ລາວ.

ສະຫຼຸບການພົບປະ ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ເນັ້ນໜັກວ່າ ຈະສັ່ງໃຫ້ບັນດາກະຊວງ, ວິສາຫະກິດ ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງ, ຄໍາໝັ້ນສັນຍາຢ່າງມີປະສິດທິຜົນ, ສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດຂອງສອງປະເທດຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຜະລິດ, ດຳເນີນທຸລະກິດ.

https://www.facebook.com/permalink.php?story_fbid=pfbid04E2zoVd8kizQKwn3qNgTNYLJj4FAouRBYH9RJcm2VFScrbhg451GBscRfGh5YKJel&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/